ຂປລ
*ນັບວ່າ ແມ່ນອີກຂ່າວດີສຳລັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ແຂກຄົນທີ່ເຂົ້າມາທ່ຽວໃນນະຄອນຫລວງວຽງຈັນ

*ນັບວ່າ ແມ່ນອີກຂ່າວດີສຳລັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ແຂກຄົນທີ່ເຂົ້າມາທ່ຽວໃນນະຄອນຫລວງວຽງຈັນ ແລະ ຢາກເຂົ້າໃຊ້ບໍລິການໂຮງແຮມຮ່ວາງກິມ (Hoang Kim). ປັດຈຸບັນໂຮງແຮມຮ່ວາງກິມ ຕັ້ງຢູ່ໃຈກາງນະຄອນຫລວງວຽງຈັນ (ທາດດຳ) ໄດ້ມີການຫລຸດລາຄາຄ່າຫ້ອງພັກເຖິງ 50% ເພື່ອເປັນການສະເຫລີມສະຫລອງການປັບປຸງໃໝ່ຂອງໂຮງແຮມ ໄປຈົນເຖິງວັນທີ 30 ກັນຍາ 2025 ນີ້.
ຕາມການໃຫ້ສຳພາດຂອງທ່ານ ຕິ່ງ ວິໄລ ເຈົ້າຂອງໂຮງແຮມຮ່ວາງກິມ (Hoang Kim) ຕໍ່ນັກຂ່າວໜັງສືພິມປະເທດລາວວ່າ: ເປັນເວລາຫລາຍປີມານີ້, ຕົນໄດ້ເປີດບໍລິການໂຮງແຮມໃຫ້ແກ່ແຂກພາຍໃນ ແລະ ຕ່າງປະເທດຢູ່ປະເທດລາວ ເຊິ່ງຜ່ານມານີ້, ໂຮງແຮມຮ່ວາງກິ່ມ ເປີດບໍລິການພຽງແຕ່ອາຄານດຽວເທົ່ານັ້ນ, ແຕ່ເພື່ອຮອງຮັບໃຫ້ແກ່ການໃຊ້ບໍລິການຂອງແຂກ ທາງໂຮງແຮມໄດ້ຂະຫຍາຍຕຶກອາຄານອອກອີກໜຶ່ງຕຶກອາຄານ ໂດຍລວມທັງໝົດສອງຕຶກອາຄານມີຫ້ອງພັກ 30 ຫ້ອງ. ໃນນັ້ນ, ມີຫ້ອງພັກແບບສ່ວນຕົວຈົນເຖິງຫ້ອງພັກແບບຄອບຄົວ, ນອກຈາກຫ້ອງພັກແລ້ວກໍ່ຍັງມີສະລອຍນໍ້າ, ບັນຍາກາດດີຢູ່ໃຈກາງເມືອງແຕ່ເໜືອນເຮົາໄດ້ມາພັກຜ່ອນຢູ່ໃກ້ຊິດທໍາມະຊາດ.
ເພື່ອເປັນການສະເຫລີມສະຫລອງວັນສຳຄັນຂອງສອງປະເທດ ລາວ-ຫວຽດນາມ ແລະ ສະເຫລີມສະຫລອງການປັບປຸງໂຮງແຮມຮ່ວາງກິມໃໝ່ ໂດຍສະເພາະແມ່ນວັນເຊັນສັນຍາມິດຕະພາບ-ການຮ່ວມ ແລະ ວັນສ້າງຕັ້ງສາຍພົວພັນການທູກລາວ-ຫວຽດນາມ (18/7/1977 ແລະ 5/9/1962), ວັນຊາດ ສສ ຫວຽດນາມ (2/9/1945) ທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນໂຮງແຮມຮ່ວາງກິມ ໄດ້ມີການຫລຸດລາຄາຄ່າຫ້ອງ 50% ທຸກໝວດຫ້ອງນັບແຕ່ນີ້ໄປເຖິງທ້າຍເດືອນກັນຍາ 2025 ນີ້. ໃນນັ້ນ, ຫ້ອງຄູ່ມາດຕະຖານພຽງ 450.000/ຄືນ (ຈຳກັດ 6 ຫ້ອງ/ມື້); Standard Twin Room ພຽງແຕ່ 500.000ກີບ/ຄືນ(ຍັງເຫລືອພຽງ 5 ຫ້ອງເທົ່າ), ຫ້ອງຄອບຄົວມາດຕະຖານ
ເໝາະສຳລັບກຸ່ມ ພຽງແຕ່ 800.000 ກີບ/ຄືນ(ຈຳນວນ 8 ຫ້ອງ), ເຊິ່ງໃນທຸກໆຫ້ອງແມ່ນລວມທັງອາຫານເຊົ້າແບບບຸບເຟ.
ທ່ານ ຕິ່ງ ວິໄລ ກ່າວຕື່ມວ່າ: ໂຮງແຮມຮ່ວາງກິມ ຕັ້ງຢູ່ບ້ານຊຽງຢືນ ເມືອງຈັນທະບູລີ ນະຄອນຫລວງວຽງ. ນອກຈາກໃກ້ທາດດຳ ເຊິ່ງເປັນແຫລ່ງທ່ອງທ່ຽວທາງດ້ານວັດທະນະທຳແລ້ວ ຍັງໃກ້ກັບແຫລ່ງທ່ອງທ່ຽວສວນສາທາລະນະອື່ນໆ ໂດຍສະເພາະແມ່ນສວນສາທາລະນະເຈົ້າອານຸວົງ, ຕະຫລາດມືດແຄມຂອງ, ຕະຫລາດເຊົ້າ ແລະ ຕະຫລາດກາງຄືນສີຫອມ ໂດຍສາມາດຍ່າງໄປທ່ຽວໄດ້. ຍັງມີບໍລິການລົດຖີບບໍ່ເສຍຄ່າ (ຟຣີ) ຕື່ມອີກ. ຖ້າທ່ານໃດສົນໃຈຕິດຕໍ່ໄດ້ຫລາຍຊ່ອງທາງເຊັນ: Facebook: Hoang Kim Hotel & Restaurant, https://maps.app.goo.gl, /chsgDdiwgoxwMYQH7 ແລະ ເບີໂທ ຫລື ວອດແອັບ: 020 99585959.
ໂດຍ:ຢ່າຕ່ົງ
ພາບຂັນໄຊ

KPL