ຂປລ
ຂປລ.ສະຫະກອນ ຮ່ວມໃຈພັດທະນາກະສິກໍາ ແມ່ນກຸ່ມ ທີ່ຜະລິດ ແລະ ຈໍາໜ່າຍ ແນວພັນ ເຂົ້າຫອມທ່າດອກຄຳ 1, ຫອມທ່າດອກຄຳ 8, ຫອມທ່າດອກຄຳ 15, ທ່າດອກຄຳ 8 ແລະ ຫອມເຊບັ້ງໄຟ 4 ຢູ່ບ້ານຕຶງ ເມືອງເຊບັ້ງໄຟ

ຂປລ.ສະຫະກອນ ຮ່ວມໃຈພັດທະນາກະສິກໍາ ແມ່ນກຸ່ມ ທີ່ຜະລິດ ແລະ ຈໍາໜ່າຍ ແນວພັນ ເຂົ້າຫອມທ່າດອກຄຳ 1, ຫອມທ່າດອກຄຳ 8, ຫອມທ່າດອກຄຳ 15, ທ່າດອກຄຳ 8 ແລະ ຫອມເຊບັ້ງໄຟ 4 ຢູ່ບ້ານຕຶງ ເມືອງເຊບັ້ງໄຟ ເຊິ່ງເປັນທີ່ນິຍົມຂອງຊາວນາ ແລະ ທ້ອງຕະຫລາດ ເນື່ອງຈາກວ່າ ເຂົ້າມີຄຸນນະພາບດີ, ກິນແຊບ ແລະ ປະຊາຊົນສ່ວນຫລາຍ ກໍໄດ້ມາຊື່ເພື່ອໄປເປັນແນວພັນ ໃນການຜະລິດເຂົ້າແຕ່ລະໆດູການ.

ທ່ານ ຂັນຄໍາ ເຂັມພາວັນ ປະທານສະຫະກອນ ຮ່ວມໃຈພັດທະນາ ກະສິກໍາໃຫ້ຮູ້ວ່າ: ກຸ່ມຜະລິດ ແລະ ຈໍາໜ່າຍ ແນວພັນເຂົ້າຢູ່ບ້ານຕຶງ ເມືອງເຊບັ້ງໄຟ ໄດ້ສ້າງຕັ້ງຂຶ້ນໃນ 26ກໍລະກົດ 2012 ມີສະມາຊິກເຂົ້າຮ່ວມເບື້ອງຕົ້ນ ທັງໝົດ 22 ຄອບຄົວ, ມີເນື້ອທີ່ນາ 30,96ເຮັກຕາ, ກຸ່ມພວກເຮົາໄດ້ຮັບທຶນສະໜັບສະໜູນ ດ້ານປັດໄຈການຜະລິດ ແລະ ອຸປະກອນກົນຈັກກະສິກຳ ຈຳນວນ 10 ກວ່າລາຍການ ເຊັ່ນ: ເຄື່ອງຂັດເມັດ, ເຄື່ອງອົບແຫ້ງ, ຈັກປັ່ນເຂົ້າ, ລົດດຳນາຢ່າງຕາມ ແລະ ອື່ນ, ພ້ອມທັງໄດ້ຮັບການຝຶກອົບຮົມ ດ້ານເຕັກນິກ ການປູກເຂົ້າສິນຄ້າ, ການຜະລິດເຂົ້າແນວພັນ, ເຕັກນິກການບໍລິຫານກຸ່ມ, ຈາກໂຄງການຜະລິດກະສິກຳ ເປັນສິນຄ້າຂອງລັດຖະບານ, ໂດຍແມ່ນຂະແໜງການກະສິກຳ ແລະ ປ່າໄມ້ໄດ້ຊຸກຍູ້ - ສົ່ງເສີມນໍາພາຈັດຕັ້ງປະຕິບັດ ເຊິ່ງເຮັດໃຫ້ກຸ່ມການຜະລິດເຂົ້າ ຂອງພວກເຮົາໄດ້ມີການຫັນປ່ຽນ, ຈາກທີ່ເຄີຍຜະລິດແບບທຳມະຊາດ, ນຳໃຊ້ແນວພັນເຂົ້າພື້ນບ້ານ ທີ່ຊາວນາເກັບຮັກສາເອງ ເອົາມາປູກເຊິ່ງຜົນຜະລິດ, ຄຸນນະພາບເຂົ້າບໍ່ດີເປັນເຂົ້າແຂງ, ແຕ່ຜ່ານການຝຶກອົບຮົມ ດ້ານເຕັກນິກຕ່າງໆ, ຊາວນາກຸ່ມບ້ານຕຶງສາມາດຜະລິດເຂົ້າແນວພັນ ທີ່ມີຄຸນນະພາບດີຕອບສະໜອງ ໃຫ້ແກ່ສັງຄົມຢ່າງຕໍ່ເນື່ອງ, ເຮັດໃຫ້ກຸ່ມພວກເຮົາໄດ້ເຕີບໃຫຍ່ ຂະຫາຍຕົວຢ່າງຕັ້ງໜ້າ, ເນື້ອທີ່ການຜະລິດເພີ່ມຂື້ນ, ນາປີ,ນາແຊງຈາກ 42,19 ເຮັກຕາ, ໃນປີ 2012ມາເປັນ 56,2 ເຮັກຕາ ໃນປີ 2021, ສະມັດຕະພາບ 3-4 ໂຕນຕໍ່ເຮັກຕາ, ຂາຍເປັນແນວພັນ 10-15 ໂຕນຕໍ່ປີ, ເຫລືອນັ້ນແມ່ນຂາຍ ເປັນເຂົ້າສິນຄ້າ ທີ່ຄຸນນະພາບດີ, ການຜະລິດແນວພັນ ເຂົ້າຂອງກຸ່ມ ປະກອບມີ 5 ແນວພັນຄື: ແນວພັນເຂົ້າຫອມທ່າດອກຄຳ 1, ເຂົ້າຫອມທ່າດອກຄຳ 8, ເຂົ້າຫອມທ່າດອກຄຳ 15, ເຂົ້າທ່າດອກຄຳ 8 ແລະ ເຂົ້າຫອມເຊບັ້ງໄຟ 4ເຊິ່ງເປັນທີ່ຍິຍົມຂອງຊາວນາ ແລະ ຕະຫລາດຕ້ອງການ, ຜ່ານການຜະລິດແນວພັນເຂົ້າ ແລະ ການຈຳໜ່າຍແນວພັນເຂົ້າ, ກຸ່ມບ້ານຕຶງພວກເຮົາໄດ້ມີເງິນທ້ອນສະສົມ 800 ກວ່າລ້ານກີບ, ສະມາຊິກພາຍໃນກຸ່ມ ມີລາຍຮັບເພີ່ມຂຶ້ນເລື້ອຍໆ. ຕົກມາໃນກາງປີ 2021 ຂະແໜງການກະສິກຳ ແລະ ປ່າໄມ້ ໄດ້ນຳເອົາໂຄງການສົ່ງເສີມລະບົບຕ່ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມແລະ ໄດ້ສືບຕໍ່ຊຸກຍູ້ສົ່ງເສີມກຸ່ມ ຜະລິດແນວພັນເຂົ້າຂອງພວກເຮົາ, ດ້ວຍການຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມ, ປັບປຸງກຳລັງການຜະລິດ, ປັບປຸງເຕັກນິກການຜະລິດ, ປັງປຸງກົງຈັກການຈັດຕັ້ງຂອງກຸ່ມ, ເຮັດໃຫ້ກຸ່ມພວກເຮົາມີຄວາມເຂັ້ມແຂງ, ມີຜົນຜະລິດເພີ່ມຂຶ້ນໃນແຕ່ລະປີ ເຊິ່ງສາມາດຜະລິດ ເຂົ້າແນວພັນ ໄດ້ປະມານ 10-15 ໂຕນຕໍ່ປີ ແລະ ເຂົ້າເປັນສິນຄ້າປະມານ 50-60 ໂຕນຕໍ່ປີ,ໄດ້ຈໍາໜ່າຍພາຍໃນແຂວງ ແລະ ຂາຍໄປຕ່າງແຂວງຈໍານວນໜຶ່ງ, ສ້າງກຳໄລສຸດທິໃຫ້ແກ່ ບັນດາສະມາຊິກ ພາຍໃນກຸ່ມໄດ້ 10 ລ້ານ ຫາ 20 ລ້ານກີບຕໍ່ຄອບຄົວຕໍ່ປີ.

ທ່ານ ຂັນຄໍາ ເວົ້າຕື່ມວ່າ: ໃນປີ 2024 ເນື້ອທີ່ການປູກເຂົ້າຂອງກຸ່ມຫລຸດລົງ ຍ້ອນໂຄງການຊົນລະປະທານ ບ້ານນາພອກປິດນຳ້ເພື່ອກໍ່ສ້າງ ແລະ ປັບປຸງຄອງ, ສະມາຊິກ ຈຳນວນໜຶ່ງ ບໍ່ເຮັດນາແຊງ ເນື້ອທີ່ຜະລິດແນວພັນເຂົ້າ ປະຕິບັດໄດ້ 11,5 ເຮັກຕາ, ຜົນຜະລິດໄດ້ 58ໂຕນ, ມູນຄ່າລວມ 464 ລ້ານກວ່າກີບ, ໃນນັ້ນ; ຄັດຂາຍເປັນແນວພັນ ເຂົ້າລຸ້ນ3ຈຳນວນ 10, 35 ໂຕນ,ລາຄາ 15.000 ກີບຕໍ່ກິໂລ, ເປັນເງິນ 155ລ້ານກວ່າກີບ, ຂາຍເປັນເຂົ້າສິນຄ້າຈໍານວນ 47,65 ໂຕນ, ລາຄາ 6.500 ກີບຕໍ່ກິໂລ, ເປັນເງິນ 309ລ້ານກວ່າກີບ ແລະ ມີເງິນ ແຮຄັງໃນບັນຊີ ຈຳນວນ 95 ລ້ານກວ່າກີບ. ສັງລວມແລ້ວການພັດທະນາ ກຳລັງການຜະລິດ ຂອງ ກຸ່ມຜະລິດແນວພັນເຂົ້າ ກ້າວສູ້ການເປັນສະຫະກອນ ຮ່ວມໃຈ ພັດທະນາກະສິກຳ” ຢູ່ບ້ານຕຶງ ເມືອງເຊບັ້ງໄຟ ແມ່ນນັບມື້ເຕີບໃຫຍ່ ຂະຫາຍຕົວດີຂຶ້ນຢ່າງຕໍ່ເນື່ອງ ເມື່ອທຽບໃສ່ກ່ອນການສ້າງຕັ້ງກຸ່ມ, ໂດຍສະເພາະ ເຕັກນິກການຜະລິດ, ຄຸນນະພາບ ຂອງເຂົ້າ ແລະ ສະມັດຕະພາບຂອງຜົນຜະລິດ ມີການປ່ຽນແປງສູງຂຶ້ນ, ເສດຖະກິດຄອບຄົວແລະ ຊີວິດການເປັນຢູ່ ຂອງບັນດາສະມາຊິກພາຍໃນກຸ່ມ ມີການປ່ຽນແປງທີ່ດີຂຶ້ນ, ມີເງິນຝາກປະຈຳເດືອນ ຢູ່ໃນກອງທຶນເງິນຝາກ ຂອງກຸ່ມຢ່າງຕໍ່ເນື່ອງ.

ເອົາເປັນວ່າຖ້າທ່ານໃດຢາກໄດ້ ແນວພັນເຂົ້າຄຸນນະພາບດີ ກໍສາມາດເຂົ້າມາຊື່ໄດ້ຢູ່ສູນ ຕັ້ງຢູ່ບ້ານຕຶງ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ຫລື ຕິດຕໍ່ໄດ້ທີເບີ 02095280645.
ໂດຍ:ມາລີດາ
KPL