ສສ ຫວຽດນາມ ກະກຽມ ພິທີສະເຫລີມ ສະຫລອງ ວັນສຳຄັນຂອງຊາດ ຢ່າງຄຶກຄື້ນ

27/08/2025 14:01
Email Print 194
ຂປລ ວັນບຸນໃຫຍ່ ສະເຫລີມ ສະຫລອງ 80 ປີ ແຫ່ງວັນການປະຕິວັດ ເດືອນສິງຫາ (19/8/1945-19/8/2025), ວັນສະຖາ ປະນາ ປະເທດ ຫວຽດນາມ (2/9/ 1945-2/9/2025) ລວມມີ ພິທີໂຮມຊຸມນຸມມິດຕິງ, ການເດີນຂະບວນ, ສວນສະ ໜາມທີ່ຈະຈັດຂຶ້ນໃນວັນທີ 2 ກັນຍາ, ຢູ່ນະຄອນຫລວງ ຮ່າໂນ້ຍ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນບຸນໃຫຍ່ ສະເຫລີມ ສະຫລອງ 80 ປີ ແຫ່ງວັນການປະຕິວັດ ເດືອນສິງຫາ (19/8/1945-19/8/2025), ວັນສະຖາປະນາ ປະເທດ ຫວຽດນາມ (2/9/1945-2/9/2025) ລວມມີ ພິທີໂຮມຊຸມນຸມມິດຕິງ, ການເດີນຂະບວນ, ສວນສະໜາມ ທີ່ຈະຈັດຂຶ້ນ ໃນວັນທີ 2 ກັນຍາ, ຢູ່ນະຄອນຫລວງ ຮ່າໂນ້ຍ. ບັນຍາກາດຄຶກຄື້ນ, ຕື້ນເຕັ້ນລໍຄອຍເຫດ ການ ໄດ້ປົກຄຸມ ໄປທົ່ວປະເທດ, ພິເສດແມ່ນຢູ່ນະຄອນຫລວງ ຮ່າໂນ້ຍ.ຂະນະທີ່ ຢູ່ຖະໜົນສາຍຕ່າງໆ, ໂດຍສະເພາະ ແມ່ນເຂດສູນກາງ, ເຊັ່ນ: ສະໜາມຫລວງ ບາດິ່ງ, ຖະໜົນ ຍ່າງອ້ອມຮອບ ໜອງ ຮວ່ານ ກຽມ, ຖະໜົນສາຍຕ່າງໆ ທີ່ບັນດາກຸ້ມກ້ອນກຳລັງ ເດີນຂະບວນ ສວນສະໜາມຜ່ານ. ບັນດາປ້າຍໂຄສະນາ, ຄຳຂວັນຊົມເຊີຍ, ທຸງຊາດ, ດອກໄມ້ ໄດ້ຮັບການປະດັບປະດາ ຢ່າງສວຍງາມ. ຫລາຍກິດ ຈະກຳ ຮັບໃຊ້ພິທີໃຫຍ່ນີ້ ກໍພວມເລັ່ງລັດກະກຽມໃຫ້ສຳເລັດ.ຈຸດພິເສດ ຂອງພິທີສະເຫລີມ ສະຫລອງປີນີ້ ແມ່ນການແຫ່ ທວນໄຟ ທີ່ເປັນມູນເຊື້ອ,ທຸງຊາດ, ພ້ອມດ້ວຍ ຫລາຍກ້ອນ ກຳລັງ ເດີນຂະບວນ ຂອງກອງທັບປະຊາຊົນ, ຕຳຫລວດປະຊາຊົນ, ກຳລັງມະຫາຊົນ ແລະ ກອງທັບຕ່າງປະເທດ ເພື່ອໃຫ້ກິດຈະກຳ ເດີນຂະບວນ, ສວນສະໜາມ ໄດ້ດຳເນີນຢ່າງສຳເລັດຜົນ, ຫລາຍເດືອນ ຜ່ານມາ, ບັນດາ ກ້ອນກຳລັງ ໄດ້ຝຶກຊ້ອມ ຢູ່ຫລາຍສະຖານທີ່ ຢູ່ ນະຄອນຫລວງ ຮ່າໂນ້ຍ.ພິທີສະເຫລີມສະຫລອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ, ວັນຊາດທີ 2 ກັນຍາ ປີນີ້ ບໍ່ພຽງແຕ່ ແມ່ນໂອ ກາດ ເພື່ອເຊີດຊູ ບັນດາຂີດໝາຍ ປະຫວັດສາດ ທີ່ສະຫງ່າອົງອາດ ຂອງຊາດເທົ່ານັ້ນ, ຫາກຍັງ ແມ່ນໂອກາດ ພິເສດເພື່ອໂຄສະນາ ພາບພົດ ນະຄອນຫລວງ ຮ່າໂນ້ຍ “ອະລິຍະທຳ-ສີວິໄລ-ທັນ ສະໄໝ”./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • 25 ປະເທດ ປະກາດໂຈະການສົ່ງພັດສະດຸໄປສະນີໄປ ສ.ອາເມລິກາຂ່າວຕ່າງປະເທດ

      25 ປະເທດ ປະກາດໂຈະການສົ່ງພັດສະດຸໄປສະນີໄປ ສ.ອາເມລິກາ

      8/27/2025 3:14:13 PM

      ຕາມ​ສະ​ຖິ​ຕິ ​ຂອງ​ສະ​ຫະ​ພັນ​ ໄປ​ສະ​ນີ​​ ສາ​ກົນ ຂອງ​ອົງ​ການ​ ສະ​ຫະ​ ປະ​ຊາ​ຊາດ ​​ເປີດ​ເຜີຍ ​ໃນ​ວັນ​ທີ 26 ສິງ​ຫາ​ນີ້ວ່າ ຍ້ອນ​ຄວາມ​ບໍ່​ແນ່ນອນ​ ທີ່​ກ່ຽວ​ຂ້ອງ​ກັບ​ ການ​ບໍ​ລິ​ການ​ ດ້ານ​ການ​ຂົນ​ສົ່ງ ພາຍ​ໃຕ້​ລະບຽບ​ການ​ໃໝ່​ຂອງ​ ສ.ອາ​ເມ​ລິ​ກາ ​ພົ້ນ​ເດັ່ນ​ຂຶ້ນ, ປັດ​ຈຸ​ບັນ, ມີ 25 ປະ​ເທດ ​ສະ​ມາ​ຊິກ​ ຂອງ​ອົງ​ການ ສະ​ຫະ​ ປະ​ຊາ​ຊາດ ​ ​ໄດ້​ປະ​ກາດ​ໂຈະ ການ​ສົ່ງ​​ພັດ​ສະ​ດຸ ໄປ​ສະ​ນີ​ໄປ ສ.​ອາ​ເມ​ລິ​ກາ​.

    • ສະຫະພາບ ເອີຣົບ ຢືນຢັນສິດໃນການກຳນົດ ກົດລະບຽບດິຈີຕອນຂ່າວຕ່າງປະເທດ

      ສະຫະພາບ ເອີຣົບ ຢືນຢັນສິດໃນການກຳນົດ ກົດລະບຽບດິຈີຕອນ

      8/27/2025 2:44:33 PM

      ສະ​ຫະ​ພາບ ​ເອີ​ຣົບ ແລະ ປະ​ເທດ​ ສະ​ມາ​ຊິກ​ຂອງ​ຕົນ ​ມີອະ​ທິ​ປະ​ໄຕ ແລະ ​ສິດທິ ​ໃນ​ການ​ກຳ​ນົດ ​ກົດ​ລະ​ບຽບ​ ການ​ເຄື່ອນ​ໄຫວ​ ດ້ານ​ເສດ​ຖະ​ກິດ ຢູ່​ພາຍ​ໃນ​ຂອງ​ຕົນ.

    • ກອງປະຊຸມຖະແຫລງຂ່າວອົງການສາກົນ ຂອງກອງປະຊຸມ ອິນເຕີເນັດໂລກຂ່າວຕ່າງປະເທດ

      ກອງປະຊຸມຖະແຫລງຂ່າວອົງການສາກົນ ຂອງກອງປະຊຸມ ອິນເຕີເນັດໂລກ

      8/27/2025 2:27:11 PM

      ກອງປະຊຸມ ຖະແຫລງຂ່າວ ຂອງອົງການສາກົນ ຂອງກອງປະຊຸມ ອິນເຕີເນັດໂລກ ທີ່ຈັດຂຶ້ນຢູ່ ນະຄອນຫລວງ ປັກກິ່ງ ໃນວັນທີ 26 ສິງຫານີ້ ໄດ້ໃຫ້ຮູ້ວ່າ: ກອງປະຊຸມເວທີ ປຶກສາຫາລື ການຫັນມໍລະດົກ ທາງວັດທະນະທຳ ເປັນ ດີຈີຕອນ ຂອງກອງປະຊຸມອິນເຕີ ເນັດໂລກ 2025 ຈະຈັດການວາງສະແດງ ໂຄງການດີເດັ່ນ ຂອງການຫັນ ມໍລະດົກ ທາງວັດທະ ນະທຳ ເປັນດີຈີຕອນ

    • ອາຊີ ຕາເວັນອອກ ສຽງເໜືອ ຮຽກຮ້ອງ ໃຫ້ເພີ່ມທະວີ ການຮ່ວມມືຂ່າວຕ່າງປະເທດ

      ອາຊີ ຕາເວັນອອກ ສຽງເໜືອ ຮຽກຮ້ອງ ໃຫ້ເພີ່ມທະວີ ການຮ່ວມມື

      8/27/2025 1:39:21 PM

      ກອງ​ປະ​ຊຸມ​ໂຕະ​ມົ​ນ ​ວ່າ​ດ້ວຍ​ ການ​ຮ່ວມ​ມື ​ພາກ​ພື້ນ​ ອາ​ຊີ ​ຕາ​ເວັນ​ອອກ​ ສຽງ​ເໜືອ​ ຄັ້ງ​ທີ 4 ພາຍ​ໃຕ້​ຫົວ​ຂໍ້​ວ່າ “ຊຸກ​ຍູ້​ ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ ດ້ວຍ​ຄຸນ​ນະ​ພາບ​ສູງ, ສ້າງ​ອະ​ນາ​ຄົດ ​ທີ່​ດີ​ງາມ​ ຂອງ​ອາ​ຊີ​ ຕາ​ເວັນ​ອອກ​ ສຽງ​ເໜືອ” ໄດ້​ຈັດ​ຂຶ້ນ ຢູ່​ນະ​ຄອນ​ສາງ​ຊູ່ນ ແຂວງ​ຈີຫລິນ​ຂອງ​ ສປ ຈີນ

    • ທ່ານ ສີ ຈິ້ນຜິງ ພົບປະກັບ ສົມເດັດ ໂນໂຣດົມ ສີຫາໂມນີ ເຈົ້າຊີວິດ ກຳປູເຈຍຂ່າວຕ່າງປະເທດ

      ທ່ານ ສີ ຈິ້ນຜິງ ພົບປະກັບ ສົມເດັດ ໂນໂຣດົມ ສີຫາໂມນີ ເຈົ້າຊີວິດ ກຳປູເຈຍ

      8/26/2025 4:36:06 PM

      ທ່ານ ​ສີ​ ຈິ້ນ​ຜິງ ປະ​ທານ​ ປະ​ເທດ​ຈີນ ​ພ້ອມ​​ດ້ວຍ ​ພັນ​ລະ​ຍາ ຄື: ທ່ານ​ ນາງ ​ເຜີງ​ລີ້ຢວນ ໄດ້​ພົບ​ປະ​ກັບ ​ສົມ​ເດັດ ໂນ​ໂຣ​ດົມ ສີ​ຫາ​ໂມ​ນີ ເຈົ້າ​ຊີ​ວິດ​ ກຳ​ປູ​ເຈຍ ​ພ້ອມ​ດ້ວຍ​ ພະ​ລາ​ຊີ​ນີ ໂນ​ໂຣ​ດົມ ໂມ​ນີ​​ນຽດ ຢູ່​​ທຳ​ນຽບ ຈົ່ງ​ນານ​ໄຫ​ ນະ​ຄອນຫລວງ​ປັກ​ກິ່ງ.

ads
ads

Top