ກອງປະຊຸມຄັ້ງທີ 25 ຂອງສະພາມົນຕີປະມຸກລັດ ປະເທດສະມາຊິກ ອົງການຮ່ວມມືຊຽງໄຮ

01/09/2025 14:31
Email Print 275
ຂປລ ກອງ​ປະ​ຊຸມ​ຄັ້ງ​ທີ 25 ຂອງ​ສະ​ພາ​ມົນ​ຕີ ​ປະ​ມຸກ​ລັດ​ ປະ​ເທດ​ ສະ​ມາ​ຊິກ ​ອົງ​ການ​ ຮ່ວມ​ມື​ ຊຽງ​ໄຮ ໄດ້​ໄຂ​ຂຶ້ນ ​ຢູ່​ສູນປະ​ຊຸມ ແລະ ​ວາງ​ສະ​ແດງ​ເໝີຍ​ຈ່ຽງ ກຳ​ແພງ​ນະ​ຄອນ​ ທຽນ​ສິນ​ຈີນ. ໂດຍມີ ທ່ານ ​ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ເປັນ​ປະ​ທານ ກອງ​ປ​ະ​ຊຸມ​ ແລະ ກ່າວ​ຄຳ​ປາ​ໄສ ​ສຳ​ຄັນ​

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ​ວັນ​ທີ 1 ກັນ​ຍາ​ນີ້, ກອງ​ປະ​ຊຸມ​ຄັ້ງ​ທີ 25 ຂອງ​ສະ​ພາ​ມົນ​ຕີ ​ປະ​ມຸກ​ລັດ​ ປະ​ເທດ​ ສະ​ມາ​ຊິກ ​ອົງ​ການ​ ຮ່ວມ​ມື​ ຊຽງ​ໄຮ ໄດ້​ໄຂ​ຂຶ້ນ ​ຢູ່​ສູນປະ​ຊຸມ ແລະ ​ວາງ​ສະ​ແດງ​ເໝີຍ​ຈ່ຽງ ກຳ​ແພງ​ນະ​ຄອນ​ ທຽນ​ສິນ​ຈີນ. ໂດຍມີ ທ່ານ ​ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ເປັນ​ປະ​ທານ ກອງ​ປ​ະ​ຊຸມ​ ແລະ ກ່າວ​ຄຳ​ປາ​ໄສ ​ສຳ​ຄັນ​ວ່າ: ປັດ​ຈຸ​ບັນ, ອົງ​ການ ​ຮ່ວມ​ມື ​ຊຽງ​ໄຮ ​ໄດ້​ກາຍ​ເປັນ​ ອົງ​ການ ລະ​ດັບ​ພາກ​ພື້ນ ໃຫຍ່​ທີ່​ສຸດ​ ໃນ​ໂລກ ​ທີ່​ມີ​ 26 ປະ​ເທດ ເຂົ້າ​ຮ່ວມ, ໄດ້​ດຳ​ເນີນ​ ການ​ຮ່ວມ​ມື ​ໃນ 50 ກວ່າ ​ຂົງ​ເຂດ ແລະ​ ມີ​ຍອດ​ມູນ​ຄ່າ ​ເສດ​ຖະ​ກິດ ​ບັນ​ລຸ​​ເກືອບ 30.000 ຕື້​ໂດ​ລາ ສະຫະລັດ, ບົດ​ບາດ ອິດ​ທິ​ພົນ​​ ໃນ​ເວ​ທີສາ​ກົນ ​ຂອງ​ອົງ​ການ ​ຮ່ວມ​ມື​ ຊຽງ​ໄຮ ​ນັບ​ມື້ ​ນັບ​ເພີ່ມ​ຂຶ້ນ ແລະ ​ໄດ້​ນຳ​ໜ້າ​ ກ່ອນ​ໝູ່ ​ສ້າງ​ກົນ​ໄກ ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ໃນ​ຂົງ​ເຂດ​ ການ​ທະ​ຫານ ​ຢູ່​ເຂດ​ຊາຍ​ແດນ​, ​ນຳ​ໜ້າ​ກ່ອນ​ໝູ່ ດຳ​ເນີນ​ ການ​ຮ່ວມ​ມື ​​ເພື່ອຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ”; ນຳ​ໜ້າ​ກ່ອນ​ໝູ່ ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ພ້ອມ​ທັງ​ໄດ້ນຳ​ໜ້າ​ກ່ອນ​ໝູ່​ສະ​ເໜີ​​ແນວ​ຄິດ ການ​ບໍ​ລິ​ຫານ​ໂລກ ​ແບບ​ປຶກ​ສາ​ຫາ​ລື ຮ່ວມ​ກັນ, ​ສ້າງ​ສາຮ່ວມ​ກັນ ແລະ ແບ່ງ​ປັນ​ຮ່ວມ​ກັນ​, ເພື່ອ​ປະ​ຕິ​ບັດ ​ລັດ​ທິ​ຫລາຍ​ຝ່າຍ ​ຢ່າງ​ແທ້​ຈິງ.ນອກນີ້ ຍັງ​ສົ່ງ​ເສີມ​ ການຊຸກ​ຍູ້​ ໂລກ​ຫັນ​ເປັນ ​ຫລາຍ​ຂົ້ວ ​ທີ່ສະ​ເໝີ​ພາ​ບກັນ ແລະ ​ເປັນ​ລະ​ບຽບ​, ຊຸກ​ຍູ້​ເສດ​ຖະ​ກິດ ​ໂລ​ກາ​ພິ​ວັດ ​ທີ່​​ໃຫ້​ຜົນ​ປະ​ໂຫຍດ ​ຢ່າງ​ທົ່ວ​ເຖິງ ແລະ ກວມ​ລວມ, ຊຸກ​ຍູ້​ ການ​ສ້າງ​ລະ​ບົບ​ ບໍ​ລິ​ຫານ​​ໂລກ ​ທີ່​ຍຸ​ຕິ​ທຳ ແລະ ສົມ​ເຫດ​ ສົມ​ຜົນ​ກວ່າ​ເກົ່າ. ພ້ມທັງ ​ສືບ​ຕໍ່​ຊຸກ​ຍູ້​ການ​ປະ​ຕິ​ຮູບ ​ອົງ​ການ ​ຮ່ວມ​ມື ​ຊຽງ​ໄຮ, ສ້າງ​ທະ​ນາ​ຄານ ​ພັດ​ທະ​ນາ​ ອົງ​ການ ​ຮ່ວມ​ມື ​ຊຽງໄຮ​ ໃຫ້​ສຳ​ເລັດ​ໂດຍ​ໄວ, ​ເພື່ອ​ໃຫ້​ການ​ສະ​ໜັບ​ ສະ​ໜູນ ​ທີ່​ເຂັ້ມ​ແຂງ ກວ່າ​ເກົ່າ​ ແກ່​ຄວາມ​ໝັ້ນ​ຄົງ ແລະ ການ​ຮ່ວມ​ມື ​ດ້ານ​ເສດ​ຖະ​ກິດ​ ຂອງ​ປະ​ເທດ​ສະ​ມາ​ຊິກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top