ຂປລ
ແຫລ່ງຂ່າວຈາກແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນທ້າຍອາທິດຜ່ານມາ, ສູນບໍລິຈາກເລືອດອົງການກາແດງແຂວງບ່ໍແກ້ວ ຈັດກິດຈະກຳບໍລິຈາກເລືອດເພື່ອຊ່ວຍເຫລືອສັງຄົມ ຢູ່ເມືອງປາກທາ.
ຂປລ. ແຫລ່ງຂ່າວຈາກແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນທ້າຍອາທິດຜ່ານມາ, ສູນບໍລິຈາກເລືອດອົງການກາແດງແຂວງບ່ໍແກ້ວ ຈັດກິດຈະກຳບໍລິຈາກເລືອດເພື່ອຊ່ວຍເຫລືອສັງຄົມ ຢູ່ເມືອງປາກທາ ໂດຍມີ ທ່ານ ບຸນທັນ ສີມູນທາ ຮອງຫົວໜ້າອົງການກາແດງ ແຂວງບໍ່ແກ້ວ ພ້ອມດ້ວຍທີມງານສູນບໍລິຈາກເລືອດແຂວງ ແລະ ພະນັກງານ-ລັດຖະກອນອ້ອມຂ້າງເມືອງປາກທາ ເຂົ້າຮ່ວມ. ການຈັດກິດຈະກໍາຄັ້ງນີ້, ເພື່ອໃຫ້ທຸກຄົນຮ່ວມແຮງຮ່ວມໃຈກັນບໍລິຈາກເລືອດດ້ວຍຄວາມສະໝັກໃຈໃຫ້ເລືອດເພື່ອຕໍ່ລົມຫາຍໃຈ ເພ່ືອນມະນຸດດ້ວຍກັນ, ເຊ່ິງການຮັບບໍລິຈາກເລືອດຄັ້ງນີ້ ມີຜູ້ສະໝັກໃຈທັງໝົດ 23 ຄົນ ຍິງ 17 ຄົນ ຜ່ານການກວດສຸຂະພາບເອົາເລືອດອອກໄດ້ 13 ຄົນ ຍິງ 8 ຄົນ.
ເລືອດແມ່ນທາດແຫລວຊະນິດໜຶ່ງທີ່ຫລໍ່ລ້ຽງຮ່າງກາຍຂອງຄົນເຮົາ ຖ້າຂາດເລືອດມະນຸດເຮົາຈະເສຍຊີວິດທັນທີສະແດງໃຫ້ເຫັນວ່າຖ້າຂາດເລືອດຈະບ່ໍມີສ່ິງໃດທົດແທນໄດ້ ນອກຈາກເລືອດມະນຸດດ້ວຍກັນເທົ່ານັ້ນ ຈຶ່ງສາມາດທົດແທນໄດ້ໃນແຕ່ລະມື້ຢູ່ໂຮງໝໍແຫ່ງຕ່າງໆມີຄົນຂາດເລືອດເປັນຈໍານວນຫລວງຫລາຍ. ດ້ວຍເຫດນັ້ນການບໍລິຈາກເລືອດ ຈຶ່ງມີຄວາມສໍາຄັນຈໍາເປັນທີ່ສຸດ ເພື່ອຈະສາມາດກອບກູ້ເອົາຊີວິດເພື່ອນມະນຸດດ້ວຍກັນ ທີ່ກໍາລັງຂາດເລືອດໃຫ້ກັບມາມີຊີວິດອີກຄັ້ງ.
ການບໍລິຈາກເລືອດຖືເປັນການໃຫ້ອັນສູງສຸດຄືການໃຫ້ເລືອດ ໃຫ້ຊີວິດແກ່ຄົນເຈັບນອນໂຮງໝໍທ່ີຕ້ອງການເລືອດ ເປັນຕ້ົນຜູ້ປະສົບອຸບັດເຫດ ແລະ ຜູ້ຜ່າຕັດທີ່ເສຍເລືອດຫລາຍ, ຜູ້ເປັນພະຍາດຂາດເລືອດ ເຊັ່ນ: ການຝອກໄຂ່ຫລັງ, ຜູ້ເກີດລູກທີ່ເສຍເລືອດ ແລະ ອື່ນໆ ເປັນການຊ່ວຍເຫລືອເພື່ອນມະນຸດດ້ວຍກັນ ໂດຍບໍ່ຫວັງຜົນຕອບແທນ, ທັງເປັນການສ້າງບຸນກຸສົນໃຫ້ແກ່ຕົນ ແລະ ສັງຄົມ ທ່ີໄດ້ປະກອບສ່ວນເຂົ້າໃນການກອບກູ້ເອົາຊີວິດອິນຊີຂອງເພື່ອນຮ່ວມຊາດເປັນຕົ້ນ ຄົນເຈັບທີ່ຍັງລໍຖ້າເລືອດຢູ່ໃນໂຮງໝໍ, ໃນຂອບເຂດທົ່ວປະເທດເວົ້າລວມ ເວົ້າສະເພາະກໍຄືຢູ່ພາຍໃນແຂວງບໍ່ແກ້ວ ໃຫ້ພຽງພໍ, ເຊິ່ງຜູ້ທີ່ບໍລິຈາກເລືອດສາມາດເອົາເລືອດອອກໄດ້ຕ້ອງຮັບການກວດສຸຂະພາບຕາມມາດຖານທີ່ໄດ້ກຳນົດໄວ້ ເປັນຕົ້ນມີສຸຂະພາບແຂງແຮງດີ, ບໍ່ມີພະຍາດຕິດຕໍ່ ແລະ ອື່ນໆ.
ຂ່າວ-ພາບ: ວັນນະເດດ
KPL