ຂປລ
ງານຕະຫລາດນັດ ແລະ ກອງປະຊຸມສຸດຍອດ ການຄ້າ ແລະ ການລົງທຶນຈີນ ອາຊຽນ ຄັ້ງທີ 22 ໄດ້ໄຂຂຶ້ນ ເມື່ອບໍ່ດົນ ມານີ້ ຢູ່ນະຄອນ ນາມໜິງ ຂອງ ສປ ຈີນ.

ຂປລ. ວິທະຍຸ-ໂທລະພາບ ສູນກາງຈີນ, ງານຕະຫລາດນັດ ແລະ ກອງປະຊຸມສຸດຍອດ ການຄ້າ ແລະ ການລົງທຶນຈີນ ອາຊຽນ ຄັ້ງທີ 22 ໄດ້ໄຂຂຶ້ນ ເມື່ອບໍ່ດົນມານີ້ ຢູ່ນະຄອນ ນາມໜິງ ຂອງ ສປ ຈີນ. ທ່ານ ມາຍວັນຈິງ, ຮອງນາຍົກລັດຖະມົນຕີ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ ແລະ ກ່າວສະເໜີ 3 ເນື້ອໃນສຳຄັນ ໃນການຮ່ວມມື ລະຫວ່າງ ອາຊຽນ-ສປ ຈີນ, ລວມມີ: ການສືບຕໍ່ ເປີດຕະຫລາດ, ສ້າງຄວາມສະດວກ ກ່ວາອີກ ໃຫ້ແກ່ ການຄ້າ ລະຫວ່າງ ບັນດາ ປະເທດ; ຍູ້ແຮງການເຊື່ອມຕໍ່ ຍຸດທະສາດ ເພື່ອຊຸກຍູ້ ການແລກປ່ຽນ ຄ້າຂາຍ ລະຫວ່າງ ບັນດາປະເທດ ໃນພາກພື້ນ ແລະ ຊຸກຍູ້ການຮ່ວມມື ວິທະຍາສາດ-ເຕັກໂນໂລຢີ ກາຍເປັນ ຈຸດພົ້ນເດັ່ນ ໃນການຮ່ວມມືໃໝ່. ບັນດາປະເທດ ອາຊຽນ ແລະ ສປ ຈີນ ຕ້ອງຕັ້ງໜ້າ ຊຸກຍູ້ ບັນດາລະບຽບ ການລົງນາມ, ໃຫ້ສັດຕະຍາບັນ ທີ່ອາດສາມາດ ລົງນາມ ອະນຸສັນຍາ ວ່າດ້ວຍ ການຍົກລະດັບ ເຂດການຄ້າເສລີ ຈີນ - ອາຊຽນ (ACFTA) 3.0 ຢ່າງເປັນທາງການ ໃນປີນີ້, ສ້າງລະບົບກົດໝາຍ ພາຍໃນປະເທດ ໃຫ້ສົມບູນແບບ ສອດຄອ່ງກັບ ບັນດາຂໍ້ກຳນົດໃໝ່ ຂອງສັນຍາ. ວິສາຫະກິດ ບັນດາປະເທດ ສະມາຊິກ ອາດສາມາດນຳໃຊ້ ບັນດາຜົນປະໂຫຍດ ເຊິ່ງ ACFTA 3.0 ນຳມາໃຫ້ຢ່າງສຸດຂີດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL