ອາຊີ ຕາເວັນອອກ ສຽງເໜືອ ຮຽກຮ້ອງ ໃຫ້ເພີ່ມທະວີ ການຮ່ວມມື

27/08/2025 13:39
Email Print 138
ຂປລ ກອງ​ປະ​ຊຸມ​ໂຕະ​ມົ​ນ ​ວ່າ​ດ້ວຍ​ ການ​ຮ່ວມ​ມື ​ພາກ​ພື້ນ​ ອາ​ຊີ ​ຕາ​ເວັນ​ອອກ​ ສຽງ​ເໜືອ​ ຄັ້ງ​ທີ 4 ພາຍ​ໃຕ້​ຫົວ​ຂໍ້​ວ່າ “ຊຸກ​ຍູ້​ ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ ດ້ວຍ​ຄຸນ​ນະ​ພາບ​ສູງ, ສ້າງ​ອະ​ນາ​ຄົດ ​ທີ່​ດີ​ງາມ​ ຂອງ​ອາ​ຊີ​ ຕາ​ເວັນ​ອອກ​ ສຽງ​ເໜືອ” ໄດ້​ຈັດ​ຂຶ້ນ ຢູ່​ນະ​ຄອນ​ສາງ​ຊູ່ນ ແຂວງ​ຈີຫລິນ​ຂອງ​ ສປ ຈີນ

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນ​ທີ 26 ສິງ​ຫາ​ນີ້, ກອງ​ປະ​ຊຸມ​ໂຕະ​ມົ​ນ ​ວ່າ​ດ້ວຍ​ ການ​ຮ່ວມ​ມື ​ພາກ​ພື້ນ​ ອາ​ຊີ ​ຕາ​ເວັນ​ອອກ​ ສຽງ​ເໜືອ​ ຄັ້ງ​ທີ 4 ພາຍ​ໃຕ້​ຫົວ​ຂໍ້​ວ່າ “ຊຸກ​ຍູ້​ ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ ດ້ວຍ​ຄຸນ​ນະ​ພາບ​ສູງ, ສ້າງ​ອະ​ນາ​ຄົດ ​ທີ່​ດີ​ງາມ​ ຂອງ​ອາ​ຊີ​ ຕາ​ເວັນ​ອອກ​ ສຽງ​ເໜືອ” ໄດ້​ຈັດ​ຂຶ້ນ ຢູ່​ນະ​ຄອນ​ສາງ​ຊູ່ນ ແຂວງ​ຈີຫລິນ​ຂອງ​ ສປ ຈີນ ໂດຍ​ມີ​ ຜູ້​ຕາງ​ໜ້າ​ຈາກ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ປະ​ມານ 160 ຄົນ ເຊິ່ງ​ລວມ​ເຖິງ ຜູ້​ຕາງ​ໜ້າ​ ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ ​​ແລະ ວິ​ສາ​ຫະ​ກິດຈາກ 5 ປະ​ເທດ​ໃນ​ອາ​ຊີ​ ຕາ​ເວັນ​ອອກ​ ສຽງ​ເໜືອ ​ເຂົ້າ​ຮ່ວມ ແລະ ຮ່ວມ​ກັນ​ຮຽກ​ຮ້ອງ​ ໃຫ້​ເພີ່ມ​ທະ​ວີ​ການ​ຮ່​ວມ​ມື ແລະ ຊຸກຍູ້ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ.ໃນ​ປີ 2024, ຍອດ​ມູນ​ຄ່າ ​ການ​ຄ້າ​ ລະ​ຫວ່າງ ສປ ​ຈີນ​ ກັບ 5 ປະ​ເທດ ​ໃນ​ອາ​ຊີ ​ຕາ​ເວັນ​ອອກ​ ສຽງ​ເໜືອ​ ມີ​ເຖິງ 901 ຕື້ກວ່າ​ໂດ​ລ​າສະຫະລັດ, ເພີ່ມ​ຂຶ້ນ 1,6% ເມື່ອ​ທຽບ​ໃສ່​ປີ 2023, ກວມ​ເອົາ​ເກືອບ 15% ຂອງຍອດ​ມູນ​ຄ່າ​ ການ​ຄ້າ​ ຕ່າງ​ປະ​ເທດ​ ຂອງ ສປ ​ຈີນ. ການ​ລົງ​ທຶນ​ເຊິ່ງ​ກັນ​ແລະ​ກັນ​ ລະ​ຫວ່​າງ ສປ ​ຈີນ ​ກັບ 5 ປະ​ເທດ​ດັ່ງ​ກ່າວ ມີ​ມູນ​ຄ່າ ຫລາຍກວ່າ 7 ຕື້​ໂດ​ລາສະຫະລັດ, ຂົງ​ເຂດ​ ການ​​ຮ່ວມ​ມື​ ການລົງ​ທຶນ ​ໄດ້​ຂະ​ຫຍາຍ ກວ້າງ​ອອກ​ໄປ ​ສູ່​ຂົງ​ເຂດ ​ຈະ​ເລີນ​ໃໝ່ ເຊັ່ນ: ເສດ​ຖະ​ກິດ ດີ​ຈີ​ຕອນ, ການ​ພັດ​ທະ​ນາ​ ສີ​ຂຽວ, ການ​ຜະ​ລິດ​ຂັ້ນ​ສູງ, ການ​ບໍ​ລິ​ການ ​ທັນ​ສະ​ໄໝ ແລະ​ ອື່ນໆ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top