ຂປລ
ເກີດແຜ່ນດິນໄຫວ ຂະໜາດ 6 ລິກເຕີ ຢູ່ປະເທດ ອາຟະການິດສະຖານ ໃນວັນທີ1 ກັນຍານີ້ ລາຍງານ ໃນເບື້ອງຕົ້ນ ພົບຜູ້ເສຍຊີວິດ 622 ຄົນ ແລະ ໄດ້ຮັບບາດຈັບ ຫລາຍກວ່າ1.500 ຄົນ
ຂປລ.ຕາມຂ່າວຈາກ ນະຄອນຫລວງ ກາບູນ, ເກີດແຜ່ນດິນໄຫວ ຂະໜາດ 6 ລິກເຕີ ຢູ່ປະເທດ ອາຟະການິດສະຖານ ໃນວັນທີ1 ກັນຍານີ້ ລາຍງານ ໃນເບື້ອງຕົ້ນ ພົບຜູ້ເສຍຊີວິດ 622 ຄົນ ແລະ ໄດ້ຮັບບາດຈັບ ຫລາຍກວ່າ1.500 ຄົນ ຊຶ່ງແຮງສັ້ນສະເທືອນ ເຮັດໃຫ້ ເຮືອນປະຊາຊົນ ຫລາຍຫລັງ ພັງລົງ. ສຳນັກງານ ສຳຫລວດ ທໍລະນີ ວິທະຍາ ສະຫະລັດ ອາເມລິກາ ແຈ້ງປັບຕົວເລກ ສູນກາງ ແຜນດິນໄຫວ ຈາກລິກລົງ ໄປໃນພື້ນດິນ 10 ກິໂລແມັດ ເປັນເລິກລົງ ໄປພຽງ 8 ກິໂລແມັດ ໂດຍຢູ່ຫ່າງຈາກເມືອງ ຈາລາລາບັດ ຊຶ່ງເປັນເມືອງໃຫຍ່ ອັນດັບ 5ຂອງອາຟະການິດສະຖານ ໄປທາງຕາເວັນອອກສຽງເໜືອ 27ກິໂລແມັດ. ປັດຈຸບັນ ເຈົ້າໜ້າທີ່ກ່ຽວຂ້ອງ ພວມເລັ່ງໃຫ້ການຊ່ວຍເຫລືອ ຜູ້ເຄາະຮ້າຍ ໃນຄັ້ງນີ້ ຢ່າງຮີບດ່ວນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL