ອິນໂດເນເຊຍ ຜະເຊີນກັບແຜ່ນດິນໄຫວ ຫລາຍກວ່າ 4.000 ຄັ້ງໃນເດືອນສິງຫາ.

08/09/2025 22:14
Email Print 771
ຂປລ ສຳນັກງານ ອຸຕຸນິຍົມວິທະຍາ ສະພາບ ອາກາດ ແລະ ທໍລະນີສາດ ອິນໂດເນເຊຍ (ບີເອັມເຄຈີ) ລາຍງານວ່າ ອິນໂດເນເຊຍ ຜະເຊີນກັບ ແຜ່ນດິນໄຫວ ຈຳນວນ 4.071 ຄັ້ງ

ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານ ຈາກນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ ເມື່ອວັນທີ 8 ກັນຍານີ້ວ່າ: ສຳນັກງານ ອຸຕຸນິຍົມວິທະຍາ ສະພາບ ອາກາດ ແລະ ທໍລະນີສາດ ອິນໂດເນເຊຍ (ບີເອັມເຄຈີ) ລາຍງານວ່າ ອິນໂດເນເຊຍ ຜະເຊີນກັບ ແຜ່ນດິນໄຫວ ຈຳນວນ 4.071 ຄັ້ງ ໃນເດືອນສິງຫາ ທີ່ຜ່ານມາ.ໃນຈຳນວນນີ້, 4.050 ລະດັບຄວາມຮຸນແຮງຕໍ່າກວ່າ 5,0 ລິກເຕີ ແລະ ອີກ 21 ຄັ້ງ ມີລະດັບຄວາມຮຸນແຮງ ຫລາຍກວ່ານັ້ນ.

​ໃນ​ຂະນະທີ່ ຈຳນວນ ​ແຜ່ນດິນ​ໄຫວ​ ທີ່​ບັນທຶກ​ໄວ້​ທັງ​ໝົດ, ມີແຜ່ນດິນໄຫວ 90ຄັ້ງ ຊຶ່ງ​ໄດ້​ຮັບ​​ຮູ້ ໂດຍ​ປະຊາຊົນ.ແຜ່ນ​ດິນ​ໄຫວ ​ທີ່​ມີ​ລະດັບ ຄວາມຮຸນ​ແຮງ​ຫລາຍທີ່​ສຸດ ​ວັດ​ແທກ​ໄດ້ 6,3ລິກ​ເຕີ, ໄດ້​ເກີດ​ຂຶ້ນ​ ຢູ່​ເມືອງ ຊາຣມີ, ແຂວງ ແຂວງປາປົວເມື່ອວັນ​ທີ 12ສິງຫາ ຜ່ານມາ.

ອິນໂດເນເຊຍ ຕັ້ງຢູ່ເທິງເຂດ "ວົງແຫວນໄຟ ແຫ່ງປາຊີຟິກ", ຊຶ່ງເປັນ ລະດັບດຽວກັບ ຮອຍຕໍ່ ເປືອກໂລກຈຶ່ງຜະເຊີນກັບສະຖານະການ ພູໄຟລະເບີດ ແລະ ແຜ່ນດິນໄຫວ ເປັນປະຈຳ./

KPL

ຂ່າວອື່ນໆ

ads
ads

Top