ຂປລ
ສສ ຫວຽດນາມ ພວມຫັນປ່ຽນ ຢ່າງແຮງ ດ້ວຍເປົ້າໝາຍ ທີ່ຈະແຈ້ງແມ່ນ ຕ້ອງພັດທະນາ ຕົວເມືອງ ອັດສະລິຍະ ຮັບໃຊ້ ປະຊາຊົນ. ບັນດາໂຄງການ, ແຜນຮ່າງລະດັບຊາດ ສຳຄັນຫລັກແຫລ່ງແມ່ນ: ແຜນຮ່າງພັດທະນາຕົວເມືອງ ອັດສະລິຍະ ແບຍືນຍົງ ໄລຍະ 2018-2025, ການກຳນົດທິດ ຮອດປີ 2030

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ,ວັນທີ31 ສິງຫານີ້, ສສ ຫວຽດນາມ ພວມຫັນປ່ຽນ ຢ່າງແຮງ ດ້ວຍເປົ້າໝາຍ ທີ່ຈະແຈ້ງແມ່ນ ຕ້ອງພັດທະນາ ຕົວເມືອງ ອັດສະລິຍະ ຮັບໃຊ້ ປະຊາຊົນ. ບັນດາໂຄງການ, ແຜນຮ່າງລະດັບຊາດ ສຳຄັນຫລັກແຫລ່ງແມ່ນ: ແຜນຮ່າງພັດທະນາຕົວເມືອງ ອັດສະລິຍະ ແບຍືນຍົງ ໄລຍະ 2018-2025, ການກຳນົດທິດ ຮອດປີ 2030; ໂຄງການຫັນເປັນ ດີຈີຕອນ ແຫ່ງຊາດ ຮອດປີ 2025, ການກຳນົດທິດຮອດປີ 2030; ຍຸດທະສາດ ພັດທະນາ ລັດຖະບານ ເອເລັກໂຕຣນິກ ມຸ່ງໄປເຖິງ ລັດຖະບານ ດີຈີຕອນ ແລະ ແຜນຮ່າງເລກທີ 6 ກ່ຽວກັບຂໍ້ມູນພົນ ລະເມືອງ, ID-ລະຫັດຢັ້ງຢືນຕົວຕົນ ດີຈີຕອນ. 4 ຂອດນີ້ ໄດ້ສ້າງເປັນພື້ນຖານ ດີຈີຕອນ ໃຫ້ທຸກການບໍລິການ ໃນຕົວເມືອງ. ພາຍຫລັງ ໄດ້ຜັນຂະຫຍາຍ ມາເປັນເວລາ 5-7 ປີ, ຫລາຍທ້ອງຖິ່ນ ໄດ້ມີແຜນຮ່າງ ກໍ່ສ້າງຕົວເມືອງ ອັດສະລິຍະ ແລະ ສູນບໍລິຫານ ອັດສະລິຍະ (IOC). ຮອດກາງເດືອນສິງຫາ ປີ 2025, ກະຊວງກໍ່ສ້າງ ຫວຽດນາມ ໄດ້ສະຫລຸບວ່າ ມີ 45 ໃນຈຳນວນ 63 ທ້ອງຖິ່ນ (ກ່ອນຈຸດເວລາໂຮມແຂວງເຂົ້າກັນ) ໄດ້ໝູນໃຊ້ IOC ແລ້ວ ຊື່ງສ່ວນຫລາຍແມ່ນການຕິດຕາມກວດກາ ຄົມມະນາຄົມດ້ວຍ camera. ຕົວເລກດັ່ງກ່າວ ໄດ້ສະແດງໃຫ້ເຫັນ ການຫັນປ່ຽນ ຈາກການ ທົດລອງ ໄປສູ່ການໝູນໃຊ້ຕົວຈິງ. ຫລັກການໜຶ່ງ ທີ່ສຳຄັນຄື: ທຸກຢ່າງຕ້ອງຖື “ປະຊາຊົນ ເປັນໃຈກາງ” ຊື່ງຫລາຍທ້ອງຖິ່ນ ໄດ້ຜັນຂະຫຍາຍ ຢ່າງມີປະສິດທິຜົນຄື: ນະຄອນ ເຫ້ວ ດ້ວຍພື້ນຖານ (ແອັບ) Hue-S. ປະຊາຊົນ ໄດ້ສ່ອງແສງຕົວຈິງ, ອຳນາດການປົກຄອງຕອບຮັບ ແລະ ແກ້ໄຂ. ການບໍລິການນັບມື້ ນັບມີຫລາຍຮູບແບບ, ນັບແຕ່ ການປ້ອງກັນ ຄວາມສະຫງົບ ຄວາມເປັນລະບຽບ ຮຽບຮ້ອຍ ຕະຫລອດຮອດ ສິ່ງແວດລ້ອມ, ສາທາລະນະສຸກ, ການສຶກສາ.ຢູ່ ດ່ານັງ, ໂປແກລມ Danang Smart City ແມ່ນ “ລີໂໝດມືຖື”. ໃນໂທລະສັບມືຖື, ປະຊາຊົນ ສາມາດປະກອບ ຄຳເຫັນ, ສ່ອງແສງ; ຊອກເບິ່ງບັນດາຖ້ຽວລົດເມ; ຂຸດຄົ້ນ ຂໍ້ມູນເປີດ; ຕິດຕາມ ການບໍລິການ ດີຈີຕອນ. ມີການແນະນຳການນຳໃຊ້ ຢ່າງສະດວກ, ໃຜກໍ່ສາມາດເຮັດໄດ້. ເພື່ອສືບຕໍ່ປະຕິບັດ ການຄຸ້ມ ຄອງ ຕົວເມືອງ ອັດສະລິຍະ ໄດ້ເປັນຢ່າງດີ ແລະ ຄົບຊຸດ, ໃນນັ້ນ, ຖື ປະຊາຊົນ ເປັນໃຈກາງ, ທ່ານ ຮສ.ປອ ຫງວຽນ ຫຶ້ວເຟືອງ, ຮອງຜູ້ອຳນວຍການ ສະຖາບັນຍຸດ ທະສາດບຳລຸງສ້າງ ພະນັກງານ ການກໍ່ສ້າງ, ກະຊວງກໍ່ສ້າງ ຫວຽດນາມ ຍົກອອກທັດສະນະທີ່ວ່າ: ການພັດທະນາ ຕົວເມືອງ ອັດສະລິຍະ ຕ້ອງຕິດພັນກັບ ວິວັດການຫັນເປັນ ດີຈີຕອນ ແຫ່ງຊາດ ຢ່າງແຮງ ແລະ ຕ້ອງຖື ປະຊາຊົນ ເປັນໃຈກາງ ຍ້ອນວ່າ ເປົ້າໝາຍສຸດທ້າຍ ແມ່ນຍົກສູງ ຄຸນນະພາບຊີວິດ ແລະ ຄວາມພາກພູມໃຈ ຂອງປະຊາຄົມ. ກ່ຽວກັບ ດ້ານວາງແຜນຜັງ, ສິ່ງນີ້ ຮຽກຮ້ອງຕ້ອງມີ ການປ່ຽນແປງ ຈິນຕະນາການ ຕາມທິດ ວາງແຜນຜັງ ແບບປະມວນ ແລະ ບັນດາປັດໄຈສີຂຽວ, ອັດສະລິຍະ, ຍືນຍົງ ແລະ ແທດເໝາະກັບ ດິນຟ້າອາກາດ ຕ້ອງໄດ້ມີການປະມວນ ທັນທີນັບແຕ່ໄລຍະ ອອກແບບ. ໃນແຜນທີ່ສາກົນ ລ້ວນແຕ່ມີ ນະຄອນຫລວງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈິມິນ ໃນບັນຊີລາຍຊື່ Top 100 ຕົວເມືອງອັດສະລິຍະຕາມ IMD Smart City Index 2024. ນີ້ແມ່ນສັນຍານທີ່ໜ້າຊື່ນຊົມ ຊື່ງສະແດງ ໃຫ້ເຫັນວ່າ ຄວາມມານະພະຍາຍາມ ຫັນເປັນຕົວເມືອງ ດີຈີຕອນ ໃຫ້ໄດ້ເປັນທີ່ຍອມຮັບ ແລະ ຄວາມສາມາດ ບົ່ມຊ້ອນ ໃນການປົວແປງ ຍັງຫລວງຫລາຍຢູ່. ເຖິງແນວນັ້ນກໍ່ຕາມ, ການສ້າງຕົວເມືອງ ອັດສະລິຍະບໍ່ພຽງແຕ່ ຕ້ອງການດ້ານເຕັກໂນໂລຊີ ເທົ່ານັ້ນ, ຫາກຍັງ ຕ້ອງມີການເຂົ້າຮ່ວມ ຂອງທັງປະຊາຄົມ ເພື່ອຍົກສູງ ປະສິດທິຜົນ, ປະສິທິພາບ ການຄຸ້ມຄອງ ອີກດ້ວຍ. ແບ່ງປັນກ່ຽວກັບ ບັນຫານີ້, ທ່ານ ປອ ນັກສະຖາປານິກ ຫວູຮວ່າຍດຶກ ອາຈານສອນ ຢູ່ພະແນກ ສະຖາປານິກ, ຕົວເມືອງ ແລະ ວິທະຍາສາດຍືນຍົງ, ມະຫາວິທະຍາໄລ ແຫ່ງຊາດ ໃຫ້ຮູ້ວ່າ: ຕົວເມືອງອັດສະລິຍະ ບໍ່ພຽງ ແຕ່ໄດ້ຕິດພັນກັບເຕັກໂນໂລຊີ ເທົ່ານັ້ນ, ຫາກຍັງ ຕ້ອງຕອບສະໜອງ ຄວາມຕ້ອງການຕົວຈິງຂອງ ປະຊາຊົນ ອີກດ້ວຍ, ຕ້ອງຮັບປະກັນ ຍົກສູງຄຸນ ນະພາບ ການດຳລົງຊີວິດຂອງ ປະຊາຊົນ ແລະ ຂອງປະຊາຄົມ. ບັນດາຄຸນຄ່າທີ່ຈຳເປັນ ຊື່ງຕົວເມືອງອັດສະລີຍະ ນຳມາໃຫ້ນັ້ນ ແມ່ນເພີ່ມທະວີ ປະສິດທິຜົນ ການຄຸ້ມຄອງ IOC ແລະ ບັນດາສູນ ຂໍ້ມູນ ລະຫວ່າງບັນດາຂະແໜງ ໄດ້ຊ່ວຍໃຫ້ອຳນາດ ການປົກຄອງ ຍົກອອກບັນດາຄວາມຕັດສິນ, ຂໍ້ຕົກລົງ ໂດຍອີງຕາມເວລາຕົວຈິງ, ຍົກສູງປະສິດທິຜົນ, ປະສິດທິພາບ ການຄຸ້ມຄອງ. ອາດເວົ້າ ໄດ້ວ່າ ເພື່ອພັດທະນາ ຕົວເມືອງອັດສະລິຍະ ຕິດພັນກັບ ການຫັນເປັນ ດີຈີຕອນແຫ່ງຊາດ ຫວຽດນາມ ຕ້ອງສືບຕໍ່ຫັນບັນດາຂໍ້ມູນ ໃຫ້ເປັນມາດຖານ, ຮັບປະກັນ ຄວາມປອດໄພ ດ້ານຂໍ້ມູນ ຂ່າວສານ, ອອກແບບ ການບໍລິການທີ່ໃຊ້ງ່າຍ ໃຫ້ແກ່ ທຸກກຸ່ມພົນ ລະເມືອງ, ພິເສດແມ່ນຜູ້ມີອາຍຸສູງ, ຜູ້ມີຄວາມສ່ຽງຫລາຍ. ເພື່ອເຮັດໄດ້ສິ່ງດັ່ງກ່າວ, ມີນະໂຍບາຍ ແລະ ອຳນາດການ ປົກຄອງ ເຂົ້າຮ່ວມ ແມ່ນຍັງບໍ່ທັນຄົບຖ້ວນ, ປະຊາຊົນ ກໍ່ຕ້ອງປະກອບສ່ວນດ້ວຍ ບັນດາວຽກງານ ທີ່ແທດຈິງ. ສ້າງຄວາມລຶ້ງເຄີຍ ໃນການເຮັດ ແລະ ໃຊ້ການບໍລິການສາທາລະນະ, ດາວໂຫລດ ແອັບ ຕົວເມືອງ ອັດສະລິຍະ, ບໍ່ໃຊ້ເງິນສົດ ໃນການໃຊ້ຈ່າຍຕ່າງໆ. ການກົດເທື່ອໜຶ່ງ ແມ່ນດິນຈີ່ ກ້ອນໜຶ່ງ ເພື່ອກໍ່ສ້າງຕົວເມືອງ ອັດສະລິຍະ ສີວິໄລ, ສະໜິດຕິດພັນ, ເປັນໜ້າຢູ່ ທີ່ ສສ ຫວຽດນາມ ໃນອະນາຄົດ ອັນໃກ້ໆນີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL