ປະທານາທິບໍດີ ແຊັກບີ ເນັ້ນ 3 ຂໍ້ກ່ຽວກັບຄວາມຈຳເປັນຂໍ້ລິເລີ່ມການບໍລິຫານໂລກ

18/09/2025 16:29
ຂປລ ໃນ​ໂອ​ກາດ ​ເຂົ້າ​ຮ່ວມ ​ກິດ​ຈະ​ກຳ ​ລະ​ນຶກ ໄຊ​ຊະ​ນະ ​​ສົງ​ຄາມ ປະ​ຊາ​ຊົນ​ຈີນ ​ຕໍ່​ຕ້ານ​ ການ​ຮຸກ​ຮານ ​ຂອງ​ຍີ່​ປຸ່ນ ແລະ ສົງ​ຄາມ​ ຕໍ່​ຕ້ານ ​ຟາດ​ຊິດ​ໂລກ ​ຄົບ​ຮອບ 80 ປີ. ທ່ານ ອາ​ເລັກ​ຊັນ​ດາ ວູ​ຊິກ ປະ​ທາ​ນາ​ທິ​ບໍ​ດີ ​ແຊັກ​ບີ ໄດ້​ກ່າວເນັ້ນໃສ່ 3 ຂໍ້ ກ່ຽວ​ກັບ​ ຄວາມ​ຈຳ​ເປັນ ​ຂອງ​ຂໍ້​ລິ​ເລີ່ມ​ການ​ບໍ​ລິ​ຫານ​ໂລກ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ໃນ​ໂອ​ກາດ ​ເຂົ້າ​ຮ່ວມ ​ກິດ​ຈະ​ກຳ ​ລະ​ນຶກ ໄຊ​ຊະ​ນະ ​​ສົງ​ຄາມ ປະ​ຊາ​ຊົນ​ຈີນ ​ຕໍ່​ຕ້ານ​ ການ​ຮຸກ​ຮານ ​ຂອງ​ຍີ່​ປຸ່ນ ແລະ ສົງ​ຄາມ​ ຕໍ່​ຕ້ານ ​ຟາດ​ຊິດ​ໂລກ ​ຄົບ​ຮອບ 80 ປີ. ທ່ານ ອາ​ເລັກ​ຊັນ​ດາ ວູ​ຊິກ ປະ​ທາ​ນາ​ທິ​ບໍ​ດີ ​ແຊັກ​ບີ ໄດ້​ກ່າວເນັ້ນໃສ່ 3 ຂໍ້ ກ່ຽວ​ກັບ​ ຄວາມ​ຈຳ​ເປັນ ​ຂອງ​ຂໍ້​ລິ​ເລີ່ມ​ການ​ບໍ​ລິ​ຫານ​ໂລກ ຄື: ໜຶ່ງ: ​ແມ່ນ​ເພື່ອ​ໃຫ້​ປະ​ເທດ​ເຂດ​ໂລກ​ໃຕ້ ​ມີ​ຄວາມ​ເປັນ​ຕົວ​ແທນ ຫລາຍກວ່າ​ເກົ່າ ແລະ ດີກວ່າ​ເກົ່າ; ສອງ: ຜົນ​ງານ​ທັງ​ໝົດ​ ໃນ​ດ້ານກົດ​ໝາຍ, ລະ​ບຽບ​ແບບ​ແຜນ, ລະ​ບຽບ​ການສາ​ກົນ ແລະ​ ອື່ນໆ​ພວມ​ຖືກ​ທຳ​ລາຍ; ສາມ: ແມ່ນ​ຂາດ​ຄວາມ​ສາ​ມາດ ​ໃນ​ການ​ປະ​ຕິ​ບັດ​ງານ ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຂາດ​ປະ​ສິດ​ທິ​ພາບ ໃນຂະ​ບວນ​ການ​ສ້າງ​ສາ​ໂລກ ​ໃຫ້​ພັດ​ທະ​ນາ​ ແບບຍືນ​ຍົງ, ​ການ​ຮັບ​ມື​ກັບ ​ການ​ປ່ຽນ​ແປງ ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ການ​ບັນ​ລຸ​ຄຳ​ໝັ້ນ​ສັນ​ຍາ ​ຕໍ່​ມວນ​ມະ​ນຸດ. ດັ່ງນັ້ນ ຈຶ່ງເຊື່ອ​ໝັ້ນ​ວ່າ: ທຸກ​ຄົນ ແລະ ຜູ້​ນຳ​ທຸກ​ຄົນ ​ໃນ​ໂລກ ​ຄວນ​ສະ​ໜັບ ​ສະ​ໜູນ ​ຂໍ້​ລິ​ເລີ່ມ​ ການ​ບໍ​ລິ​ຫານ​ໂລກ, ເພາະ​ວ່າ​ຂໍ້​ລິ​ເລີ່ມ​ຂອງ ສປ ​ຈີນ ​ດັ່ງ​ກ່າວ​ນີ້ ບໍ່​ແມ່ນ​ເປັນ​ການ​ທຳ​ລາຍ ​ລະ​ບຽບ​ສາ​ກົນ ​ທີ່​ມີ​ຢູ່​ໃນ​ປະ​ຈຸ​ບັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top