ຂປລ
ກອງປະຊຸມ ຄົບຄະນະ ຂອງກອງປະຊຸມ ໂຕະມົນ ກ່ຽວກັບ ການຮ່ວມມື ພາກພື້ນ ອາຊີ-ປາຊິຟິກ ທີ່ກົວລາລຳເປີ ຂອງເວທີ ປຶກສາຫາລື ອາຊີ ໂປອາວ ໄດ້ຈັດຂຶ້ນຢູ່ ນະຄອນຫລວງ ກົວລາລຳເປີ ຂອງມາເລເຊຍ ໃນວັນທີ 27 ສິງຫານີ້, ໂດຍມີ ຜູ້ເຂົ້າຮ່ວມ ຫລາຍກວ່າ 200 ຄົນ ທີ່ມາຈາກຝ່າຍຕ່າງໆ ເຂົ້າຮ່ວມໂດຍໄດ້ ປຶກສາຫາລືກັນ ກ່ຽວກັບ ການລົງ ເລິກ ການຮ່ວມມື ພາກພື້ນ, ການຊຸກຍູ້ ຂະບວນການເຊື່ອມໂຍງ ເຊື່ອມຈອດກັນ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ກອງປະຊຸມ ຄົບຄະນະ ຂອງກອງປະຊຸມ ໂຕະມົນ ກ່ຽວກັບ ການຮ່ວມມື ພາກພື້ນ ອາຊີ-ປາຊິຟິກ ທີ່ກົວລາລຳເປີ ຂອງເວທີ ປຶກສາຫາລື ອາຊີ ໂປອາວ ໄດ້ຈັດຂຶ້ນຢູ່ ນະຄອນຫລວງ ກົວລາລຳເປີ ຂອງມາເລເຊຍ ໃນວັນທີ 27 ສິງຫານີ້,ໂດຍມີ ຜູ້ເຂົ້າຮ່ວມ ຫລາຍກວ່າ 200 ຄົນ ທີ່ມາຈາກຝ່າຍຕ່າງໆ ເຂົ້າຮ່ວມໂດຍໄດ້ ປຶກສາຫາລືກັນ ກ່ຽວກັບ ການລົງ ເລິກ ການຮ່ວມມື ພາກພື້ນ, ການຊຸກຍູ້ ຂະບວນການເຊື່ອມໂຍງ ເຊື່ອມຈອດກັນ.ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ ໄດ້ຊີ້ໃຫ້ເຫັນ ໃນໂອກາດ ປະກອບ ຄຳເຫັນວ່າ: ອາຊຽນ ໄດ້ສ້າງ ຕົວແບບ ໃນດ້ານລັດທິພາກພື້ນ ທີ່ເປີດກວ້າງ ແລະ ກວມລວມ,ໃນຖານະເປັນປະເທດ ປະທານ ໝູນວຽນຂອງອາຊຽນ ປະຈຳປີນີ້, ມາເລເຊຍ ສຸມໃສລົງເລິກ ການຮ່ວມມື ພາກພື້ນ ດ້ວຍການກະທຳ ຕົວຈິງ, ທັງປົກປັກຮັກສາ ຖານະໃຈກາງ ຂອງອາຊຽນ.ຈາກນັ້ນ ທ່ານ ເຮີໂຮ້ວຮວາ, ຮອງປະທານ ສະພາປຶກສາ ການເມືອງປະຊາຊົນຈີນ ໄດ້ຊີ້ໃຫ້ເຫັນໃນເວລາ ປະກອບຄຳເຫັນວ່າ: ອາຊີ ແລະ ອາຊີ-ປາຊິ ຟິກ ຄວນຍຶດໝັ້ນ ເດີນຕາມເສັ້ນທາງ ເປີດກວ້າງ ແລະ ພັດທະນາ,ຊຸກຍູ້ໃຫ້ການຮ່ວມມື ພາກພື້ນກ້າວໄປສູ່ ລະດັບທີ່ສູງກວ່າເກົ່າ; ຕ້ອງກຳແໜ້ນ ຄວາມເປັນເຈົ້າການ ໃນການຫັນປ່ຽນ ຮູບແບບ ເສດຖະ ກິດໂລກ, ສ້າງການພົວພັນ ຄູ່ຮ່ວມ ທີ່ແໜ້ນແຟ້ນ ກວ່າເກົ່າ; ຖືເອົາແນວຄວາມຄິດ ກ່ຽວກັບ ການສ້າງປະຊາຄົມ ຮ່ວມຊາຕາກຳ ຂອງມວນມະນຸດ ເປັນທິດຊີ້ນຳ ແລະ ຮ່ວມກັນສ້າງ ບ້ານເມືອງ ທີ່ສວຍ ງາມ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL