ແຂວງບໍແກ້ວ ດຳເນີນກອງປະຊຸມທາບທາມເນື້ອໃນກອງປະຊຸມໃຫຍ່ອົງຄະນະພັກແຂວງ

01/09/2025 12:02
Email Print 218
ຂປລ ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ກອງປະຊຸມທາບທາມເນື້ອໃນກອງປະຊຸມໃຫຍ່ ຄ້ັງ ທີ VII ຂອງອົງຄະນະພັກແຂວງບໍ່ແກ້ວ ຮອບ 1 ຈັດຂຶ້ນໃນອາທິດຜ່ານມາ.

    ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ກອງປະຊຸມທາບທາມເນື້ອໃນກອງປະຊຸມໃຫຍ່ ຄ້ັງ ທີ VII ຂອງອົງຄະນະພັກແຂວງບໍ່ແກ້ວ ຮອບ 1 ຈັດຂຶ້ນໃນອາທິດຜ່ານມາ,  ທີ່ຫໍວັດທະນະທຳ ແຂວງ ໂດຍການເປັນປະທານຂອງ ສະຫາຍ ຈອມສີ ລັດຕະນະປັນ  ຮອງເລຂາພັັກແຂວງ ປະທານ ສະພາປະຊາຊົນແຂວງບໍ່ແກ້ວ, ມີ ບັນດາຄະນະປະຈຳພັກແຂວງ, ກຳ ມະການພັກແຂວງ, ເລຂາ-ຮອງເລ ຂາຄະນະພັກຮາກຖານ, ເລຂາ- ຮອງເລຂາໜ່ວຍພັກຄະນະພັກອ້ອມ ແຂວງເຂົ້າຮ່ວມ. 

    ສະຫາຍ ສີວິໄລ ສີແສນດີ ຮອງ ຫົວໜ້າຫ້ອງວ່າການແຂວງ ຄະນະ ຮັບຜິດຊອບອະນຸກຳມະການເນື້ອ ໃນກອງປະຊຸມໃຫຍ່ ໄດ້ຜ່ານຮ່າງ ລາຍງານການເມືອງທັງສອງພາກ ກ່ຽວກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ  ຄັ້ງທີ IX (2021-2025) ແລະ  ທິດທາງແຜນການ 5 ປີ ຄັ້ງທີ  X (2025-2030) ຜົນໄດ້ຮັບ ຂອງການຈັດຕັ້ງປະຕິບັດບັນດາເປົ້າໝາຍ ແລະ ວຽກງານຈຸດສຸມ ຂອງແຜນພັດທະນາເສດຖະກິດ-  ສັງຄົມ 5 ປີຄັ້ງທີ IX(2021- 2025) ຕາມ 6 ເປ້ົາໝາຍ 20  ແຜນວຽກຈຸດສຸມຂອງມະຕິ VI ຂອງກອງປະຊຸມໃຫຍ່ຜູ້ແທນອົງຄະ ນະພັກແຂວງບໍ່ແກ້ວ ໄດ້ວາງອອກ.  ການເຕີບໂຕດ້ານເສດຖະກິດ  ລວມຍອດຜະລິດຕະພັນພາຍໃນ   ເສດຖະກິດຂະຫຍາຍຕົວສະເລ່ຍ ໃນລະດັບ 4,5%, ໂຄງປະກອບ ເສດຖະກິດຂອງແຂວງຕາມທ່າ ແຮງບົ່ມຊ້ອນປະກອບມີ: ຂະແໜງ ກະສິກຳຂະຫຍາຍຕົວໃນລະດັບ  3,1% ກວມເອົາ 45,12%, ຂະ ແໜງອຸດສາຫະກຳຂະຫຍາຍຕົວ  ລະດັບ 7,1%  ກວມເອົາ 24,45%,  ຂະແໜງບໍລິການຂະຫຍາຍຕົວ ສະເລ່ຍ 4,3% ກວມ 25,54%, ພາສີ-ອາກອນສຸດທິຂະຫຍາຍ ສະເລ່ຍ 5,6% ກວມເອົາ 4,89%, ວຽກງານພະລັງງານ ແລະ ບ່ແຮ່ສະຖິຕິການຊົມໃຊ້ໄຟຟ້າທົ່ວ ແຂວງມີບ້ານທີ່ໄດ້ຊົມໃຊ້ໄຟຟ້າ  241 ບ້ານ, ຈຳນວນຄົວເຮືອນທີ່ໄດ້ຊົມໃຊ້ໄຟຟ້າ 36.370 ຄົວເຮືອນ,  ດ້ານວຽກງານວັດທະນະທຳ- ສັງຄົມໄດ້ປັບປຸງຄຸນນະພາບການສຶກສາ ແລະ ແກ້ໄຂການເຂົ້າເຖິງການສຶກສາໃຫ້ມີຄຸນນະພາບທົ່ວ ແຂວງມີໂຮງຮຽນສາມັນ 435 ແຫ່ງ, ມີນັກຮຽນ 48.276 ຄົນ ຍິງ  23.615 ຄົນ, ດ້ານວຽກງານສາທາລະນະສຸກ ແລະ ໂພຊະນາການ ໃຫ້ມີຄຸນນະພາບ, ວຽກງານ ປິ່ນປົວ ແລະ ຟື້ນຟູໜ້າທີ່ການໄດ້ ເອົາໃຈໃສ່ປິ່ນປົວຄົນເຈັບທີ່ມາໃຊ້ບໍລິການຢູ່ໂຮງໝໍແຂວງ, ເອົາໃຈ ໃສ່ປັບປຸງຄຸນນະພາບການບໍລິການ ໂດຍການຈັດຕັ້ງປະຕິບັດນະໂຍບາຍ  5 ດີ 1 ພໍໃຈ, ວຽກງານພັດທະນາ ສີມືແຮງງານໄດ້ເອົາໃຈໃສ່ຄຸ້ມຄອງ ແຮງງານ-ການຈັດຫາງານໃຫ້ມີ ອາຊີບທີ່ໝັ້ນຄົງ, ດ້ານວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ ມີຄອບຄົວພົ້ນທຸກ  27.689 ຄອບຄົວ, ຄອບຄົວ ທຸກຍາກ 6.650 ຄອບຄົວ, ວຽກງານຖະແຫລງຂ່າວ ໄດ້ເອົາໃຈໃສ່ພັດທະນາ ແລະ ປັບປຸງຕາໜ່າງຂ່າວສານໃຫ້ມີຄວາມວ່ອງໄວທັນເຫດການ, ວຽກງານວັດທະນະທຳໄດ້ສ້າງບ້ານ ແລະ ຄອບຄົວວັດ ທະນະທຳໄດ້ 3.801 ຄອບຄົວ,   ປັດຈຸບັນມີບ້ານວັດທະນະທຳ 213 ບ້ານ ແລະ ວຽກງານອື່ນໆກໍໄດ້ຮັບຜົນສຳເລັດຢ່າງຕັ້ງໜ້າ.

     ໃນກອງປະຊຸມຄັ້ງນີ້, ຍັງໄດ້ຜ່ານຮ່າງສະຫລຸບການຈັດຕ້ັງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021- 2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2025-2030), ຜ່ານຮ່າງບົດສຳຫລວດການນຳພາລວມຂອງຄະນະບໍລິຫານງານພັກ ແຂວງບໍ່ແກ້ວ ທ້າຍສະໄໝ ຊຸດທີ VI ຕື່ມອີກ.

     ໂອກາດນີ້, ສະຫາຍ ຈອມສີ ລັດຕະນະປັນ ໄດ້ເນັ້ນໃຫ້ຄະນະພັກ- ຄະນະນຳທຸກສະຫາຍຈົ່ງພ້ອມກັນເອົາໃຈໃສ່ເຮັດໜ້າທີ່ການເມືອງຂອງຕົນ, ຖືເອົາປະຊາທິປະໄຕຂອງຕົນ ເລືອກເຟັ້ນເອົາຜູ້ທີ່ມີມາດຖານເງື່ອນໄຂ ແລະ ມີປະສົບການໃນການນຳພາ-ຊີ້ນຳເປັນຄັນທຸງໃນແຖວໜ້າ, ເປັນແບບຢ່າງທີ່ດີໃຫ້ແກ່ສະມາຊິກພັກ, ການທາບທາມບຸກຄະລາກອນໃນຮອບ I ນີ້ ແມ່ນມີຄວາມສຳຄັນຫລາຍ ເພື່ອເລືອກເຟັ້ນເອົາບຸກຄະລາກອນທີ່ຄົບມາດຖານບັນຈຸເຂົ້າໃນໂຄງປະກອບການຈັດຕັ້ງພັກໃຫ້ຖືກຕ້ອງຕາມເງື່ອນໄຂຕົວຈິງ ເລືອກໄດ້ຜູ້ທ່ີມີຄວາມຮູ້ຄວາມສາມາດນຳພາ- ຊີ້ນຳວຽກງານໃຫ້ສຳເລັດຕາມການມອບໝາຍໃຫ້ໄດ້ຢ່າງຕັ້ງໜ້າ.

ຂ່າວ: ບຸນຈັນ ມະນີໄຊ

KPL

ຂ່າວອື່ນໆ

ads
ads

Top