ຫລວງພະບາງໄຂສົກຮຽນໃໝ່ 2025-2026

02/09/2025 10:47
ຂປລ ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ພິທີໄຂສົກຮຽນໃໝ່ 2025-2026 ແຂວງຫລວງພະບາງ ຈັດຂຶ້ນໃນວັນທີ 1 ກັນຍາ 2025 ທີ່ພະແນກສຶກສາທິການ ແລະ ກິລາແຂວງ.

        ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ພິທີໄຂສົກຮຽນໃໝ່ 2025-2026 ແຂວງຫລວງພະບາງ ຈັດຂຶ້ນໃນວັນທີ  1 ກັນຍາ 2025 ທີ່ພະແນກສຶກສາທິການ ແລະ ກິລາແຂວງ  ໂດຍມີທ່ານ ສໍາລານ ພັນທະວົງ ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫລວງພະບາງພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນ ມສ ສັນຕິພາບເຂົ້າຮ່ວມ. ທ່ານ ສຸລິເດດ ແກ້ວບົວລະເພັດ ໄດ້ກ່າວວ່າ: ສົກຮຽນ 2025-2026 ທົ່ວແຂວງຫລວງພະບາງມີໂຮງຮຽນ 1.035 ແຫ່ງໃນນັ້ນ, ອະນຸບານ 199 ແຫ່ງ, ໂຮງຮຽນປະຖົມສຶກສາ 718 ແຫ່ງ,  ໂຮງຮຽນມັດທະຍົມຕອນຕົ້ນ 64 ແຫ່ງ, ມັດທະຍົມສົມບູນ 53 ແຫ່ງ  ແລະ ມັດທະຍົມຕອນປາຍ 1 ແຫ່ງ,  ມີຫ້ອງຮຽນທັງໝົດ 4.158 ຫ້ອງ ໃນນີ້, ຫ້ອງລ້ຽງເດັກ 89 ຫ້ອງ,  ຫ້ອງຮຽນອະນຸບານ 514 ຫ້ອງ,  ຫ້ອງກຽມປະຖົມ 246 ຫ້ອງ, ຫ້ອງຮຽນປະຖົມສຶກສາ 2.189 ຫ້ອງ(ຫ້ອງຄວບ 1.087 ຫ້ອງ,  ກວມເອົາ 49,65% ຂອງ ຈຳນວນຫ້ອງຮຽນປະຖົມທັງ  ໝົດ ), ມັດ ທະຍົມຕອນຕົ້ນ  830 ຫ້ອງ ແລະ ມັດທະຍົມຕອນ ປາຍ 290 ຫ້ອງ, ມີນັກຮຽນແຕ່ ຊ້ັນລ້ຽງເດັກຮອດມັດທະຍົມຕອນ ປາຍ 110.373 ຄົນ ຍິງ 53.298 ຄົນ, ຄູສອນທັງໝົດ 5.886 ຄົນ ຍິງ  3.485 ຄົນ.

     ໂອກາດນີ້, ທ່ານ ສຳລານ ພັນທະວົງ ໄດ້ເນັ້ນໃຫ້ຄະນະພັກ,  ຜູ້ບໍລິຫານການສຶກສາແຕ່ລະຂັ້ນ ນຳເອົາແຜນພັດທະນາການສຶກສາໄປເຊື່ອມຊຶມ ແລະ ສຶກສາອົບຮົມການເມືອງແນວຄິດ ໃຫ້ຖັນແຖວພະນັກງານຄູ-ອາຈານຢ່າງຕ່ໍເນ່ືອງ, ຈັດຕັ້ງການຮຽນ-ການສອນຕາມໂຄງການຫລັກສູດ ແລະ ໄປຕາມ  5 ຫລັກມູນການສຶກສາ, ນັກຮຽນທຸກຄົນຕ້ອງໝັ່ນຄົ້ນຄວ້າຮໍ່າຮຽນ, ສະແຫວງຫາຄວາມຮູ້ດ້ວຍຕົນເອງ ແລະ ພັດທະນາຕົນເອງໃຫ້ກາຍເປັນລູກທີ່ດີຂອງພໍ່ແມ່, ເປັນລູກສິດທີ່ດີຂອງຄູ- ອາຈານ, ເປັນຄົນດີຂອງສັງຄົມ,  ເປັນພົນລະເມືອງດີຂອງຊາດ, ມີຄວາມກະຕັນຍູຮູ້ຄຸນຕໍ່ພໍ່ແມ່, ຄູ-ອາຈານ ແລະ ຫ່າງໄກຈາກສິ່ງເສບຕິດ.

ຂ່າວ-ພາບ: ດາວອນ ມະນີວັນ

KPL

ຂ່າວອື່ນໆ

ads
ads

Top