ທົ່ວປະເທດໄຂສົກຮຽນໃໝ່ 2025-2026ຢ່າງເປັນຂະບວນຟົດຟື້ນ

01/09/2025 12:46
Email Print 280
ຂປລ ຂປລ. ສົກຮຽນໃໝ່ 2025-2026 ໄດ້ໄຂຂຶ້ນພ້ອມກັນທົ່ວປະເທດ ຢ່າງເປັນຂະບວນຟົດຟື້ນ ໃນມື້ນີ້ກົງກັບວັນຈັນ ທີ 1 ກັນຍາ 2025 ທ່າມກາງສະພາບອາກາດ ທີ່ແຕກຕ່າງກັນໃນແຕ່ລະທ້ອງຖິ່ນ ໂດຍເວລາປະມານ 8 ໂມງເຊົ້າ ບັນດາຄູອາຈານ ພ້ອມດ້ວຍນ້ອງໆນັັກຮຽນນັກສຶກສາ ໄດ້ພ້ອມໃຈກັນຢືນກົງ ເພື່ອເຄົາລົບທຸງຊາດ. ໃນຂະນະທີ່ ທຸງຊາດລາວ 3 ສີ: ແດງ, ຟ້າ, ມີກາວົງເດືອນສີຂາວ ໄດ້ຄ່ອຍໆຊັກຂຶ້ນສູ່ຍອດເສົາ, ການປະສານສຽງຮ້ອງເພັງຊາດລາວ ກໍດັງສະໜັ່ນ
ຂປລ. ສົກຮຽນໃໝ່ 2025-2026 ໄດ້ໄຂຂຶ້ນພ້ອມກັນທົ່ວປະເທດ ຢ່າງເປັນຂະບວນຟົດຟື້ນ ໃນມື້ນີ້ກົງກັບວັນຈັນ ທີ 1 ກັນຍາ 2025 ທ່າມກາງສະພາບອາກາດ ທີ່ແຕກຕ່າງກັນໃນແຕ່ລະທ້ອງຖິ່ນ ໂດຍເວລາປະມານ 8 ໂມງເຊົ້າ ບັນດາຄູອາຈານ ພ້ອມດ້ວຍນ້ອງໆນັັກຮຽນນັກສຶກສາ ໄດ້ພ້ອມໃຈກັນຢືນກົງ ເພື່ອເຄົາລົບທຸງຊາດ. ໃນຂະນະທີ່ ທຸງຊາດລາວ 3 ສີ: ແດງ, ຟ້າ, ມີກາວົງເດືອນສີຂາວ ໄດ້ຄ່ອຍໆຊັກຂຶ້ນສູ່ຍອດເສົາ, ການປະສານສຽງຮ້ອງເພັງຊາດລາວ ກໍດັງສະໜັ່ນ ເຊິ່ງເປັນສັນຍານບອກວ່າ ສົກຮຽນໃໝ່ໄດ້ໄຂຂຶ້ນຢ່າງເປັນທາງການ.

ສະເພາະລະບົບສາມັນສຶກສາ ທີ່ປະກອບດ້ວຍ ປະຖົມສຶກສາ ແລະ ມັດທະຍົມສຶກສາ, ການຮຽນ-ການສອນ ແມ່ນປະຕິບັດຕາມ 5 ຫລັກມູນການສຶກສາ ທີ່ກະຊວງສຶກສາ ແລະ ກິລາວາງອອກຢ່າງເຂັ້ມງວດ. ເພື່ອກະກຽມຄວາມພ້ອມ ໃຫ້ແກ່ການເປີດສົກຮຽນໃໝ່ 2025-2026, ໂຮງຮຽນແຫ່ງຕ່າງໆ ໄດ້ຈັດຊຸດຝຶກອົບຮົມຄູໃນໄລຍະສັ້ນ ແລະ ຈັດກອງປະຊຸມພົບປະພໍ່ແມ່ຜູ້ປົກຄອງ ເພື່ອປຶກສາຫາລືແຜນພັດທະນາຂອງໂຮງຮຽນ ທັງເປັນການຖອດຖອນ ບົດຮຽນໃນໄລຍະສົກ ປີຮຽນຜ່ານມາ ໂດຍສົ່ງເສີມສິ່ງທີ່ໂຮງຮຽນສາມາດບັນລຸໄດ້ ເຊັ່ນ: ການສິດສອນດີ ມີຄຸນນະພາບ ສາມາດສ້າງນັກຮຽນເກັ່ງ ນັກຮຽນມີຄຸນນະພາບ ໄດ້ເປັນຈໍານວນຫລາຍ ຕາມແນວທາງນະໂຍບາຍຂອງພັກ ທີ່ເນັ້ນໃສ່ຄຸນນະພາບເປັນຫລັກ, ພ້ອມນີ້ ກໍມີການອະນາໄມ, ສ້ອມແປງໂຕະຕັ່ງ, ອາຄານສະຖານທີ່ ເພື່ອສ້າງສິ່ງແວດລ້ອມທີ່ດີສໍາລັບການສຶກສາ, ກະກຽມຕາຕະລາງການຂຶ້ນຫ້ອງສອນຂອງຄູ ແຕ່ລະວິຊາ ໃຫ້ເໝາະສົມ ແທດເໝາະກັບຫລັກສູດການຮຽນ-ການສອນ. ສໍາລັບ ໂຮງຮຽນ ທີ່ມີເງື່ອນໄຂ ໄດ້ນໍາໃຊ້ເຕັກໂນໂລຊີທັນສະໄໝປະກອບເຂົ້າໃນຫລັກສູດການຮຽນ-ການສອນ ໂດຍສະເພາະຈໍໂປຼເຈັກເຕີ ເພື່ອໃຫ້ນັກຮຽນໄດ້ຮຽນຮູ້ກ່ຽວກັບ ICT, ມີຫລັກສູດການຮຽນພາສາຕ່າງປະເທດ ແລະ ອື່ນໆ. ດ້ານຜູ້ປົກຄອງ ຜູ້ທີ່ມີເງື່ອນໄຂ ກໍໄດ້ກະກຽມຊຸດນັກຮຽນໃໝ່, ອຸປະກອນການສຶກສາຕ່າງໆ ໃຫ້ກັບລູກຫລານຂອງຕົນເພື່ອສົ່ງເສີມໃຫ້ເຂົາເຈົ້າມີຄວາມກະຕືລືລົ້ນ ດຸໝັ່ນຮໍ່າຮຽນ ແລະ ໄດ້ຮັບການສຶກສາທີ່ດີ ມີຄຸນນະພາບ ໂດຍສະເພາະສາຍສາມັນສຶກສາ.

ການສຶກສາໃນ ສປປ ລາວ ແມ່ນຂະບວນວິວັດແຫ່ງການຮຽນຮູ້, ສຶກສາອົບຮົມຄົນ ທາງດ້ານການເມືອງ, ແນວຄິດ, ຄຸນສົມບັດ, ສະຕິປັນຍາ, ສິລະປະ, ການອອກແຮງງານ ເຊິ່ງມີໜ້າທີ່ຕົ້ນຕໍ ໃນການບໍລິການສາທາລະນະຄວາມຮູ້, ຄວາມສາມາດຢ່າງຮອບດ້ານ ແກ່ປະຊາຊົນລາວບັນດາເຜົ່າ ຢ່າງຕໍ່ເນື່ອງ ເພື່ອສ້າງເງື່ອນໄຂໃຫ້ພົນລະເມືອງລາວທຸກຄົນ ໄດ້ພັດທະນາຕົນເອງ ຢູ່ໃນສັງຄົົມຢ່າງມີປະສິດທິພາບຕາມສິດ ແລະ ພັນທະຂອງຕົນ. ພັກ-ລັດເຮົາ ຍາມໃດ ກໍຖືວຽກງານ ການສຶກສາເປັນ ວຽກບຸລິມະສິດທີ່ສຳຄັນຍິ່ງ ໂດຍເນັ້ນສືບຕໍ່ພັດທະນາການສຶກສາ ກໍຄື ການພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄ່ານິຍົມທີ່ຖືກຕ້ອງ, ມີສຸຂະພາບແຂງແຮງ ທາງດ້ານຮ່າງກາຍ ແລະ ຈິດໃຈ, ຮັກຄວາມກ້າວໜ້າ ແລະ ມີວິທະຍາສາດເພື່ອກາຍເປັນກໍາລັງແຮງງານທີ່ມີຄຸນນະພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດ ໃນໄລຍະໃໝ່.ໃນສົກຮຽນຜ່ານມາ, ເຖິງວ່າຈະມີຂໍ້ ຫຍຸ້ງຍາກຫລາຍດ້ານກະທົບໃສ່ ແຕ່ຍ້ອນແນວທາງນະໂຍບາຍອັນຖືກຕ້ອງຂອງພັກ,ດ້ວຍຄວາມສາມັກຄີ ທີ່ເປັນປຶກແຜ່ນແໜ້ນໜາ, ດ້ວຍມູນເຊື້ອດຸໝັ່ນ,ພາກພຽນ ແລະ ມານະອົດທົນ ແລະ ດ້ວຍຄວາມຮັບຜິດຊອບ ທີ່ເປັນເຈົ້າການ ຕໍ່ໜ້າທີ່ການ ເມືອງຂອງຕົນ; ພະນັກງານ, ຄູ-ອາຈານ, ທະຫານ,ຕໍາຫລວດ, ປະຊາຊົນລາວບັນດາເຜົ່າ ແລະ ນັກຮຽນ-ນັກສຶກສາໄດ້ພ້ອມກັນປະກອບສ່ວນຢ່າງໃຫຍ່ຫລວງ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ອັນພົ້ນເດັ່ນແມ່ນ ການສຶກສາໄດ້ຮັບການພັດທະນາຄົບຕາມ 3 ລັກສະນະ ແລະ 5 ຫລັກມູນ ຂອງການສຶກສາ, ໄດ້ຂະຫຍາຍຕາໜ່າງໄປສູ່ທ້ອງຖິ່ນ, ເຂດຊົນນະບົດຫ່າງໄກສອກຫລີກ ແລະ ມີຫລາຍໂຄງການໄດ້ນຳໄປຈັດຕັ້ງປະຕິບັດຢູ່ບັນດາເມືອງ, ບ້ານ ແລະ ກຸ່ມບ້ານພັດທະນາເປັນຕົ້ນ ການຂະຫຍາຍໂຮງຮຽນອະນຸບານ ຫລື ຫ້ອງກຽມປະຖົມເຊິ່ງເຮັດໃຫ້ ຈຳນວນໂຮງຮຽນສະຖານທີ່ຮຽນ, ຫ້ອງຮຽນໄດ້ເພີ່ມຂຶ້ນ.ຄຽງຄູ່ກັບການສ້າງຄວາມເຂັ້ມແຂງທາງດ້ານວິຊາສະເພາະ ໄດ້ເອົາໃຈໃສ່ສຶກສາ ອົບຮົມລູກ-ຫລານນັກຮຽນ ໃຫ້ຫ່າງໄກຈາກຢາເສບຕິດແລະ ປາກົດການຫຍໍ້ທໍ້ຕ່າງໆ, ຍາດແຍ່ງການຊ່ວຍເຫລືອ ຈາກອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະພາກສ່ວນທາງສັງຄົມ ເພື່ອມາພັດທະນາວຽກງານການສຶກສາ.

ການນໍາພັກ-ລັດ ຂັ້ນສູງໄດ້ຕີລາຄາກ່ຽວກັບ ການສຶກສາວ່າ ພວກເຮົາຍັງຜະເຊີນກັບອຸປະສັກ ແລະ ສິ່ງທ້າທາຍທົດສອບຫລາຍປະການ ເປັນຕົ້ນການຂາດແຄນຄູ, ອັດຕາການເຂົ້າຮຽນຂອງນັກຮຽນອາດຈະຍັງຕໍ່າ, ອັດຕາການປະລະ ອາດຈະຍັງສູງ ແລະ ຄວາມຫຍຸ້ງຍາກທາງດ້ານຊີວິດການເປັນຢູ່ ກໍຄືເງື່ອນໄຂໃນການປະຕິບັດໜ້າທີ່ ຂອງຄູ-ອາຈານ ແລະຜູ້ບໍລິຫານອາດຈະຍັງມີຄວາມຫຍຸ້ງຍາກ;ຄ່ານິຍົມຂອງຜູ້ປົກຄອງ ແລະ ຜູ້ຮຽນທີ່ຕ້ອງການສຶກສາຂັ້ນປະລິນຍາຕີຂຶ້ນໄປ ແລະ ຍັງບໍ່ທັນເຫັນຄວາມສໍາຄັນ ຂອງການສຶກສາຂັ້ນອາຊີວະສຶກສາເທົ່າທີ່ຄວນ; ການສ້າງສີມືແຮງງານ ກໍ່ຍັງບໍ່ທັນສອດຄ່ອງກັບຄວາມຕ້ອງການ ຂອງຕະຫລາດແຮງງານ ແລະ ອື່ນໆ ເຊິ່ງບັນຫາເຫລົ່ານີ້, ພັກ-ລັດ ມີເປົ້າໝາຍ ທີ່ຈະສືບຕໍ່ສຸມໃສ່ ແກ້ໄຂໃຫ້ຕົກໄປໃຫ້ໄດ້. ເພື່ອຮັບປະກັນໃຫ້ການຮຽນ-ການສອນ ໃນສົກຮຽນໃໝ່ 2025-2026 ດຳເນີນໄປຢ່າງມີປະສິດທິຜົນ ແລະຮັບປະກັນຄຸນນະພາບຂັ້ນພື້ນຖານ, ສືບຕໍ່ແກ້ໄຂບັນຫາທີ່ພົບພໍ້ ໃນສົກຮຽນຜ່ານມາເປັນຕົ້ນ ອັດຕາການປະລະ ການຮຽນ, ການຂາດຄູສອນ ແລະ ການ ເຂົ້າຮຽນສາຍອາຊີວະ ແລະການສຶກສາຊັ້ນສູງ; ເພື່ອສ້າງພື້ນຖານທີ່ໜັກແໜ້ນ ໃຫ້ແກ່ການພັດທະນາເສດຖະກິດ ແລະສັງຄົມ ຂອງປະເທດ. ສະນັ້ນ, ຜູ້ບໍລິຫານການສຶກສາ-ຄູອາຈານ ຈໍາເປັນຕ້ອງເອົາໃຈໃສ່ ສືບຕໍ່ປັບປຸງ ສະພາບແວດລ້ອມຂອງ ສະຖານການສຶກສາໃຫ້ເອື້ອອຳນວຍ ແລະ ສ້າງແຮງຈູງໃຈ ໃຫ້ນັກ ຮຽນກັບມາຮຽນຄືນ ແລະ ຮຽນຢ່າງມີຄວາມສຸກ; ພ້ອມທັງໃຫ້ຄູອາຈານ ເອົາໃຈໃສ່ສິດສອນຢ່າງໝົດຈິດໝົດໃຈ, ຈິງໃຈແລກປ່ຽນຄວາມຮູ້ ປະສົບການກັບຜູ້ຮຽນ, ສ່ວນຜູ້ປົກຄອງຕ້ອງເພີ່ມທະວີບົດບາດ ຂອງຕົນຕໍ່ການຮຽນຂອງລູກຫລານຕົນໃຫ້ຫລາຍຂຶ້ນ, ຕິດຕາມການຮຽນຂອງລູກຫລານ ແລະຊຸກຍູ້ໃຫ້ເຂົາເຈົ້າຮຽນ ເປັນປົກກະຕິ ແນໃສ່ໃຫ້ຍົົກລະດັບການສຶກສາຂອງ ສປປ ລາວ ເພື່ອໃຫ້ເຍົາວະຊົນ-ຊາວໜຸ່ມລາວ ໄດ້ສໍາເລັດການສຶກສາຂັ້ນປະຖົມ ແລະ ມັດທະຍົມ.

KPL

ຂ່າວອື່ນໆ

ads
ads

Top