ຂປລ
“ເທສະການ ຮູບເງົາ ຣັດເຊຍ 2025” ທີ່ຈັດຂຶ້ນໂດຍ ການເປັນເຈົ້າພາບຮ່ວມ ຂອງກົມຮູບເງົາ ແຫ່ງຊາດຈີນ ແລະ ກະຊວງ ວັດທະນະທຳ ສະຫະພັນ ຣັດເຊຍ ໄດ້ຈັດພິທີເປີດງານຢ່າງຄຶກຄື້ນ ຢູ່ຫໍຂໍ້ມູນ ຮູບເງົາຈີນ.

ຂປລ.ວັນທີ 1 ກັນຍານີ້, “ເທສະການ ຮູບເງົາ ຣັດເຊຍ 2025” ທີ່ຈັດຂຶ້ນໂດຍ ການເປັນເຈົ້າພາບຮ່ວມ ຂອງກົມຮູບເງົາ ແຫ່ງຊາດຈີນ ແລະ ກະຊວງ ວັດທະນະທຳ ສະຫະພັນ ຣັດເຊຍ ໄດ້ຈັດພິທີເປີດງານຢ່າງຄຶກຄື້ນ ຢູ່ຫໍຂໍ້ມູນ ຮູບເງົາຈີນ. ທ່ານ ເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ກອມມູນິດຈີນ, ຜູ້ອຳນວຍການໃຫຍ່ ວິທະຍຸໂທລະພາບ ສູນກາງຈີນ ຫລື CMG ແລະ ທ່ານ ນາງ ໂອລກາ ໂບຣິຊອຟນາ ລູບີໂມວາ ລັດຖະມົນຕີ ກະຊວງວັດທະນະທຳ ສະຫະພັນ ຣັດເຊຍ ໄດ້ເຂົ້າຮ່ວມພິທີ ແລະ ກ່າວຄຳປາໄສ. “ເທສະການຮູບເງົາ ຣັດເຊຍ 2025” ຄັ້ງນີ້ແມ່ນສ່ວນໜຶ່ງ ຂອງກິດຈະກຳ “ປີວັດທະນະທຳຈີນ-ຣັດເຊຍ” ປະຈຳປີ 2024-2025, ຈະຈັດຂຶ້ນຢູ່ນະຄອນຫລວງ ປັກກິ່ງ, ນະຄອນຊີ່ນິງ ແລະ ນະຄອນຫລານໂຈ່ວ ໃນລະຫວ່າງ ວັນທີ 1-12 ກັນຍານີ້ ເຊິ່ງຈະສາຍຮູບເງົາ ຣັດເຊຍ 8 ເລື່ອງທີ່ມີເນື້ອໃນອຸດົມສົມບູນ ແລະ ມີຫລາກຫລາຍປະເພດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL