ສະຫະພາບ ເອີຣົບ ຢືນຢັນສິດໃນການກຳນົດ ກົດລະບຽບດິຈີຕອນ

27/08/2025 14:44
Email Print 213
ຂປລ ສະ​ຫະ​ພາບ ​ເອີ​ຣົບ ແລະ ປະ​ເທດ​ ສະ​ມາ​ຊິກ​ຂອງ​ຕົນ ​ມີອະ​ທິ​ປະ​ໄຕ ແລະ ​ສິດທິ ​ໃນ​ການ​ກຳ​ນົດ ​ກົດ​ລະ​ບຽບ​ ການ​ເຄື່ອນ​ໄຫວ​ ດ້ານ​ເສດ​ຖະ​ກິດ ຢູ່​ພາຍ​ໃນ​ຂອງ​ຕົນ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ພາຍຫລັງ ​ທ່ານ ​ໂດ​ນັນ ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິ​ກາ  ປະກາດ ຈະ​ເກັບ​ພາ​ສີ ​ແບບ​ຕອບ​ໂຕ້​ ຕໍ່​ມາດ​ຕະ​ການ ​ຕິດ​ຕາມ​ຄຸ້ມ​ຄອງ ​ດ້ານ​ດິ​ຈີ​ຕອນ ​ຂອງ​ປະ​ເທດ​ອື່ນ​ແລ້ວ, ວັນ​ທີ 26 ສິງ​ຫາ​ນີ້, ເຈົ້າ​ໜ້າ​ທີ່​ ສະ​ຫະ​ພາບ​ ເອີ​ຣົບ ​ກ່າວ​ວ່າ: ສະ​ຫະ​ພາບ ​ເອີ​ຣົບ ແລະ ປະ​ເທດ​ ສະ​ມາ​ຊິກ​ຂອງ​ຕົນ ​ມີອະ​ທິ​ປະ​ໄຕ ແລະ ​ສິດທິ ​ໃນ​ການ​ກຳ​ນົດ ​ກົດ​ລະ​ບຽບ​ ການ​ເຄື່ອນ​ໄຫວ​ ດ້ານ​ເສດ​ຖະ​ກິດ ຢູ່​ພາຍ​ໃນ​ຂອງ​ຕົນ. ທ່ານ​​ ນາງ ​ພໍ​ລ​ລາ ປິນ​ໂຮ ຫົວ​ໜ້າ​ໂຄ​ສົກ​ ຂອງ​ຄະ​ນະ​ກຳ​ມາ​ທິ​ການ ​ສ​ະ​ຫະ​ພາບ​ ເອີ​ຣົບ ​ກ່າວ​ວ່າ: “ການ​ວາງ​​ກົດ​ລະ​ບຽບ ​ຕໍ່​ການ​ເຄື່ອນ​ໄຫວ ​ດ້ານ​ເສດ​ຖະ​ກິ​ດ​ ພາຍ​ໃນ ເປັນ​ອະ​ທິ​ປະ​ໄຕ ແລະ ສິດ​ທິ​ ຂອງ​ສະ​ຫະ​ພາບ ​ເອີ​ຣົບ ແລະ ປະ​ເທດ​ ສະ​ມາ​ຊິກ​ຂອງ​ຕົນ.” ບັນ​ຫາ​ດັ່ງ​ກ່າວ ​ບໍ່​ນອນ​ຢູ່​ ໃນ​ຂອບ​ສັນ​ຍາ​ ການ​ຄ້າ​ ລະ​ຫວ່າງ ສະ​ຫະ​ພາບ​ ເອີ​ຣົບ-ສ.ອາ​ເມ​ລິ​ກາ ແລະ ເປັນ​ສອງ​ບັນ​​ຫາ​ ທີ່​ມີ​ຄວາມ​ແຕກ​ຕ່າງ​ກັນ. ທ່ານ​ ໂດ​ນັນ ທ​ຣຳ​ ໄດ້​ເຜີຍ​ແຜ່ ​ຂໍ້​ຄວາມ​​ຜ່ານ​ສື່​ສັງ​ຄົມ​ອອນ​ລາຍ​ ໂດຍ​ກ່າວ​ເຕືອນ​ວ່າ: ທຸກ​ປະ​ເທດ​ ທີ່​ເກັບ​ພາ​ສີ​ ດິ​ຈີ​ຕອນ, ສ້າງ​ກົດ​ໝາຍ ​ດ້ານ​ດິ​ຈີ​ຕອນ, ວາງ​​ກົດ​ລະ​ບຽບ ​ດ້ານ​ດິ​ຈີ​ຕອນ ຫລື ດຳ​ເນີນ​ການ​ຕິດ​ຕາມ​ ຄຸ້ມ​ຄອງ​ ດ້າ​ນ​ດິ​ຈີ​ຕອນ, ເວັ້ນ​ແຕ່​ ປະ​ເທດ​ເຫລົ່າ​ນີ້ ​ຍົກ​ເລີກ​ມາດ​ຕະ​ການ ​​ເລືອກ​ປະ​ຕິ​ບັດ ​ຕໍ່​ວິ​ສາ​ຫະ​ກິດ ​ອາ​ເມ​ລິ​ກາ ​ເທົ່າ​ນັ້ນ, ຖ້າ​ບໍ່​ດັ່ງ​ນັ້ນ, ຈະ​ເກັບ​ພາ​ສີ​ ນຳ​ເຂົ້າ​ສູງ​ພິ​ເສດ ​ຕໍ່​ສິນ​ຄ້າ​​ທີ່​ສົ່ງ​ເຂົ້າ​ໄປ ສ.ອາ​ເມ​ລິ​ກາ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • 25 ປະເທດ ປະກາດໂຈະການສົ່ງພັດສະດຸໄປສະນີໄປ ສ.ອາເມລິກາຂ່າວຕ່າງປະເທດ

      25 ປະເທດ ປະກາດໂຈະການສົ່ງພັດສະດຸໄປສະນີໄປ ສ.ອາເມລິກາ

      8/27/2025 3:14:13 PM

      ຕາມ​ສະ​ຖິ​ຕິ ​ຂອງ​ສະ​ຫະ​ພັນ​ ໄປ​ສະ​ນີ​​ ສາ​ກົນ ຂອງ​ອົງ​ການ​ ສະ​ຫະ​ ປະ​ຊາ​ຊາດ ​​ເປີດ​ເຜີຍ ​ໃນ​ວັນ​ທີ 26 ສິງ​ຫາ​ນີ້ວ່າ ຍ້ອນ​ຄວາມ​ບໍ່​ແນ່ນອນ​ ທີ່​ກ່ຽວ​ຂ້ອງ​ກັບ​ ການ​ບໍ​ລິ​ການ​ ດ້ານ​ການ​ຂົນ​ສົ່ງ ພາຍ​ໃຕ້​ລະບຽບ​ການ​ໃໝ່​ຂອງ​ ສ.ອາ​ເມ​ລິ​ກາ ​ພົ້ນ​ເດັ່ນ​ຂຶ້ນ, ປັດ​ຈຸ​ບັນ, ມີ 25 ປະ​ເທດ ​ສະ​ມາ​ຊິກ​ ຂອງ​ອົງ​ການ ສະ​ຫະ​ ປະ​ຊາ​ຊາດ ​ ​ໄດ້​ປະ​ກາດ​ໂຈະ ການ​ສົ່ງ​​ພັດ​ສະ​ດຸ ໄປ​ສະ​ນີ​ໄປ ສ.​ອາ​ເມ​ລິ​ກາ​.

    • ກອງປະຊຸມຖະແຫລງຂ່າວອົງການສາກົນ ຂອງກອງປະຊຸມ ອິນເຕີເນັດໂລກຂ່າວຕ່າງປະເທດ

      ກອງປະຊຸມຖະແຫລງຂ່າວອົງການສາກົນ ຂອງກອງປະຊຸມ ອິນເຕີເນັດໂລກ

      8/27/2025 2:27:11 PM

      ກອງປະຊຸມ ຖະແຫລງຂ່າວ ຂອງອົງການສາກົນ ຂອງກອງປະຊຸມ ອິນເຕີເນັດໂລກ ທີ່ຈັດຂຶ້ນຢູ່ ນະຄອນຫລວງ ປັກກິ່ງ ໃນວັນທີ 26 ສິງຫານີ້ ໄດ້ໃຫ້ຮູ້ວ່າ: ກອງປະຊຸມເວທີ ປຶກສາຫາລື ການຫັນມໍລະດົກ ທາງວັດທະນະທຳ ເປັນ ດີຈີຕອນ ຂອງກອງປະຊຸມອິນເຕີ ເນັດໂລກ 2025 ຈະຈັດການວາງສະແດງ ໂຄງການດີເດັ່ນ ຂອງການຫັນ ມໍລະດົກ ທາງວັດທະ ນະທຳ ເປັນດີຈີຕອນ

    • ສສ ຫວຽດນາມ ກະກຽມ ພິທີສະເຫລີມ ສະຫລອງ ວັນສຳຄັນຂອງຊາດ ຢ່າງຄຶກຄື້ນຂ່າວຕ່າງປະເທດ

      ສສ ຫວຽດນາມ ກະກຽມ ພິທີສະເຫລີມ ສະຫລອງ ວັນສຳຄັນຂອງຊາດ ຢ່າງຄຶກຄື້ນ

      8/27/2025 2:01:09 PM

      ວັນບຸນໃຫຍ່ ສະເຫລີມ ສະຫລອງ 80 ປີ ແຫ່ງວັນການປະຕິວັດ ເດືອນສິງຫາ (19/8/1945-19/8/2025), ວັນສະຖາ ປະນາ ປະເທດ ຫວຽດນາມ (2/9/ 1945-2/9/2025) ລວມມີ ພິທີໂຮມຊຸມນຸມມິດຕິງ, ການເດີນຂະບວນ, ສວນສະ ໜາມທີ່ຈະຈັດຂຶ້ນໃນວັນທີ 2 ກັນຍາ, ຢູ່ນະຄອນຫລວງ ຮ່າໂນ້ຍ.

    • ອາຊີ ຕາເວັນອອກ ສຽງເໜືອ ຮຽກຮ້ອງ ໃຫ້ເພີ່ມທະວີ ການຮ່ວມມືຂ່າວຕ່າງປະເທດ

      ອາຊີ ຕາເວັນອອກ ສຽງເໜືອ ຮຽກຮ້ອງ ໃຫ້ເພີ່ມທະວີ ການຮ່ວມມື

      8/27/2025 1:39:21 PM

      ກອງ​ປະ​ຊຸມ​ໂຕະ​ມົ​ນ ​ວ່າ​ດ້ວຍ​ ການ​ຮ່ວມ​ມື ​ພາກ​ພື້ນ​ ອາ​ຊີ ​ຕາ​ເວັນ​ອອກ​ ສຽງ​ເໜືອ​ ຄັ້ງ​ທີ 4 ພາຍ​ໃຕ້​ຫົວ​ຂໍ້​ວ່າ “ຊຸກ​ຍູ້​ ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ ດ້ວຍ​ຄຸນ​ນະ​ພາບ​ສູງ, ສ້າງ​ອະ​ນາ​ຄົດ ​ທີ່​ດີ​ງາມ​ ຂອງ​ອາ​ຊີ​ ຕາ​ເວັນ​ອອກ​ ສຽງ​ເໜືອ” ໄດ້​ຈັດ​ຂຶ້ນ ຢູ່​ນະ​ຄອນ​ສາງ​ຊູ່ນ ແຂວງ​ຈີຫລິນ​ຂອງ​ ສປ ຈີນ

    • ທ່ານ ສີ ຈິ້ນຜິງ ພົບປະກັບ ສົມເດັດ ໂນໂຣດົມ ສີຫາໂມນີ ເຈົ້າຊີວິດ ກຳປູເຈຍຂ່າວຕ່າງປະເທດ

      ທ່ານ ສີ ຈິ້ນຜິງ ພົບປະກັບ ສົມເດັດ ໂນໂຣດົມ ສີຫາໂມນີ ເຈົ້າຊີວິດ ກຳປູເຈຍ

      8/26/2025 4:36:06 PM

      ທ່ານ ​ສີ​ ຈິ້ນ​ຜິງ ປະ​ທານ​ ປະ​ເທດ​ຈີນ ​ພ້ອມ​​ດ້ວຍ ​ພັນ​ລະ​ຍາ ຄື: ທ່ານ​ ນາງ ​ເຜີງ​ລີ້ຢວນ ໄດ້​ພົບ​ປະ​ກັບ ​ສົມ​ເດັດ ໂນ​ໂຣ​ດົມ ສີ​ຫາ​ໂມ​ນີ ເຈົ້າ​ຊີ​ວິດ​ ກຳ​ປູ​ເຈຍ ​ພ້ອມ​ດ້ວຍ​ ພະ​ລາ​ຊີ​ນີ ໂນ​ໂຣ​ດົມ ໂມ​ນີ​​ນຽດ ຢູ່​​ທຳ​ນຽບ ຈົ່ງ​ນານ​ໄຫ​ ນະ​ຄອນຫລວງ​ປັກ​ກິ່ງ.

ads
ads

Top