ຂປລ
ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພະແນກ ສຶກສາທິການ ແລະ ກິລາ ແຂວງ ໄຊສົມບູນ ຈັດກອງປະຊຸມຜູ້ບໍລິ ຫານການສຶກ ສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງປະຈຳສົກ ຮຽນ2024-2025 ເພື່ອສະຫລຸບການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ.
ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພະແນກ ສຶກສາທິການ ແລະ ກິລາ ແຂວງ ໄຊສົມບູນ ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງປະຈຳສົກ ຮຽນ2024-2025 ເພື່ອສະຫລຸບການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ໃນທ້າຍອາທິດຜ່ານມາ ໂດຍການເປັນປະທານຂອງ ທ່ານ ຢົງຢີ ລີເຍ່ຍວື ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນທ່ີກ່ຽວຂ້ອງຂອງແຂວງ ແລະ ບັນດາເມືອງ ຕະຫລອດຮອດອໍານວຍການໂຮງຮຽນ ພາກລັດ ແລະ ເອກະຊົນໃນທົ່ວແຂວງ ເຂົ້າຮ່ວມ.
ທ່ານ ພຸດລໍາໄພ ທຽມພຣະສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ໄດ້ສະ ຫລຸບແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາປະຈໍາ ສົກຮຽນ 2024-2025 ວ່າ: ທົ່ວແຂວງມີໂຮງຮຽນ 158 ແຫ່ງ ໃນນັ້ນ, ໂຮງຮຽນລ້ຽງເດັກ ແລະ ອະນຸບານ 30 ແຫ່ງ, ໂຮງຮຽນວິຊາຊີບ 1 ແຫ່ງ, ມີພະນັກງານ- ລັດຖະກອນ 1.700 ກວ່າຄົນ, ຄູສອນ 1.482 ຄົນ, ຍິງ 500 ກວ່າ ຄົນ, ຄູສອນພາກເອກະຊົນ 60 ຄົນ ແລະ ຄູອາສາສະໝັກ 139 ຄົນ ຊຶ່ງຕະຫລອດໄລຍະຜ່ານມາຜົນການ ຈັດຕັ້ງປະຕິບັດ 15 ຄາດໝາຍສ້ ຊົນຂອງຂະແໜງການສຶກສາ ແລະ ກິລາ ບັນລຸ 9 ຄາດໝາຍ ຄື: ອັດຕາເຂົ້າຮຽນຂອງເດັກ 5 ປີ, ອັດຕາ ເຂົ້າຮຽນສຸດທິໃໝ່ ປ1 ອັດຕາ ເລື່ອນຊັ້ນ-ຈົບຊັ້ນ ປ5 ຫາ ມ1 ແມ່ນບັນລຸຄາດໝາຍ, ປະຊາກອນໜຸ່ມຜູ້ປະລະການຮຽນ ແລະ ພາດ ໂອກາດຮຽນໃຫ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ອົບຮົມວິຊາຊີບ ໄດ້ 3.500 ກວ່າຄົນ, ນັກຮຽນຈົບມັດທະຍົມຕອນປາຍ ໄດ້ເຂົ້າຮຽນວິທະຍາໄລ ແລະ ມະຫາວິທະຍາໄລ 380 ກວ່າຄົນ. ພ້ອມນີ້, ຍັງໄດ້ສົ່ງເສີມມວນຊົນທຸກເພດ, ທຸກໄວ ໄດ້ເຂົ້າຮ່ວມການຫັດກາຍຍະບໍລິຫານ, ການອອກກໍາລັງກາຍ ແລະ ການຫລິ້ນກິລາເພື່ອສຸຂະພາບເຂົ້າຮ່ວມແຂ່ງຂັນກິລາປະຈຳປີ, ກິລາບຸນປະເພນີ ແລະ ກິລາວັນສໍາຄັນຕ່າງໆ ຂອງຊາດ-ສາກົນ ສຳລັບການສຶກສາຊັ້ນມັດທະຍົມຕອນຕ້ົນ ແລະ ຕອນປາຍ ໂດຍລວມແລ້ວເຫັນວ່າອັດຕາເຂົ້າຮຽນແມ່ນຫລຸດລົງ.
ພ້ອມດຽວກັນນີ້, ຍັງໄດ້ນໍາສົ່ງນັກຮຽນທຸກຍາກ, ດ້ອຍໂອກາດ, ເດັກກ້ຳພ້າ, ກຳພອຍເຂົ້າຮຽນຢູ່ ໂຮງຮຽນມັດທະຍົມສຶກສາສົມບູນກິນນອນຊົນເຜົ່າມິດຕະພາບອະນຸວົງ 35 ຄົນ, ນໍາສົ່ງນັກຮຽນເກັ່ງຊັ້ນ ມ 4 ຈໍານວນ 3 ຄົນ ຍິງ 1 ຄົນ ເຂົ້າ ຮຽນຕໍ່ຢູ່ຊັ້ນ ມ5 ຢູ່ໂຮງຮຽນ ມສ ວຽງຈັນ ນະຄອນຫລວງວຽງຈັນ, ໄດ້ສັບຊ້ອນນັກຮຽນຈົບຊັ້ນ ມ7 ເຂົ້າຮຽນວິຊາສະເພາະພາຍໃນປະເທດ ໄດ້ 50 ກວ່າທຶນ, ຮັບນັກຮຽນເຂົ້າຮຽນອາຊີວະສຶກສາ 6 ສາຂາຮຽນ ຄື: ກໍ່ສ້າງ, ໄຟຟ້າ, ເຕັກນິກ, ກະສິກຳປູກຝັງ, ກະສິກຳ ລ້ຽງສັດ, ສ້ອມແປງທົ່ວໄປ ແລະ ຕັດຫຍິບ 150 ຄົນ. ນອກນີ້, ຍັງໄດ້ແບ່ງທຶນໃຫ້ຂັ້ນບ້ານ ເພື່ອໃຫ້ຜູ້ ທີ່ດ້ອຍໂອກາດເຂົ້າເຖິງການຮຽນ ຄຽງຄູ່ກັນນີ້, ຍັງມີສິ່ງທ້າທາຍ ຕ່າງໆ ເປັນຕົ້ນການຂະຫຍາຍ ການສຶກສາກ່ອນໄວຮຽນ ແລະ ຊັ້ນປະຖົມຍັງມີລັກສະນະຈຳກັດ, ສາມາດຂະຫຍາຍໄດ້ແຕ່ເຂດທີ່ມີເງື່ອນໄຂເທົ່ານັ້ນ ໂຮງຮຽນມູນລະປະຖົມຍັງກວມເປີເຊັນສູງ, ສ່ວນໂຮງຮຽນມັດທະຍົມຕອນຕົ້ນ, ມັດທະຍົມສົມບູນຕັ້ງຢູ່ຫ່າງໄກບ້ານ ແລະ ເສັ້ນທາງໄປມາພົບຄວາມຫຍຸ້ງຍາກ ແລະ ບັນຫາອື່ນໆ ຈ່ຶງເຮັດໃຫ້ບໍ່ສາມາດບັນລຸຄາດໝາຍທີ່ວາງໄວ້.
ໃນກອງປະຊຸມຍັງໄດ້ຮັບຟັງ ແລະ ປະກອບຄໍາເຫັນກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ຊອກຫາວິທີແກ້ໄຂຂໍ້ຄົງຄ້າງໃຫ້ຖືກຕ້ອງສອດຄ່ອງ ເຂົ້າໃນການກຳນົດທິດທາງ ແລະ ຄາດໝາຍສູ້ຊົນໃນຂົງເຂດວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ຢູ່ແຂວງໄຊສົມບູນ ໃນຕໍໍ່ໜ້າໃຫ້ສາມາດບັນລຸຄາດໝາຍຕາມແຜນການທີ່ວາງໄວ້.
ຂ່າວ: ພຸດທະສອນ ເວດສະວົງ
KPL