ຂປລ
ທ່ານ ຟຣີດຣິສ ເມີສ ນາຍົກລັດຖະມົນຕີ ເຢຍລະມັນ ໄດ້ກ່າວຄຳປາໄສ ຢູ່ສະພາສະຫະພັນ ໂດຍຮຽກຮ້ອງໃຫ້ ປະຊາຊົນ ກຽມ ພ້ອມ ເພື່ອການປະຕິຮູບ.
ຂປລ. ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 17 ກັນຍານີ້, ທ່ານ ຟຣີດຣິສ ເມີສ ນາຍົກລັດຖະມົນຕີ ເຢຍລະມັນ ໄດ້ກ່າວຄຳປາໄສ ຢູ່ສະພາສະຫະພັນ ໂດຍຮຽກຮ້ອງໃຫ້ ປະຊາຊົນ ກຽມ ພ້ອມ ເພື່ອການປະຕິຮູບ. ຂະນະທີ່ ເຢຍລະມັນຈຳເປັນຕ້ອງ ຕັດສິນໃຈ ຄັ້ງສຳຄັນ ເພື່ອເຈາະຈົງ ແກ້ໄຂບັນຫາພື້ນຖານ ຈຳນວນໜຶ່ງ. ເຢຍລະມັນ ຈຳເປັນຕ້ອງເລືອກເສັ້ນທາງ ຢ່າງຖືກຕ້ອງ.ພ້ອມທັງ ຮຽກຮ້ອງໃຫ້ ປະຊາຊົນ ເຢຍລະມັນ ມີຄວາມໝັ້ນໃຈ ຫລາຍກວ່າເກົ່າ ຕໍ່ປະເທດຂອງຕົນ. ໃນຖານະ ເປັນກຸ່ມເສດຖະກິດ ໃຫຍ່ທີ່ສຸດ ຂອງເອີຣົບ, ລັດຖະບານ ເຢຍລະມັນ ຜະເຊີນໜ້າກັບ ຄວາມກົດດັນຕ່າງໆ ເຊັ່ນ: ເສດຖະກິດ ຕົກຕ່ຳຢ່າງຕໍ່ເນື່ອງ, ລາຄານ້ຳມັນເຊື້ອໄຟ ເພີ່ມຂຶ້ນຫລາຍ, ຂະແໜງ ການຜະລິດ ຊຸດຊົມລົງ, ພາລະການເງິນໜັກໜ່ວງ ແລະ ດ້ານອື່ນໆອີກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL