ຂປລ
ແຫລ່ງຂ່າວຈາກແຂວງວຽງຈັນ ໃຫ້ຮູ້ວ່າ: ກອງປະຊຸມຜ່ານຮູບແບບການກໍ່ສ້າງພະພຸດທະຮູບ ຢູ່ພູຜາບົວ ບ້ານນາຄູນ ເມືອງວັງວຽງ ແຂວງວຽງຈັນ ຈັດຂຶ້ນເມ່ືອມໍ່ໆມານີ້.
ຂປລ. ແຫລ່ງຂ່າວຈາກແຂວງວຽງຈັນ ໃຫ້ຮູ້ວ່າ: ກອງປະຊຸມຜ່ານຮູບແບບການກໍ່ສ້າງພະພຸດທະຮູບ ຢູ່ພູຜາບົວ ບ້ານນາຄູນ ເມືອງວັງວຽງ ແຂວງວຽງຈັນ ຈັດຂຶ້ນເມ່ືອມໍ່ໆມານີ້, ທີ່ເມືອງວັງວຽງ ໂດຍມີທ່ານ ເຍ່ຍເກີຢ່າງ ໜໍຈໍຈົງຕົວ ອະດີດຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ເນເລີຍ ປະທານ ກຸ່ມບໍລິສັດທ່ອງທ່ຽວວັດ ທະນະທຳລາວມະຫາຊົນ, ທ່ານ ສຸວຽງທອງ ວົງຈຳປາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງ ເມືອງວັງວຽງ ພ້ອມດ້ວຍພະແນກການທ່ີ ກ່ຽວຂ້ອງຂອງແຂວງ, ຫ້ອງການ ແລະ ອົງການປົກຄອງບ້ານເຂົ້າຮ່ວມ.
ທ່ານ ເຍ່ຍເກີຢ່າງ ໜໍຈໍຈົງຕົວ ກ່າວວ່າ: ກອງປະຊຸມຄັ້ງນ້ ເພື່ອເປັນການແຈ້ງຕໍ່ອົງການປົກຄອງແຕ່ລະຂັ້ນ ແລະ ປະຊາຊົນໄດ້ຮັບຮູ້ກ່ຽວກັບຈຸດປະສົງຂອງບໍລິສັດທ່ອງທ່ຽວວັດທະນະທຳລາວມະຫາຊົນ ທີ່ຈະກໍ່ສ້າງພະພຸດທະຮູບອົງໃຫຍ່ຢູ່ພູຜາບົວ ບ້ານນາຄູນ ເມືອງວັງວຽງ, ພ້ອມນີ້ກໍເປັນການ ສ້າງເງື່ອນໄຂໃຫ້ບັນດາຜູ້ເຂົ້າຮ່ວມ ໄດ້ປະກອບຄຳຄິດເຫັນກ່ຽວກັບ ການອອກແບບພະພຸດທະຮູບ ໃຫ້ ເປັນເອກະລັກວັດທະນະທຳລາວ ແລະ ເພື່ອເປັນການສ້າງຄວາມເປັນ ເອກະພາບກັນ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ກັບ ບໍລິສັດ ທີ່ຈະ ລົງມືກ່ໍສ້າງພະພຸດທະຮູບດ່ັງກ່າວ. ພາຍຫລັງກໍ່ສ້າງສຳເລັດຈະກາຍເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳ, ເປັນສະຖານທີ່ສັກກະລະບູຊາ ແລະ ເປັນແຫລ່ງທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວເມືອງວັງວຽງ ໃຫ້ຫລາຍຂຶ້ນ.
ທ່ານ ທອງວັນ ປັນຍາວົງ ວິຊາການ ບໍລິສັດເອັສແຊັສ (ລາວ) ທີ່ປຶກສາດ້ານວິສະວະກຳຈຳກັດ ໄດ້ກ່າວວ່າ: ພະພຸດທະຮູບໃຫຍ່ທ່ີຈະສ້າງຢູ່ເທິງພູຜາບົວ ອອກແບບຕາມພະພຸດທະຮູບຢູ່ວັດສີສະເກດ ນະຄອນຫລວງວຽງຈັນ ມີຄວາມສູງໂດຍລວມ 49,9 ແມັດ, ຖານກວ້າງ 83,7 ແມັດ, ເປັນທ່ານັ່ງ ຂັດສະມາທິ ຂາຂວາຢູ່ເທິງ, ມືເປັນລັກສະນະປະທານພອນ, ການນຸ່ງຖືແບບນຸ່ງປົກບ່າຊ້າຍແອວມາບ່າ, ແທ່ນພະເປັນຮູບດອກບົວ, ມີພະສີວະລີ ແລະ ສັດປະຈຳທິດ ຢູ່ 4 ທິດ. ພ້ອມນີ້, ຍັງຈະໄດ້ແກະສະລັກພະພຸດທະຮູບໃຫຍ່ໃສ່ໜ້າຜາອີກໜຶ່ງອົງ ເຊ່ິງອອກແບບຕາມພະພຸດທະຮູບເກ່ົາແກ່ຂອງຫລວງພະບາງ, ທ່າທາງຮ່າງກາຍເປັນທ່າຢືນ, ລາຍມືປາງຫ້າມຍາດ, ການນຸ່ງຖືແມ່ນປົກທັງສອງບ່າ, ມີຄວາມສູງ 152 ແມັດ. ນອກນີ້, ຍັງປະກອບມີວັດ, ສະຖານທີ່ສັກກະລະບູຊາ, ສະໜາມດອກບົວ, ສະໜາມທຳມະຈັກ, ສະໜາມມະຫາກະສັດອາໂສກ, ສະໜາມຮອຍພະບາດ, ສະໜາມຜາ ບົວ, ຂັ້ນໄດສະຫວັນ, ຈຸດຊົມວິວ, ຮ້ານກາເຟ ແລະ ອື່ນໆ.ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນໃສ່ໂຄງການດັ່ງກ່າວ ບາງດ້ານເປັນຕົ້ນໂຄງການດັ່ງກ່າວຄວນເນັ້ນສ້າງວັດກ່ອນຈຶ່ງສ້າງພະພຸດທະຮູບ, ເນັ້ນໃຫ້ມີລັກສະນະປະຈຳຊາດ, ໃຫ້ມີການປະສານວັດທະນະທຳທ້ອງຖິ່ນໃສ່ຕື່ມ ເພື່ອໃຫ້ມີຄວາມກົມກືນກັນ, ຈັດວາງແຕ່ລະເຂດໃຫ້ມີຄວາມເໝາະສົມ ແລະ ເຮັດໃຫ້ປະຊາຊົນມີສ່ວນຮ່ວມໃນການສ້າງລາຍຮັບ ເພື່ອພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ, ໃສ່ຊື່ພະພຸດທະຮູບວ່າ: ພະສີປະທຸມມາລັດຕະນະມິ່ງເມືອງ ແລະ ໃສ່ຊື່ວັດວ່າ:ວັດສີປະ ທຸມມາບຸບຜາຣາມ.
KPL