ຂປລ
ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ພິທີມອບ-ຮັບ ພະພຸດທະຮູບ ຈຳນວນ 118 ອົງ ທີ່ຄົນຮ້າຍລັກໄປ ຄືນໃຫ້ວັດໃຫຍ່ ສີບຸນເຮືອງ ບ້ານໜອງບົກ ເມືອງ ໜອງບົກ ແຂວງຄຳມ່ວນ ໃນທ້າຍ ອາທິດຜ່ານມາ.
ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ພິທີມອບ-ຮັບພະພຸດທະຮູບ ຈຳນວນ 118 ອົງ ທີ່ຄົນຮ້າຍລັກໄປຄືນໃຫ້ວັດໃຫຍ່ສີບຸນເຮືອງ ບ້ານໜອງບົກ ເມືອງ ໜອງບົກ ແຂວງຄຳມ່ວນ ໃນທ້າຍອາທິດຜ່ານມາ, ຢູ່ທີ່ວັດໃຫຍ່ສີບຸນເຮືອງ ຕາງໜ້າມອບໂດຍທ່ານ ພັທ ອິນຕາ ບຸດຈະເລີນ ຫົວໜ້າພະແນກຕຳຫລວດ ສືບສວນ-ສອບສວນ ແລະ ຕາງໜ້າຮັບໂດຍທ່ານ ສົມມະນາ ສີລາເພັດ ເລຂາໜ່ວຍພັກບ້ານໜອງບົກ, ມີທ່ານ ຂວັນເພັດ ມະນີປະກອນ ປະທານແນວລາວສ້າງຊາດເມືອງ, ທ່ານ ດວງດີ ຊາຍນະຄອນ ຫົວໜ້າຫ້ອງການຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງໜອງບົກ, ທ່ານ ບົວຜັນ ຮ່ວມພິທັກ ຮອງຫົວໜ້າຫ້ອງການພາຍໃນເມືອງ ແລະ ອຳນາດການປົກຄອງບ້ານເຂົ້າຮ່ວມ.
ພະພຸດທະຮູບດັ່ງກ່າວ ໄດ້ ຖືກຄົນຮ້າຍລັກໄປໃນວັນທີ 25 ພຶດສະພາ 2025 ຈຳນວນ 118 ອົງ ໃນນີ້, ມີພະພຸດທະຮູບໄມ້ 5 ອົງ, ພະພຸດທະຮູບທອງ 99 ອົງ, ພະພຸດທະຮູບ ຫວ່ານ 1 ອົງ, ເຂົາ ແກະສະຫລັກຮູບພະ 2 ແຜ່ນ ແລະ ພະພຸດທະຮູບເງິນ 11 ອົງ.
KPL