ຂປລ
ໃນໄລຍະການຂົນສົ່ງ ຜູ້ໂດຍສານ ລະດູຮ້ອນປີນີ້ ຄາດວ່າ ທົ່ວປະເທດຈີນ ຈະມີປະຊາຊົນ ເດີນທາງ ຂ້າມເຂດແຄ້ວນ ເຖິງ 11,9 ຕື້ເທື່ອຄົນ, ໃນນີ້, ຈຳນວນການຂົນສົ່ງຜູ້ໂດຍສານ ສະເລ່ຍຕໍ່ມື້ ບັນລຸ192.000.000 ເທື່ອຄົນ, ເພີ່ມຂຶ້ນ 4,3% ເມື່ອທຽບ ໃສ່ ໄລຍະດຽວກັນ ຂອງປີກາຍ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ ຫລື CGTN, ອີງຕາມ ຕົວເລກ ຂໍ້ມູນຫລ້າສຸດ ຈາກກະຊວງ ຄົມມະນາຄົມ ຂົນສົ່ງຈີນ ແຈ້ງໃຫ້ຮູ້ວ່າ: ໃນໄລຍະການຂົນສົ່ງ ຜູ້ໂດຍສານ ລະດູຮ້ອນປີນີ້ ຄາດວ່າ ທົ່ວປະເທດຈີນ ຈະມີປະຊາຊົນ ເດີນທາງ ຂ້າມເຂດແຄ້ວນ ເຖິງ 11,9 ຕື້ເທື່ອຄົນ, ໃນນີ້, ຈຳນວນການຂົນສົ່ງຜູ້ໂດຍສານ ສະເລ່ຍຕໍ່ມື້ ບັນລຸ192.000.000 ເທື່ອຄົນ, ເພີ່ມຂຶ້ນ 4,3% ເມື່ອທຽບ ໃສ່ ໄລຍະດຽວກັນ ຂອງປີກາຍ. ໄລຍະການຂົນສົ່ງ ຜູ້ໂດຍສານ ລະດູຮ້ອນ ເປັນເວລາ 2 ເດືອນ ໄດ້ສິ້ນສຸດລົງແລ້ວ ໃນວັນທີ 31 ສິງຫາແລ້ວນີ້. ອີງຕາມຕົວເລກ ຂໍ້ມູນຈາກ ກຸ່ມບໍລິສັດ ທາງລົດໄຟ ແຫ່ງຊາດຈີນ ສະແດງໃຫ້ເຫັນວ່າ: ໄລຍະການຂົນສົ່ງ ຜູ້ໂດຍສານ ລະດູຮ້ອນປີນີ້, ທາງລົດໄຟທົ່ວປະເທດຈີນ ໄດ້ຂົນສົ່ງ ຜູ້ໂດຍສານ ລວມທັງໝົດ ປະມານ 940.000.000 ເທື່ອຄົນ ເຊິ່ງເປັນເທື່ອທຳອິດ ທີ່ໄດ້ບັນລຸ ຫລາຍກວ່າ 900.000.000 ເທື່ອຄົນ ແລະ ສ້າງສະຖິຕິສູງສຸດ ໃນປະຫວັດສາດ. ຄາດວ່າ ໄລຍະການຂົນສົ່ງ ຜູ້ໂດຍສານ ລະດູຮ້ອນປີນີ້, ຈຳນວນຄົນຂັບລົດ ສ່ວນຕົວ ອອກເດີນທາງ ຕາມທາງຫລວງ ຈະບັນລຸ 8,7ຕື້ເທື່ອຄົນ, ກວມເອົາ73% ຂອງຍອດຈຳນວນປະຊາຊົນ ເດີນທາງຂ້າມເຂດແຄວ້ນ ໃນທົ່ວປະເທດ. ນອກນີ້, ນັບແຕ່ໄລຍະ ການຂົນສົ່ງຜູ້ໂດຍສານ ລະດູຮ້ອນປີນີ້ ເປັນຕົ້ນມາ, ຄາດວ່າ ຍອດຈຳນວນ ຜູ້ໂດຍສານ ຜ່ານທາງນ້ຳ ໃນທົ່ວປະເທດ ຈະບັນລຸ 66.942.000 ເທື່ອຄົນ, ສະເລ່ຍຕໍ່ມື້ ບັນລຸ1.097.000 ເທື່ອຄົນ,ເພີ່ມຂຶ້ນ 6,1%ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL