ກອງປະໃຫຍ່ຜູ້ແທນອົງຄະນະພັກແຂວງຊຽງຂວາງ ຄັ້ງທີ IX ອັດລົງດ້ວຍຜົນສຳເລັດ

01/09/2025 11:17
Email Print 398
ຂປລ ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງຊຽງຂວາງ ຄັ້ງທີ IX ດຳເນີນມາເປັນ ເວລາ 2 ວັນ (28-29 ສິງຫາ 2025) ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ.

     ຂປລ. ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງຊຽງຂວາງ ຄັ້ງທີ IX ດຳເນີນມາເປັນ ເວລາ 2 ວັນ (28-29 ສິງຫາ 2025) ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມພາຍໃຕ້ການ ເປັນປະທານຂອງສະຫາຍ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຊຽງຂວາງ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ນາງ ບຸດສະດ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍຮອງເລຂາພັກແຂວງ, ບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ອະດີດເລຂາພັກ ແຂວງ, ຜູ້ຕາງໜ້າຈາກພະແນກການອ້ອມຂ້າງແຂວງ, ກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ບັນດາສະຫາຍຜູ້ແທນສົມບູນທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກເຂົ້າຮ່ວມ 260 ສະຫາຍ, ຍິງ 36 ສະຫາຍ.

      ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງຊຽງຂວາງ ຄ້ັງທີIX ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊ່ິງ, ປະກອບຄຳຄິດຄຳເຫັນຢ່າຕັ້ງໜ້າ ແລະ ເປັນເອກະສັນຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫລວດການນໍາພາລວມຂອງຄະນະພັກຊຸດເກົ່າ, ຕີລາຄາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາ-ຊ້ີນໍາຕະຫລອດໄລຍະ 5 ປີ ຜ່ານມາ, ພ້ອມທັງໄດ້ຮັບຟັງລາຍງານ ແລະ ການປະກອບຄໍາຄິດເຫັນຈາກຜູ້ຕາງໜ້າຂອງຫລາຍຮາກຖານພັ ເຊິ່ງແຕ່ລະຮາກຖານລ້ວນແຕ່ສະແດງເຖິງຄວາມເປັນເອກະພາບຕໍ່ຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫລວດການນໍາພາລວມຂອງຄະນະພັກຊຸດເກົ່າ; ການລາຍງານ ແລະ ການປະກອບຄຳເຫັນສ່ວນຫລາຍໄດ້ລົງເລິກລາຍງານຜົນສຳເລັດແຫ່ງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູແທນ ຄ້ັງທີ  VIII ຜ່ານມາ ແລະ ຍົກໃຫ້ເຫັນບາງຂ້ໍຄົງຄ້າງທ່ີຈະຕ້ອງສືບຕ່ໍແກ້ໄຂອັນໄດ້ເຮັດໃຫ້ກອງປະຊຸມໃຫຍ່ມີເນື້ອໃນອຸດົມສົມບູນຂຶ້ນ ຕື່ມ ແລະ ມີຄວາມເປັນເອກະສັນ ຮັບຮອງເອົາທິດທາງແຜນພັດທະ ນາເສດຖະກິດ-ສັງຄົມ. ບັນດາສະຫາຍຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງທີ່ໄດ້ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄ້ັງທີ VIII ແລະ ໄດ້ມີຜົນສໍາເລັດຫລາຍດ້ານຢ່າງສະຫງ່າງາມ. ກອງປະຊຸມໃຫຍ່ຜູ້ແທນສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ບົນພື້ນຖານຫລັກການລວມສູນປະຊາທິປະໄຕ, ຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ໄດ້ກຳນົດໄວ້ ເຊິ່ງປະກອບດ້ວຍຜູ້ເກົ່າ, ຜູ້ໃໝ່, ຜູ້ອາວຸໂສ, ຜູ້ກາງ ແລະ ຜູ້ໜຸ່ມແໜ້ນ, ມີທັງເພດຍິງ ແລະ ຊົນເຜົ່າ ໂດຍມີຜູ້ຮັບສະໝັກເລືອກຕັ້ງທັງໝົດ 38 ສະຫາຍ, ຍິງ 6 ສະຫາຍ, ເລືອກ ໄດ້ 33 ສະຫາຍ, ຍິງ 5 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກໄດ້ປ່ອນບັດເລືອກຕັ້ງເອົາຄະນະປະຈຳພັກ, ເລຂາ, ຮອງເລຂາ, ປະທານ ແລະ ຮອງປະທານກວດກາພັກແຂວງສະໄໝທີ IX ຄື: ສະຫາຍ ບຸນຈັນ ສີວົງພັນ ເປັນເລຂາຄະນະບໍລິຫານງານພັກແຂວງ; ສະຫາຍ ບົວເງິນ ຫຸມໄຊຍະພົມ ແລະ ສະຫາຍ ບຸນເຮືອງ ສຸລິໄຊ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ຄຳພາ ພິລາວົງ ເປັນປະທານກວດກາພັກແຂວງ, ສະຫາຍ ຄຳເພັດ ເພັງມະແສງ, ສະຫາຍ ນາງ ວັນໄຊ ສິງດາລາ ແລະ ສະຫາຍ ພອນສັກ ແສງມະນີທີເປັນຮອງປະທານກວດກາພັກແຂວງ. ພ້ອມນ້ີ, ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນຈຳນວນ 30 ສະຫາຍ ແລະ ສຳຮອງ 5 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຕື່ມອີກ.  

    ໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ມີຄໍາເຫັນໂອ້ລົມສະແດງຄວາມຍ້ອງຍໍຊົມເຊີຍຕ່ໍຄະນະພັກຊຸດເກົ່າທີ່ໄດ້ນຳພາ-ຊ້ີ ນຳພະນັກງານ, ສະມາຊິກພັກ, ປະຊາຊົນບັນດາເຜົ່າໃນທົ່ວແຂວງ ເປັນເຈົ້າການປະຕິບັດໜ້າທີ່ການເມືອງຂອງຕົນ, ສ້າງໄດ້ຜົນສໍາ ເລັດຫລາຍດ້ານ. ພ້ອມກັນນັ້ນ, ສະຫາຍກໍຊີ້ນໍາຄະນະພັກຊຸດໃໝ່ໃຫ້ສືບຕໍ່ປັບປຸງ, ແກ້ໄຂ; ຈຸດອ່ອນ- ຂ້ໍຄົງຄ້າງ ແລະ ນໍາເອົາທິດນໍາທີ່ເປັນເອກະພາບພາຍໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຊຽງຂວາງ ຄັ້ງທີ IX ໄປຜັນ ຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

   ຂ່າວ: ສົມຮັກ ຈັນທະວົງສາ

KPL

ຂ່າວອື່ນໆ

ads
ads

Top