ພິທີສະເຫລີມສະຫລອງ 80 ປີ ແຫ່ງວັນ ການປະຕິວັດ ເດືອນສິງຫາ-ວັນສະຖາປະນາ ປະເທດ ສສ.ຫວຽດນາມ ທີ 2 ກັນຍາ ຈັດຂຶ້ນຢ່າງຍິ່ງໃຫຍ່

02/09/2025 10:56
ຂປລ ວັນທີ 2 ກັນຍາ, ຢູ່ສະໜາມຫລວງ ບາດິ່ງ ແຫ່ງປະຫວັດສາດ, ນະຄອນຫລວງ ຮ່າໂນ້ຍ, ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ; ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານແຫ່ງ ສສ.ຫວຽດນາມ; ຄະນະ ກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ, ຄະນະພັກກອງທັບສູນກາງ ແລະ ຄະນະກຳມະການ ປະຊາ ຊົນນະຄອນ ຮ່າໂນ້ຍ ໄດ້ຈັດພິທີສະເຫລີມ ສະຫລອງ, ເດີນຂະບວນ, ສວນສະໜາມ ສະແດງກ້ອນກຳລັງ ຢ່າງສົມ ກຽດ, ເນື່ອງໃນໂອກາດ 80 ປີ ແຫ່ງວັນການປະຕິວັດ ເດືອນ ສິງຫາ ບັນລຸ ຜົນສຳເລັດ (19 ສິງຫາ 1945–19 ສິງຫາ 2025) ແລະ ວັນສະຖາປະນາປະເທດ ສສ.ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025).

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ວັນທີ 2 ກັນຍາ, ຢູ່ສະໜາມຫລວງ ບາດິ່ງ ແຫ່ງປະຫວັດສາດ, ນະຄອນຫລວງ ຮ່າໂນ້ຍ, ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ; ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານແຫ່ງ ສສ.ຫວຽດນາມ; ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ, ຄະນະພັກກອງທັບສູນກາງ ແລະ ຄະນະກຳມະການ ປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດພິທີສະເຫລີມ ສະຫລອງ, ເດີນຂະບວນ, ສວນສະໜາມ ສະແດງກ້ອນກຳລັງ ຢ່າງສົມກຽດ, ເນື່ອງໃນໂອກາດ 80 ປີ ແຫ່ງວັນການປະຕິວັດ ເດືອນ ສິງຫາ ບັນລຸ ຜົນສຳເລັດ (19 ສິງຫາ 1945–19 ສິງຫາ 2025) ແລະ ວັນສະຖາປະນາປະເທດ ສສ.ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025). ເຂົ້າຮ່ວມພິທີ ມີບັນດາ ການນຳຂັ້ນສູງ ຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ຫວຽດນາມ; ບັນດາແມ່ ຫວຽດນາມ ວິລະຊົນ, ນັກວິລະຊົນ ກຳລັງປະກອບອາວຸດ ປະຊາຊົນ, ນັກວິລະຊົນແຮງງານ, ບັນດານາຍທະຫານ ອະດີດນັກຮົບ, ຜູ້ຕາງໜ້າ ບັນດາອົງການການເມືອງ, ອອົງການຈັດຕັງມະຫາຊົນ ແລະ ຊາວຫວຽດນາມ ເປັນຈຳນວນຫລວງຫລາຍ. ສ່ວນແຂກຖືກເຊີນ ສາກົນ ລວມມີ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ; ທ່ານ Miguel Díaz-Canel Bermúdez, ເລຂາທີໜຶ່ງ, ປະທານປະເທດ ກູບາ ແລະ ພັນລະຍາ; ທ່ານ ຈາວເລືອຈີ, ປະທານຄະນະປະຈຳສະພາ ຜູ້ແທນປະຊາຊົນ ແຫ່ງຊາດຈີນ; Samdech Techo Hun Sen ປະທານສະພາສູງ ກຳປູເຈຍ, ປະທານ ພັກປະຊາຊົນ ກຳປູເຈຍ (CPP); ທ່ານ Igor Sergeenko ປະທານສະພາຕ່ຳ ເບລາຣຸດ, ພ້ອມກັບ ຜູ້ຕາງໜ້າການນຳ ບາງປະເທດ, ຜູ້ຕາງໜ້າ ບັນດາສະຖານທູດ, ບັນດາອົງການ ຈັດຕັ້ງສາກົນ ປະຈຳ ສສ ຫວຽດນາມ. ເປີດສາກລາຍການ ແມ່ນລາຍການ ຕີກອງງານບຸນ ທັງລອງ, ພິທີແຫ່ ທວນໄຟ ເປັນມູນເຊື້ອ ແລະ ພິທີເຄົາລົບທຸງຊາດ ໃນເວລາດຽວກັນ, ຢູ່ສະໜາມກິລາ ມິ້ດິ່ງ,  ໄດ້ຍິງປືນໃຫຍ່ 21 ນັດ ໃນທ່າມກາງ ເພງຊາດ ຫວຽດນາມ. ບັນເລັງຂຶ້ນ. ຈາກນັ້ນ, ທ່ານ ໂຕເລິມ, ເລຂາທິການໃຫຍ່ ຫວຽດນາມ ໄດ້ກ່າວ ສູນທອນພົດ ສະເຫລີມ ສະຫລອງ 80 ປີ ແຫ່ງວັນການປະຕິວັດ ເດືອນ ສິງຫາ ແລະ ວັນສະຖາປະນາ ປະເທດ ສສ.ຫວຽດນາມ. ເປີດສາກສູນທອນພົດ, ທ່ານ ເລຂາທິການໃຫຍ່ ໂຕເລິມ ໄດ້ຫວນຄືນ ຈຸດເວລາປະຫວັດສາດ ຂອງຊາດ ໃນໄລຍະ 80 ປີ ກ່ອນຢູ່ສະໜາມຫລວງ ບາດິ່ງ, ເມື່ອປະທານ ໂຮ່ຈີມິນ ກ່າວບົດຖະແຫລງ ປະກາດ ເອກະລາດ, ສະຖາປະນາ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປະຈຸບັນ ແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ເປີດຍຸກສະໄໝ ແຫ່ງຄວາມເອກະລາດ, ເສລີພາບ ຂອງຊາດ ຫວຽດນາມ. ທ່ານ ເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ: “ປະເທດ ຫວຽດນາມ ແມ່ນການເຕົ້າໂຮມ ຂອງມູນເຊື້ອ ວັດທະນະທຳມະນຸດ ນັບພັນປີ ແຫ່ງການສ້າງສາ ແລະ ປົກປັກຮັກສາ ປະເທດ ຊາດ, ຂອງຄຸນນະທາດ ຢຶດໝັ້ນ, ພູມປັນຍາ, ນ້ຳໃຈເມດຕາປານີ ແລະ ຄວາມຄາດຫວັງ ບືນຕົວຂຶ້ນ. ຈິດໃຈນັ້ນ ໄດ້ສ້າງເປັນກຳລັງແຮງ ຢ່າງໃຫຍ່ຫລວງ ຂອງການປະຕິວັດ ເດືອນ ສິງຫາ, ຂອງການຕໍ່ ສູ້ 2 ຄັ້ງ ເຍີດເຍື້ອຍາວນານ ຕ້ານພວກລ່າເມືອງຂຶ້ນ, ຈັກກະພັດ, ຂອງພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນວັນຕິພາບ, ຂອງພາລະກິດແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງ ເຂົ້າກັບສາກົນ ແລະ ການພັດທະນາຂອງປະເທດຊາດ. ນັ້ນແມ່ນກຳລັງແຮງໄດ້ເລີ່ມມາຈາກປະຊາຊົນ, ຂຶ້ນກັບປະຊາຊົນ, ເພື່ອປະຊາຊົນ, ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີ ທົ່ວປວງຊົນ ທັງຊາດ”.ໂດຍເນັ້ນໜັກ ພິທີສະເຫລີມ ສະຫລອງ ວັນສະຖາປະນາ ປະເທດ ແຫ່ງ ສສ. ຫວຽດນາມ ຄົບຮອບ 80 ປີ ບໍ່ພຽງແຕ່ ແມ່ນໂອກາດ ເພື່ອໃຫ້ທັງຊາດ ສະແດງຄວາມຮູ້ບຸນຄຸນ ຕໍ່ຄຸນງາມ ຄວາມດີ, ການປະກອບສ່ວນ ອັນຍິ່ງໃຫຍ່ ຂອງປະທານ ໂຮ່ຈີມິນ, ຂອງບັນພະບຸລຸດ, ຄົນລຸ່ນກ່ອນໆ ໃນຂະບວນການ ປະຕິວັດ ແລະ ຂອງທົ່ວປວງຊົນເທົ່ານັ້ນ, ທ່ານ ເລຂາທິການໃຫຍ່ ໂຕເລິມ  ໄລຍະທາງ ທີ່ສະຫງ່າລາສີ 80 ປີຜ່ານມາໄດ້ຢັ້ງຢືນ ໃຫ້ເຫັນວ່າ ບໍ່ມີຫຍັງສາມາດ ຂວາງກັ້ນຊາດ ຫວຽດນາມ ກ້າວເຂົ້າສູ່ ຄວາມວັດທະນາຖາວອນ ແລະ ຄວາມຍືນຍົງໄດ້. ຜ່ານໄລຍະທາງ 80 ປີ ທີ່ເຕັມໄປດ້ວຍ ຄວາມລຳບາກ ແຕ່ສະຫງ່າ ອົງອາດ, ພວກເຮົາ ຢັ້ງຢືນສັດຈະທຳ ພາຍໃຕ້ຄັນທຸງ ອັນສະຫງ່າງາມຂອງພັກ, ດ້ວຍແສງສະຫວ່າງ ເຍືອງທາງ ຂອງປະທານ ໂຮ່ຈີມິນ, ອີງໃສ່ກຳລັງແຮງ ຂອງປະຊາຊົນ ແລະ ກຸ່ມກ້ອນ ມະຫາສາມັກຄີ ທົ່ວປວງຊົນທັງຊາດ, ບໍ່ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍໃດ ທີ່ປະຊາຊົນ ຫວຽດນາມ ບໍ່ສາມາດຜ່ານມາ, ບໍ່ມີເປົ້າໝາຍ ອັນສູງສົ່ງ ໃດທີ່ຊາດ ຫວຽດນາມ ບໍ່ບັນລຸໄດ້. ບໍ່ມີສິ່ງກີດຂວາງໃດ, ບໍ່ມີເຫດຜົນໃດ ທີ່ສາມາດຂວາງກັ້ນ ພວກເຮົາກ້າວໄປເຖິງ ສັນຕິພາບ, ວັດທະນາຖາວອນ, ຊາດ ຫວຽດນາມ ຍືນຍົງ ແລະ ພັດທະນາ.” ພາຍຫລັງ ກ່າວສູນທອນພົດ ຂອງທ່ານ ເລຂາທິການໃຫຍ່ ໂຕເລິມ ແມ່ນລາຍການ ເດີນຂະບວນສວນສະໜາມ ສະແດງກ້ອນກຳລັງ ໂດຍມີ ການເຂົ້າຮ່ວມ ປະມານ 16.000 ຄົນ. ເປີດສາກລາຍການ ແມ່ນການສະແດງ ຂອງເຮືອບິນ ກອງທັບປະຊາຊົນ ຫວຽດນາມ. ຕໍ່ຈາກນັ້ນ, ແມ່ນການເດີນຂະບວນ, ສວນສະໜາມ ສະແດງກ້ອນກຳລັງ. ໃນຈຸດເວລາດຽວກັນນັ້ນ, ການສວນສະໜາມ ສະແດງ ກ້ອນກຳລັງ ກໍ່ໄດ້ຈັດຂຶ້ນຢູ່ແຂວງ ແຄັງຮ່ວາ.ຕໍ່ຈາກນັ້ນ, ບັນດາກ້ອນກຳລັງ ເດີນຂະບວນ, ສວນສະໜາມທາງບົກ ຈະເຄື່ອນໄປຕາມຖະໜົນສາຍຕ່າງໆ ຢູ່ໃຈກາງນະຄອນຫລວງ ຮ່າໂນ້ຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top