ສປຊ ຮຽກຮ້ອງ ໃຫ້ສະໜັບສະໜູນ ການປະຕິຮູບດ້ວຍ “ຈິດໃຈທິມງານ”

18/09/2025 16:28
ຂປລ ອົງການ ສະຫະ ປະຊາ ຊາດ(ສປຊ) ພວມຢືນຢູ່ໃນ “ທາງສີ່ແຍກ ຂອງຄວາມສຳເລັດ ແລະ ຄວາມບໍ່ສຳເລັດ”, ຈຳເປັນ ຕ້ອງສືບທອດຈິດໃຈ ການສ້າງຕັ້ງໃນປີ 1945 ແລະ ຮ່ວມກັນຮັບມືກັບ ທ້າທາຍໃນທົ່ວໂລກ.

ຂປລ. ວິ​ທະ​ຍຸ-​ໂທ​ລະ​ພາບ ​ສູ​ນ​ກາງ​ຈີນ, ວັນທີ 17 ກັນຍານີ້, ທ່ານ ນາງ ອັນນາເລນາ ບາບອກ, ປະທານ ສະມັດຊາໃຫຍ່ ອົງການ ຫະປະຊາຊາດ ສະໄໝ ທີ 80 ກ່າວວ່າ: ອົງການ ສະຫະ ປະຊາ ຊາດ(ສປຊ) ພວມຢືນຢູ່ໃນ “ທາງສີ່ແຍກ ຂອງຄວາມສຳເລັດ ແລະ ຄວາມບໍ່ສຳເລັດ”, ຈຳເປັນຕ້ອງສືບທອດຈິດໃຈ ການສ້າງຕັ້ງໃນປີ 1945 ແລະ ຮ່ວມກັນຮັບມືກັບ ທ້າທາຍໃນທົ່ວໂລກ.ດັ່ງນັ້ນ ແຕ່ລະ ປະເທດ ຄວນເບິ່ງ ໃນແງ່ດີ ຕໍ່ບົດບາດຄວາມສຳຄັນ ຂອງອົງການ ສະຫະ ປະຊາຊາດ ແລະ ສະໜັບ ສະໜູນ ການປະຕິຮູບ ຂອງອົງການ ສະຫະ ປະຊາຊາດດ້ວຍ ຈິດໃຈທິມງານໃນໄລຍະດຳ ລົງຕຳ ແໜ່ງແມ່ນ ຈະຕັ້ງໜ້າຊຸກຍູ້ ຂະບວນການປະຕິຮູບ “ຂໍ້ລິເລີ່ມ ການສ້າງຕັ້ງ ອົງການ ສະຫະ ປະຊາຊາດ ຄົບຮອບ 80 ປີ” ທີ່ສະເໜີໂດຍ ເລຂາທິການໃຫຍ່, ແລະ ຈະຊຸກຍູ້ໃຫ້ແຕ່ລະປະເທດ ນຳເອົາຄຳ ໝັ້ນ ສັນຍາ ທີ່ມີຕໍ່ ສະຫະ ປະຊາຊາດ ຂອງຕົນ ເຂົ້າສູ່ ການປະຕິບັດຕົວຈິງ, ໂດຍສະເພາະ ແມ່ນການຊ່ວຍເຫລືອ ດ້ານມະນຸດສະທຳ, ການປ່ຽນແປງ ຂອງດິນຟ້າອາກາດ, ສິດທິມະນຸດ ແລະ ເປົ້າໝາຍ ການພັດທະນາ ແບບຍືນຍົງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top