ຮອງເລຂາພັກແຂວງວຽງຈັນ ເຄື່ອນໄຫວຊີ້ນຳວຽກງານ ຢູ່ເມືອງທຸລະຄົມ

27/08/2025 11:08
Email Print 190
ຂປລ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ສະຫາຍ ຄໍາຜາ ພິມມະສອນ ຮອງເລຂາພັກແຂວງ ແຂວງວຽງຈັນ ພ້ອມດ້ວຍຄະນະ ເຄື່ອນ ໄຫວຊຸກຍູ້ຊີ້ນຳວຽກງານຂະບວນການ ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງວຽງຈັນ ຄັ້ງທີ VII ຢູ່ເມືອງທຸລະຄົມ ໃນວັນທີ 25 ສິງຫາ 2025

    ຂປລ. ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ສະຫາຍ ຄໍາຜາ ພິມມະສອນ ຮອງເລຂາພັກແຂວງ ແຂວງວຽງຈັນ ພ້ອມດ້ວຍຄະນະ ເຄື່ອນໄຫວຊຸກຍູ້ຊີ້ນຳວຽກງານຂະບວນການ ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງວຽງຈັນ ຄັ້ງທີ VII ຢູ່ເມືອງທຸລະຄົມ ໃນວັນທີ 25 ສິງຫາ 2025 ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວົງເດືອນ ວັດຕະໂສ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຜູ້ຊີ້ນໍາວຽກງານຮອບດ້ານຂອງເມືອງທຸລະຄົມ ພ້ອມດ້ວຍການນຳຂອງເມືອງ ແລະ ພະນັກງານຫລັກແຫລ່ງ ຂອງເມືອງທຸລະຄົມເຂົ້າຮ່ວມ.

      ສະຫາຍ ນາງ ວົງເດືອນ ວັດຕະໂສ ໄດ້ລາຍງານການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາ ໂດຍໄດ້ຮັບຜົນສຳເລັດຫລາຍດ້ານເປັນຕົ້ນດ້ານວຽກງານການເມືອງ-ແນວຄິດ ຄະນະພັກແຕ່ລະຂັ້ນໄດ້ຍົກສູງຕໍ່ວຽກ ງານສຶກສາຮົມການເມືອງແນວຄິດ ໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າຢ່າງເປັນປົກກະຕິ ເຮັດໃຫ້ສະມາຊິກພັກ, ພະນັກງານ ມີແນວຄິດອຸ່ນອຽນທຸນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ. ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະພັກເມືອງ ສາມາດເຮັດໃຫ້ເມືອງ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເສດຖະກິດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າດີຂຶ້ນ ເປັນ ກ້າວໆ. 

     ທາງດ້ານວຽກງານໂຄສະນາ-ຂະບວນການ ໄດ້ລົງເລິກຊີ້ນໍາອະນຸກໍາມະການຮັບຜິດຊອບ ສົມທົບກັບພາກສ່ວນກ່ຽວຂ້ອງ ຈັດຕັ້ງເຄື່ອນໄຫວຢ່າງແຂງແຮງ ເປັນຕົ້ນໄດ້ອອກແຈ້ງການໃຫ້ການຈັດຕັ້ງກ່ຽວຂ້ອງທຸກຂັ້ນຂອງເມືອງ ອອກແຮງງານລວມບ້ານ, ຈັດຕັ້ງປ້ອງກັນເວນຍາມ, ຊຸກຍູ້ການປູກເຂົ້ານາປີ ຕິດພັນກັບການປູກພືດລະດູຝົນ, ການລ້ຽງສັດ, ການຜະລິດເປັນສິນຄ້າ, ການສ້າງບ້ານນາມມະຍົດຕ່າງໆ; ການແຂ່ງຂັນກິລາເປຕັງທົ່ວເມືອງ ສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ, ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງວຽງຈັນ ຄັ້ງທີ VII, ວັນສໍາຄັນ ຂອງພັກຂອງຊາດ. ສ່ວນຂະແໜງສາທາລະນະສຸກ ໄດ້ເປີດຂະບວນການກ່ຽວກັບວຽກງານສຸຂະສຶກສາ ແລະ ທໍາລາຍໜອນນໍ້າຍຸງລາຍປ້ອງກັນໄຂ້ຍຸງໃນລະດູຝົນ; ປຸກລະດົມປະຊາຊົນຕາບທາງ, ຖົ່ມຂຸມ ແລະ ສ້ອມແປງເສັ້ນທາງ ພ້ອມທັງການຫ້າງຫາກະກຽມໃຫ້ແກ່ການເປີດສົກຮຽນໃໝ່ ແລະ ຂະບວນການປິ່ນອ້ອມອື່ນໆ.

   ໃນໂອກາດນີ້, ສະຫາຍ ຄຳຜາ ພິມມະສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງເມືອງທຸລະຄົມ ທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ມີບາງຄຳເຫັນຊີ້ນຳໃຫ້ເມືອງສຸມໃສ່ຈັດຕັ້ງປະຕິບັດການສ້າງຂະບວນການຕ້ອນຮັບກອງປະຊຸມ ໃຫຍ່  ອົງຄະນະພັກແຂວງຄັ້ງທີ VII ທີ່ຈະໄຂຂຶ້ນໃນມໍ່ໆນີ້ ໂດຍສະເພາະດ້ານເນື້ອໃນ ແລະ ຂະບວນການຕິດພັນກັບການນຳພາວຽກງານວິຊາສະເພາະພ້ອມທັງເລັ່ງໃສ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມກໍຄືມະຕິກອງປະຊຸມໃຫຍ່ຂອງເມືອງ ໃຫ້ປະກົດ ຜົນເປັນຈິງ. ການເຮັດວຽກງານຂະບວນການ ຕ້ອງເຮັດສິ່ງທີ່ຖືກຕ້ອງຕາມກົດໝາຍ ແລະ ມີຜົນປະໂຫຍດຕໍ່ປະເທດຊາດ, ຕໍ່ພັກ-ລັດ ແລະ ປະຊາຊົນບັນດາເຜົ່າ, ຕ້ອງເຮັດເປັນລະບົບຕໍ່ເນື່ອງ ເຮັດດ້ວຍຄວາມສະໝັກໃຈ ແລະ ມີການນຳພາ ເປັນຕົ້ນຂະບວນການດ້ານວຽກງານສຶກສາອົບຮົມການເມືອງ-ແນວຄິດ ຕ້ອງເຮັດໃຫ້ເປັນຂະບວນການກວ້າງຂວາງ, ເຮັດດ້ວຍຫລາຍຮູບການຫລາຍວິທີ ແທດເໝາະກັບແຕ່ລະເປົ້າໝາຍ ເພື່ອສ້າງການຫັນປ່ຽນທີ່ແຂງແຮງ ແລະ ເຂົ້າສູ່ຄຸນນະພາບໃໝ່; ຂະບວນການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໃຫ້ມີປະສິດທິພາບສູງຮັບປະກັນໃນໄລຍະກະກຽມກອງປະຊຸມໃຫຍ່ຂອງແຂວງ ໃຫ້ມີຄວາມສະຫງົບ 100%, ໃຫ້ປະຊາຊົນມີສ່ວນຮ່ວມໃນວຽກງານປ້ອງ ກັນ ຊາດ-ປ້ອງກັນຄວາມສະຫງົບເນື່ອງຈາກແມ່ນໜ້າທີ່ຂອງທົ່ວປວງຊົນ, ຍູ້ແຮງຂະບວນການປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ມະຕິກອງປະຊຸມໃຫຍ່ຂອງເມືອງ ເຂົ້າສູ່ຊີວິດຕົວຈິງ ຕິດພັນກັບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ບັນຫາຢາເສບຕິດ; ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ; ຍູ້ຂະບວນການການພັດທະນາ ທາງດ້ານວັດທະນາທໍາ-ສັງຄົມ ຕິດພັນ ກັບການພັດທະນາເສດຖະກິດ ຕ້ອງເອົາໃຈໃສ່ການພັດທະນາສ້າງຄົນໃຫ້ໄປສົມຄູ່ກັນ, ພັດທະນາວັດຖຸຕ້ອງໄປຄຽງຄູ່ກັບຈິດໃຈສັງຄົມຈຶ່ງມີຄວາມສະຫງົບ ແລະ ມີຄວາມສຸກທີ່ແທ້ຈິງ, ເອົາໃຈໃສ່ສ້າງຂະບວນການອະນາໄມຕົວເມືອງ, ບ້ານ, ເຮືອນ, ສຳນັກງານຫ້ອງການ ໃຫ້ມີຄວາມສະອາດງາມຕາຕ້ານພະຍາດລະບາດຕ່າງໆທີ່ອາດຈະເກີດຂຶ້ນໃນໄລຍະນີ້ ພ້ອມທັງສຸ່ມໃສ່ແກ້ໄຂຄວາມທຸກຍາກຂອງຄອບຄົວຈໍານວນທີ່ຍັງເຫລືອ ສ້າງໃຫ້ເປັນຄອບຄົວຢູ່ດີກິນດີ, ຄອບຄົວວັດທະນະທຳ ແລະ ຄອບຄົວ ພັດທະນາ, ຂະບວນການສ້າງພັກ ແມ່ນໃຫ້ຖືເອົາກົດລະບຽບພັກເປັນຫລັກ ຕາມ 5 ຫລັກການ 3 ທິດນໍາ, ການສ້າງພະນັກງານ ຕ້ອງສຸ່ມໃສ່ສ້າງພະນັກງານ 3 ປະເພດ: ພະນັກງານນໍາພາ, ພະນັກງານຄຸ້ມຄອງ ແລະ ພະນັກງານວິຊາການໄປພ້ອມກັນ  ໂດຍການຫັນລົງກໍ່ສ້າງຢູ່ຮາກຖານ ແລະ ໃຫ້ກະກຽມການສ້າງຕາແສງ ເປັນຕົ້ບຸກຄະລາກອນ, ສະຖານທີ່ ແລະ ຫ້ອງການບ່ອນເຮັດວຽກຕື່ມ. ນອກຈາກນີ້, ກໍໃຫ້ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ໂດຍສະເພາະບັນດາຫ້ອງການທີ່ໂຮມກັນໃຫ້ສຳເລັດຕາມ ທິດຊີ້ນຳຂອງລັດຖະບານ ແລະ ສະພາແຫ່ງຊາດ ໂດຍມີການສົມທົບກັບພະແນກສາຍຕັ້ງທີ່ກ່ຽວຂ້ອງ ໂດຍມີການປັບປຸງພາລະບົດບາດຄືນໃໝ່ ແລະ ດຳເນີນການສັບຊ້ອນຈັດວາງໃຫ້ສຳເລັດ.

KPL

ຂ່າວອື່ນໆ

ads
ads

Top