ຂປລ
ພິທີເຊັນສັນຍາ ໂຄງການ ກອງທຶນພິເສດ ການຮ່ວມມື ແມ່ລ້ານຊ້າງ-ແມ່ນ້ຳຂອງປີ 2025 ໄດ້ຈັດຂຶ້ນ ຢູ່ນະຄອນ ຫລວງ ພະນົມເປັນ ຂອງກຳປູເຈຍ.

ຂປລ. ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 17 ກັນຍານີ້, ພິທີເຊັນສັນຍາ ໂຄງການ ກອງທຶນພິເສດ ການຮ່ວມມື ແມ່ລ້ານຊ້າງ-ແມ່ນ້ຳຂອງປີ 2025 ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ພະນົມ ເປັນ ຂອງກຳປູເຈຍ. ຈາກນັ້ນ ທ່ານ ນາງ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ ທັງເປັນ ລັດຖະມົນຕີ ກະຊວງການຕ່າງປະເທດ ກຳປູເຈຍ, ທ່ານ ວ່າງເວີນປີ່ນ ເອກອັກຄະລັດຖະທູດຈີນ ປະຈຳ ກຳປູເຈຍ ໄດ້ເຮົ້າຮ່ວມພິທີດັ່ງກ່າວ. ໃນໂອກາດນີ້ ທ່ານ ນາງ ປຣາກ ໂຊຄົນ ໄດ້ກ່າວວ່າ: ກອງທຶນພິເສດ ການຮ່ວມມື ແມ່ລ້ານຊ້າງ-ແມ່ນ້ຳຂອງ ແມ່ນກຳລັງແຮງ ສຳຄັນໃນການລົງເລິກ ການເຊື່ອມໂຍງ ເຂົ້າກັນ ຂອງພາກພື້ນ ຢ່າງເລິກເຊິ່ງ ຕື່ມອີກ ແລະ ການຊຸກຍູ້ ການພັດທະນາ ແບບຍືນຍົງ ຂອງປະເທດ ສະມາຊິກທັງໝົດ, ກຳປູເຈຍ ພະຍາຍາມ ຮ່ວມມື ຢ່າງແໜ້ນແຟ້ນກັບ ສປ ຈີນ ແລະ ປະເທດ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງອື່ນໆ ໃນທຸກລະດັບ, ເພື່ອບັນລຸວິໄສທັດ ຂອງການສ້າງປະຊາຄົມ ຮ່ວມຊາຕາກຳ ຂອງປະເທດ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ທີ່ມີສັນຕິພາບ, ຄວາມຈະເລີນ ຮຸ່ງເຮືອງ ແລະ ການພັດທະນາ ແບບຍືນຍົງ.ສ່ວນ ທ່ານ ວ່າງເວີນປີ່ນ ໄດ້ກ່າວວ່າ: ພາຍໃຕ້ ຂອບການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ນັບມາຮອດປັດຈຸບັນນີ້ ສປ ຈີນ ໄດ້ນຳໃຊ້ກອງທຶນພິເສດ ການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ສະໜັບສະໜູນ ກຳປູເຈຍ ດຳເນີນ 108 ໂຄງການ, ເຊິ່ງກວມເອົາ ຫລາຍຂົງເຂດ ເຊັ່ນ: ການຫລຸດຜ່ອນ ຄວາມທຸກຍາກ, ການເກັບກູ້ລະເບີດ, ການສຶກສາ, ການປ້ອງກັນ ແລະ ປິ່ນປົວ ພະຍາດ ເຂດຮ້ອນ, ການສ້ອມແປງເຮືອນ ຢູ່ແກ່ປະຊາຊົນ ທີ່ປະສົບໄພ ແລະ ຂົງເຂດອື່ນໆ. ສປ ຈີນ ຍິນດີຮ່ວມກັນກັບປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຕ່າງໆ ທີ່ລວມທັງ ກຳປູເຈຍ ເພີ່ມທະວີ ຄວາມສາມັກຄີ ແລະ ການປະສານງານກັນຕື່ມອີກ, ສ້າງໂຄງການທີ່ດີເດັ່ນ ໃຫ້ຫລາຍກວ່າເກົ່າ, ຮ່ວມມືກັນ ສ້າງປະຊາຄົມ ຮ່ວມຊາຕາກຳ ຂອງປະເທດ ແມ່ນ້ຳ ລ້ານຊ້າງ -ແມ່ນ້ຳຂອງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL