ຂປລ
ຫລັງຈາກ ທ່ານ ນາງ ແພທອງທານ ຊິນນະວັດ ຖືກປົດຕຳແໜ່ງ ນາຍົກລັດຖະມົນຕີໄທ, ວັນທີ 30 ສິງຫານີ້, ຄະນະລັດຖະບານໄທ ໄດ້ຈັດກອງປະຊຸມ ພິເສດ, ອະນຸ ມັດແຕ່ງຕັ້ງໃຫ້ ທ່ານ ພູມທຳ ເວດຊະຍະໄຊ, ຮອງນາຍົກ ລັດຖະມົນຕີ ສືບຕໍ່ ເປັນຜູ້ຮັກສາການ ນາຍົກລັດຖະມົນຕີໄທ.
ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ຫລັງຈາກ ທ່ານ ນາງ ແພທອງທານ ຊິນນະວັດ ຖືກປົດຕຳແໜ່ງ ນາຍົກລັດຖະມົນຕີໄທ, ວັນທີ 30 ສິງຫານີ້, ຄະນະລັດຖະບານໄທ ໄດ້ຈັດກອງປະຊຸມ ພິເສດ, ອະນຸ ມັດແຕ່ງຕັ້ງໃຫ້ ທ່ານ ພູມທຳ ເວດຊະຍະໄຊ, ຮອງນາຍົກລັດຖະມົນຕີ ສືບຕໍ່ ເປັນຜູ້ຮັກສາການ ນາຍົກລັດຖະມົນຕີໄທ. ອີງຕາມ ລັດຖະທຳມະນູນໄທ, ເມື່ອນາຍົກລັດຖະມົນຕີ ຖືກປົດຕຳແໜ່ງແລ້ວ, ສະມາຊິກ ຄະນະລັດຖະບານທັງໝົດ ກໍ່ຕ້ອງລາອອກ ຈາກຕຳແໜ່ງ, ສະພາຜູ້ແທນລາຊະດອນ ຈະຮັດຜິດຊອບ ເລືອກຕັ້ງ ນາຍົກລັດຖະມົນຕີ ຄົນໃໝ່. ໃນຖານະທີ່ເປັນ ຜູ້ຮັກສາການ ນາຍົກລັດຖະ ມົນຕີ, ທ່ານ ພູມທຳ ເວດຊະຍະໄຊ ຈະນຳພາສະມາຊິກອື່ນ ໃນຄະນະລັດຖະບານ ສືບຕໍ່ ປະຕິບັດໜ້າທີ່ ຮັກສາການ ຈົນເຖິງ ຄະນະລັດຖະບານຊຸດໃໝ່ ຂຶ້ນຮັບຕຳແໜ່ງ ຢ່າງປັນທາງການ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL