ຂປລ
ຕາມສະຖິຕິ ຂອງສະຫະພັນ ໄປສະນີ ສາກົນ ຂອງອົງການ ສະຫະ ປະຊາຊາດ ເປີດເຜີຍ ໃນວັນທີ 26 ສິງຫານີ້ວ່າ ຍ້ອນຄວາມບໍ່ແນ່ນອນ ທີ່ກ່ຽວຂ້ອງກັບ ການບໍລິການ ດ້ານການຂົນສົ່ງ ພາຍໃຕ້ລະບຽບການໃໝ່ຂອງ ສ.ອາເມລິກາ ພົ້ນເດັ່ນຂຶ້ນ, ປັດຈຸບັນ, ມີ 25 ປະເທດ ສະມາຊິກ ຂອງອົງການ ສະຫະ ປະຊາຊາດ ໄດ້ປະກາດໂຈະ ການສົ່ງພັດສະດຸ ໄປສະນີໄປ ສ.ອາເມລິກາ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ຕາມສະຖິຕິ ຂອງສະຫະພັນ ໄປສະນີ ສາກົນ ຂອງອົງການ ສະຫະ ປະຊາຊາດ ເປີດເຜີຍ ໃນວັນທີ 26 ສິງຫານີ້ວ່າ ຍ້ອນຄວາມບໍ່ແນ່ນອນ ທີ່ກ່ຽວຂ້ອງກັບ ການບໍລິການ ດ້ານການຂົນສົ່ງ ພາຍໃຕ້ລະບຽບການໃໝ່ຂອງ ສ.ອາເມລິກາ ພົ້ນເດັ່ນຂຶ້ນ, ປັດຈຸບັນ, ມີ 25 ປະເທດ ສະມາຊິກ ຂອງອົງການ ສະຫະ ປະຊາຊາດ ໄດ້ປະກາດໂຈະ ການສົ່ງພັດສະດຸ ໄປສະນີໄປ ສ.ອາເມລິກາ. ຝ່າຍທາງການໄປສະນີ ຣັດເຊຍ ເປີດເຜີຍວ່າ: ຍ້ອນບັນຫາດ້ານພາສີ, ໄປສະນີຣັດເຊຍ ຈະໂຈະການບໍລິການ ສົ່ງສິນຄ້າໄປ ສ.ອາເມລິກາ ໃນວັນດຽວກັນ, ແຕ່ການບໍລິການ ສົ່ງຈົດໝາຍ ທຳມະດາ ຈະບໍ່ຖືກກະທົບກະເທືອນ. ອົງການໄປສະນີ ຂອງຫລາຍປະເທດ ເອີຣົບ ເຊັ່ນ: ຝຣັ່ງ, ເຢຍລະມັນ ແລະ ອີຕາລີ, ລວມທັງ ອົດສະຕຣາລີ, ອິນເດຍ, ຍີ່ປຸ່ນ, ໄທ ແລະ ສິງກະໂປ ຕ່າງໄດ້ປະກາດໂຈະ ການສົ່ງພັດສະດຸໄປ ສ.ອາເມລິກາ.ຂະນະທີ່ ອາເມລິກາ ຕົກລົງຍົກເວັ້ນ ການປອດພາສີ ຕໍ່ພັດສະດຸນຳເຂົ້າ ທີ່ມີມູນຄ່າ 800 ໂດລາສະຫະລັດ ແລະ ຕ່ຳກວ່າ 800 ໂດລາສະຫະລັດ ແຕ່ວັນທີ 29 ສິງຫານີ້ ເປັນຕົ້ນໄປ. ເມື່ອຮອດເວລານັ້ນ, ພັດສະດຸໄປສະນີເຫລົ່ານີ້ ທີ່ຖືກສົ່ງເຂົ້າ ສ.ອາເມລິກາ ຈະຕ້ອງເສຍພາສີ ເຕັມອັດຕາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL