ຂປລ
*ຢູ່ສູນຊຸມຊົນທີ່ມຸງດ້ວຍຫລັງ ຄາສັງກະສີ ແລະ ອ້ອມຮອບດ້ວຍທົ່ງນາ, ຊາວບ້ານຫລາຍກວ່າສອງຮ້ອຍຄົນຈາກບ້ານນ້ຳເດື່ອ ເມືອງປາກກະດິງ, ແຂວງບໍລິຄໍາໄຊ

ປ້າຍບອກເຂດປ່າສະຫງວນແຫ່ງຊາດນ້ຳກະດິງ ເພື່ອເນັ້ນຢໍ້າໃຫ້ຊາວບ້ານຮູ້ວ່າເຂດແດນປ່າສະຫງວນເລີ່ມຕົ້ນຢູ່ຈຸດໃດ.
ຮູບພາບໂດຍ: SDC/ວັນນະແສງ ອິນສານ
*ຢູ່ສູນຊຸມຊົນທີ່ມຸງດ້ວຍຫລັງ ຄາສັງກະສີ ແລະ ອ້ອມຮອບດ້ວຍທົ່ງນາ, ຊາວບ້ານຫລາຍກວ່າສອງຮ້ອຍຄົນຈາກບ້ານນ້ຳເດື່ອ ເມືອງປາກກະດິງ, ແຂວງບໍລິຄໍາໄຊ ໄດ້ມາເຕົ້າໂຮມກັນໃນຕອນເຊົ້າຂອງວັນທີ່ອາກາດບໍ່ຮ້ອນບໍ່ໜາວ ເຊິ່ງບາງຄົນກໍ່ຍ່າງມາເອງບາງຄົນກໍ່ຂີ່ລົດຈັກມາ. ເມື່ອແນມເຂົ້າໄປກໍ່ຈະເຫັນຕັ່ງຢາງສີຟ້າລຽນຢາຍກັນໄປຕາມຫ້ອງໂຖງທີ່ເຕັມໄປດ້ວຍແມ່ຍິງ, ຜູ້ອາວຸໂສ ແລະ ເຖົ້າແກ່ແນວໂຮມປະຈໍາບ້ານ. ຂະນະທີ່ກ່ອນກອງປະຊຸມຈະເລີ່ມຕົ້ນຂຶ້ນຜູ້ດໍາເນີນວາລະກໍ່ໄດ້ຍົກໄມຂຶ້ນມາແລ້ວຖາມວ່າ “ມີໃຜຢາກອາສາຂຶ້ນມາຮ້ອງເພງບໍ່?”. ເມື່ອສຽງເພງທີ່ຄຸ້ນເຄີຍໄດ້ເລີ່ມຂຶ້ນພ້ອມເນື້ອເພງຄາຣາໂອເກະເທິງໜ້າຈໍໂປຣເຈັກເຕີ້ ບັນຍາກາດພາຍໃນຫ້ອງກໍ່ປ່ຽນໄປທັນທີ. ຮອຍຍິ້ມໄດ້ເລີ່ມປະກົດເທິງສີໜ້າຂອງແຕ່ລະຄົນຈາກທີ່ຮູ້ສຶກຄືວ່າມາຮ່ວມກອງປະຊຸມກໍ່ໄດ້ກາຍມາເປັນການມາຮ່ວມມ່ວນຊື່ນກັນຂອງຊຸມຊົນແທນສໍາຜັດໄດ້ເຖິງຄວາມຮູ້ສຶກອົບອຸ່ນ ແລະ ຮັກແພງແໜ້ນແຟ້ນກັນ. ການຂຶ້ນມາຮ້ອງເພງແນວນີ້ ເປັນວິທີທີ່ສົມບູນແບບທີ່ຈະລິເລີ່ມໂອ້ລົມກັນກ່ຽວກັບຫົວຂໍ້ສິດທິທີ່ດິນທີ່ຈິງຈັງ.

ທຸກໄວອາຍຸເຂົ້າຮ່ວມເຕັມຫ້ອງໂຖງ ສະທ້ອນໃຫ້ເຫັນເຖິງຄວາມຫ້າວຫັນ ແລະ ຄວາມສົນໃຈຕໍ່ສິດທິທີ່ກ່ຽວຂ້ອງກັບທີ່ດິນ.
ຮູບພາບໂດຍ: SDC/ວັນນະແສງ ອິນສານ
ຢູ່ບ້ານນ້ຳເດື່ອທີ່ດິນບໍ່ແມ່ນພຽງສິ່ງທີ່ສະແດງເຂດແດນເທົ່ານັ້ນ ແຕ່ມັນຍັງເປັນພື້ນຖານໃນການດໍາລົງຊີວິດ, ການປູກຝັງທໍາມາຫາກິນ, ເປັນທັງມໍລະດົກຕົກທອດ ແລະ ປັດໄຈສໍາຄັນຕໍ່ຄວາມໝັ້ນຄົງຂອງຊີວິດ. ນັບເປັນເວລາຫລາຍທົດສະວັດແລ້ວທີ່ຊາວບ້ານຫລາຍໆຄົນໄດ້ດຳລົງຊີວິດ ແລະ ຫາກິນຢູ່ເທິງຜືນແຜ່ນດິນທີ່ຕົນບໍ່ທັນໄດ້ມີກໍາມະສິດຖືຄອງຢ່າງທາງການ, ຍັງຄົງມີຂອບເຂດດິນແດນທີ່ບໍ່ຊັດເຈນ ແລະ ຄວາມຮູ້ທາງດ້ານກົດໝາຍທີ່ຈຳກັດ. ຫາກເມື່ອມີເຫດຂັດແຍ່ງເກີດຂຶ້ນພວກເຂົາກໍ່ບໍ່ມີຫົນທາງທີ່ຈະສູ້ກັບ. ແມ່ຕູ້ ບຸນທັນ ສີພັນທາ ປະຊາຊົນບ້ານນໍ້າເດື່ອກ່າວວ່າ: “ແມ່ມີດິນຕອນໜຶ່ງທີ່ຄອບຄົວແມ່ໄດ້ເຮັດປູກຝັງມາຫລາຍສິບປີແຕ່ມີມາມື້ໜຶ່ງກໍ່ມີຄົນມາແທກ, ມາລ້ອມຮົ້ວເອົາດິນແມ່ແລ້ວບອກວ່າເປັນຂອງເຂົາ. ຍ້ອນຄອບຄົວແມ່ທຸກຍາກບໍ່ໄດ້ມີຄວາມຮູ້ແມ່ກໍ່ບໍ່ຮູ້ຊິຢຸດເຂົາແນວໃດ”. ຫລັງຈາກທີ່ໄດ້ຟັງໝູ່ຂອງຕົນເລົ່າບັນຫາທີ່ດິນ, ແມ່ຕູ້ ລຸນ ໝາກມະນີ ກໍ່ໄດ້ລວບລວມຄວາມກ້າເຫລົ່າໃຫ້ຟັງວ່າ “ດິນແມ່ກໍ່ຖືກຄືກັນຜູ້ຢູ່ທາງຂ້າງຫັ້ນມີແຕ່ຫຍັບມາດິນແມ່ແຕ່ແມ່ກໍ່ບໍ່ຮູ້ຈະລົມແນວໃດກໍ່ເລີຍໄດ້ແຕ່ປ່ອຍໄປໄດ້ມິດໄວ້ຢູ່”. ແມ່ຍິງເຫລົ່ານີ້ ແລະ ຍັງອີກຫລາຍໆຄົນຈາກກຸ່ມຜູ້ດ້ອຍໂອກາດ ແລະ ຊົນເຜົ່າກໍາລັງຄ່ອຍໆເລີ່ມກ້າທີ່ຈະມີສິດມີສຽງ. ການທີ່ຄວາມຮັບຮູ້ຂອງພວກເຂົາກ່ຽວກັບສິດທິໃນທີ່ດິນ ແລະ ຊັບພະຍາກອນທໍາມະຊາດເພີ່ມຂຶ້ນ, ຄວາມໝັ້ນໃຈກໍ່ເພີ່ມພູນໄປເຊັ່ນກັນ ແລ້ວໃນທີ່ສຸດສຽງທີ່ງຽບທີ່ສຸດກໍ່ຈະເລີ່ມກ້າເວົ້າກ່ຽວກັບບັນຫາທີ່ດິນ ແລະ ປົກປ້ອງອະນາຄົດຂອງຕົນ.
ການປ່ຽນແປງດັ່ງກ່າວນີ້ ບໍ່ໄດ້ເກີດຂຶ້ນໃນຊົ່ວຂ້າມຄືນ ແຕ່ແມ່ນຜົນຂອງຄວາມພະຍາຍາມຫລາຍປີພາຍໃຕ້ໂຄງການ PIASVC ສະ ໜັບສະໜູນໂດຍປະເທດສະວິດເຊີແລນ, ຈັດຕັ້ງປະຕິບັດໂດຍອົງການ Helvetas ແລະ ດໍາເນີນການຕໍ່ໃນຂັ້ນຊຸມຊົນຜ່ານສະມາຄົມ ເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ (ADWLE) ເຊິ່ງເປັນໜຶ່ງໃນສິບເອັດອົງການຈັດຕັ້ງທາງສັງຄົມໃນທົ່ວປະເທດທີ່ດໍາເນີນການພາຍໃຕ້ໂຄງການນີ້.
ໂຄງການ PIASVC ໄດ້ຖືກອອກແບບມາເພື່ອຊ່ວຍປະຊາຊົນ 30.000 ຄົນໃນ 8 ແຂວງ, ເຊິ່ງຖ້ານັບສະເພາະເມືອງປາກກະດິງ ແມ່ນໄດ້ຕັ້ງເປົ້າວ່າ ຈະເຂົ້າຫາປະຊາຊົນ 6.000 ຄົນ ໃນ 12 ບ້ານ ໂດຍມີ ຄາດໝາຍວ່າ 4.100 ຄົນ ຈະຮັບ ຮູ້ສິດທີ່ດິນ ແລະ ຊັບພະຍາກອນທຳມະຊາດຢ່າງເລິກເຊິ່ງຂຶ້ນ. ຄວາມສໍາເລັດຂອງວຽກງານດັ່ງກ່າວ ແມ່ນຂຶ້ນກັບຜູ້ຕາງໜ້າຈາກທ້ອງຖິ່ນທີ່ມາມີສ່ວນຮ່ວມໃນໂຄງການ. ໜ່ວຍໄກ່ເກ່ຍ ແລະ ອາສາສະໝັກຂັ້ນບ້ານ 120 ຄົນ ຈາກເມືອງປາກກະດິງ ໄດ້ຮັບການຝຶກອົບຮົມ ເພື່ອມາດໍາເນີນກອງປະຊຸມເຜີຍແຜ່ຕໍ່ໃນຂັ້ນທ້ອງຖິ່ນແກ່ປະຊາຊົນ ໜຶ່ງໃນນັ້ນ ກໍ່ແມ່ນນາງ ທອງທິ ດວງດີ ອາສາສະໝັກບ້ານນໍ້າເດື່ອ. ເພິ່ນກ່າວວ່າ “ເມື່ອກ່ອນຂ້ອຍບໍ່ກ້າຮອດຈະຖືໄມ ແຕ່ໂຄງການໄດ້ຊ່ວຍໃຫ້ຂ້ອຍໝັ້ນໃຈທີ່ຈະດໍາເນີນກິດຈະກໍາ ແລະ ຄັ້ງນີ້ ແມ່ນຄັ້ງທີ່ສີ່ແລ້ວ, ຂ້ອຍຮູ້ສຶກພູມໃຈທີ່ໄດ້ຊ່ວຍປະຊາຊົນ ແລະ ບ້ານເຮົາ.”
ຕອນນີ້ ເມືອງປາກກະດິງ ຖືວ່າມີຜູ້ຕາງໜ້າ 90 ກວ່າຄົນທີ່ສາມາດຊ່ວຍໃຫ້ຄໍາແນະນໍາພື້ນຖານທາງກົດໝາຍແກ່ຊຸມຊົນຂອງຕົນ. ນອກນີ້, ໜ່ວຍໄກ່ເກ່ຍຂອງບ້ານກໍ່ໄດ້ຮັບການພັດທະນາຢ່າງເຂັ້ມແຂງຜ່ານຝຶກອົບຮົມຫລາຍໆຮອບເຮັດໃຫ້ສະ ມາຊິກ 100 ກວ່າຄົນ, ໃນນັ້ນ ມີແມ່ຍິງ 30 ກວ່າຄົນ ສາມາດໄກ່ເກ່ຍຂໍ້ຂັດແຍ່ງຢູ່ຂັ້ນບ້ານໄດ້ຢ່າງໝັ້ນໃຈ. ທ່ານ ບຸນຫລາຍ ຄຳສຸກຖາວົງ ນາຍບ້ານນໍ້າເດື່ອ ກ່າວວ່າ: “ພວກເຮົາບໍ່ພຽງແຕ່ນຳພາເທົ່ານັ້ນ ແຕ່ຍັງຮັບຟັງພ້ອມໄດ້ຮັບຄວາມໄວ້ວາງໃຈຈາກຊາວບ້ານ”. ເພິ່ນໄດ້ກ່າວຕື່ມວ່າ: “ປັດຈຸບັນປະຊາຊົນເຂົ້າໃຈການນຳໃຊ້ທີ່ດິນປະເພດຕ່າງໆຫລາຍຂຶ້ນ, ເຂົ້າໃຈການສືບທອດມູນ, ສິນສົມສ້າງ, ການໃຫ້ຜົວ-ເມຍອອກຊື່ໃບຕາດິນຮ່ວມກັນ, ຂໍ້ຂັດແຍ່ງພາຍໃນຄອບຄົວກໍ່ຫລຸດລົງອີກ, ການບຸກລຸກປ່າສະຫງວນກໍ່ບໍ່ມີແລ້ວເພາະຊາວບ້ານເຂົ້າໃຈບ່ອນໃດໄປໄດ້ ໄປບໍ່ໄດ້”.
ການປ່ຽນແປງຂອງບ້ານນ້ຳເດື່ອບໍ່ໄດ້ເກີດຂຶ້ນຢ່າງໂດດດ່ຽວ ເພາະມັນເປັນສ່ວນໜຶ່ງຂອງວິໄສທັດໄລຍະຍາວທີ່ໄດ້ຮັບການຊຸກຍູ້ສະໜັບສະໜູນຈາກສະວິດເຊີແລນ. ວິໄສທັດດັ່ງກ່າວ ເລັ່ງໃສ່ສ້າງຄວາມຮັບຮູ້ຂອງຊຸມຊົນ, ສ້າງຄວາມເຂັ້ມແຂງທາງດ້ານກົດໝາຍ, ຊ່ວຍໃນການອອກໃບຕາດິນ, ການຄຸ້ມຄອງທີ່ດິນຢ່າງຍືນຍົງ ແລະ ການປະຕິຮູບນະໂຍບາຍໃຫ້ກ້າວໄປໃນທິດທາງດຽວກັນ.
ນອກຈາກໂຄງການ PIASVC ທີ່ສ້າງຄວາມຮັບຮູ້ ແລະ ຊ່ວຍແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານແລ້ວກໍ່ຍັງມີອີກຫລາຍໆໂຄງການທີ່ກໍາລັງຊ່ວຍສ້າງຄວາມເຂັ້ມແຂງໃຫ້ລະບົບທີ່ດິນຂອງລາວເຮົາ. ບໍ່ວ່າຈະເປັນໂຄງການອອກໃບຕາດິນ ESLR, ໂຄງການ Land for Life (L4L) ທີ່ສຸມໃສ່ການຮັບປະກັນວ່າທີ່ດິນຖືກນຳໃຊ້ຢ່າງມີປະສິດທິພາບ ແລະ ມີຄວາມຮັບຜິດຊອບຕໍ່ກັບຊຸມຊົນ. ການຄຸ້ມຄອງດິນໃນຂັ້ນພາກພື້ນແມ່ນ້ຳຂອງໂຄງການ MRLG ແລະ ໂຄງການ LMDP ທີ່ຊ່ວຍຂະຫຍາຍຄວາມຊັດເຈນທາງດ້ານກົດໝາຍ ແລະ ການຄຸ້ມຄອງພື້ນທີ່ປ່າໄມ້.
ເມື່ອເອົາມາລວມກັນແລ້ວຄວາມພະຍາຍາມເຫລົ່ານີ້ ສະທ້ອນໃຫ້ເຫັນເຖິງການຮ່ວມມືຂອງປະ ເທດສະວິດເຊີແລນ ທີ່ເຫັນວ່າທີ່ດິນບໍ່ພຽງແຕ່ເປັນບັນຫາທາງດ້ານກົດ ໝາຍແຕ່ຍັງເປັນພື້ນຖານສໍາລັບຄວາມສາມັກຄີທາງສັງຄົມ, ຄວາມສະເໝີພາບລະຫວ່າງບົດບາດຍິງ-ຊາຍ, ໂອກາດທາງດ້ານເສດຖະກິດ ແລະ ຄວາມທົນທານຕໍ່ສະພາບດິນຟ້າອາກາດ. ການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງທີ່ດິນຕັ້ງແຕ່ຈາກລະດັບຄົວເຮືອນໄປເຖິງລະດັບຊາດ ແລະ ລະດັບພາກພື້ນແມ່ນໝາຍຄວາມວ່າ ເມື່ອມີໃຜຜູ້ໜຶ່ງຄືກັບແມ່ຕູ້ ບຸນທັນ ທີ່ມີຄວາມກ້າທີ່ຈະຜະເຊີນກັບບັນຫາຂັດແຍ້ງກ່ຽວກັບທີ່ດິນ ຫລື ຄື ນາງ ທອງທີ ທີ່ເລີ່ມດໍາເນີນກອງປະຊຸມ ແລະ ຊ່ວຍເຫລືອປະຊາຊົນ ພວກເຂົາທັງສອງກໍ່ໄດ້ເຂົ້າຮ່ວມໃນຂະບວນການຫັນປ່ຽນຂະໜາດໃຫຍ່ທີ່ແນໃສ່ເຮັດໃຫ້ລະບົບທີ່ດິນມີຄວາມຍຸຕິທຳ, ໂປ່ງໃສ ແລະ ມີຄວາມເປັນເອກະພາບຢ່າງແທ້ຈິງ. ດ້ວຍເຫດນີ້, ວຽກງານຂອງສະວິດເຊີແລນ ຈຶ່ງມີຄວາມສຳຄັນຫລາຍສຳລັບພາກພື້ນແຫ່ງນີ້ ເພື່ອຊ່ວຍຮັບປະກັນວ່າຄວາມກ້າວໜ້າຕ້ອງມາຄຽງຄູ່ກັບຄວາມຍືນຍົງ.
ໃນຕອນທ້າຍຂອງກອງປະຊຸມ, ຢູ່ສູນຊຸມຊົນກໍ່ເລີ່ມມີສຽງລົມກັນຝົດສະໜັ່ນຫວັ່ນໄຫວ, ເດັກນ້ອຍເລີ່ມແລ່ນໄປມາ. ຂະນະທີ່ຊາວບ້ານກໍ່ພາກັນຢືນລົມກັນຢູ່ທາງປະຕູອອກ. ແມ່ຕູ້ ລູນ ໄດ້ຍິ້ມຂຶ້ນພ້ອມກັບເວົ້າວ່າ: ພວກເຮົາເປັນພຽງຊາວບ້ານທໍາມະດາທົ່ວໄປແຕ່ຕອນນີ້ ກໍ່ໄດ້ຄວາມຮູ້ໃໝ່ ແລະ ນັ້ນໝາຍຄວາມວ່າພວກເຮົາໄດ້ອອກມາຈາກຄວາມມືດ ແລະ ເລີ່ມມີແສງສະຫວ່າງຂຶ້ນມາແລ້ວ.

ທັດສະນີຍະພາບຂອງບ້ານນ້ຳເດື່ອ ເຊິ່ງທັງເປັນທີ່ຕັ້ງຂອງປ່າສະຫງວນແຫ່ງຊາດນ້ຳກະດິງ.
ຮູບພາບໂດຍ: SDC/ວັນນະແສງ ອິນສານ
KPL