ຄະນະຜູ້ແທນລາວ ເຂົ້າຮ່ວມເວທີສົນທະນາ ບົດບາດຍິງ-ຊາຍ ໃນຂະແໜງພະລັງງານອາຊຽນ

30/07/2025 14:51
Email Print 10094
ຂປລ ຂປລ. ເມື່ອບໍ່ດົນມານີ້, ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ນາງ ມາລີວັນ ພົມແສງສະ ຫວັນ ຮອງຫົວໜ້າຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມເວທີ ສົນທະນາບົດບາດຍິງ-ຊາຍ ໃນຂະແໜງພະລັງງານອາຊຽນ ແລະ ເວທີສົນທະນານະໂຍບາຍ ພະລັງງານອາຊຽນ

ຂປລ. ເມື່ອບໍ່ດົນມານີ້, ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ນາງ ມາລີວັນ ພົມແສງສະ ຫວັນ ຮອງຫົວໜ້າຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມເວທີ ສົນທະນາບົດບາດຍິງ-ຊາຍ ໃນຂະແໜງພະລັງງານອາຊຽນ ແລະ ເວທີສົນທະນານະໂຍບາຍ ພະລັງງານອາຊຽນ ກ່ຽວກັບ ລະບົບພະລັງງານກາກບອນຕໍ່າ ຢູ່ກົວລາລຳເປີ ປະເທດມາເລເຊຍ ເຊິ່ງເປັນເວທີສໍາມະນາແລກປ່ຽນ, ຖອດຖອນບົດຮຽນຂອງແຕ່ລະປະເທດ, ພ້ອມທັງໄດ້ຮັບຮູ້ກ່ຽວກັບເປົ້າໝາຍ ແລະ ແຜນງານຂອງບັນດາປະເທດສາມະຊິກ ອາຊຽນໃນການສົ່ງເສີມ ຄວາມສະເໜີພາບຍິງ-ຊາຍ ໃນຂະແໜງພະລັງງານ ແລະ ເຂົ້າໃຈເຖິງຮູບແບບ, ການສ້າງນະໂຍບາຍຂອງແຕ່ລະປະເທດ ໃນການສົ່ງເສີມພະລັງງານ ກາກບອນຕໍ່າ.

ໃນເວທີສົນທະນາດັ່ງກ່າວ, ຄະນະຜູ້ແທນຈາກ ສປປ ລາວ ໄດ້ເຂົ້າຮ່ວມສົນທະນາ ໃນຫົວຂໍ້ "ການສ້າງແຜນແມ່ບົດ ລະດັບພາກພື້ນຂອງອາຊຽນ ໃນການຫັນປ່ຽນພະລັງງານ" ໂດຍທ່ານ ນາງ ມາລີວັນ ພົມແສງສະຫວັນ ໄດ້ນຳສະເໜີແນວທາງ ແລະ ນະໂຍບາຍຂອງສະຫະພັນແມ່ຍິງລາວ ໃນການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໂດຍສະເພາະ ການເຊື່ອມສານວຽກງານດັ່ງກ່າວ ເຂົ້າກັບການຮັບປະກັນ ຄວາມສະເໝີພາບ ແລະ ການຫັນປ່ຽນພະລັງງານ. ພ້ອມກັນນັ້ນ, ໃນເວທີສົນທະນາກ່ຽວກັບ ລະບົບພະລັງງານ ກາກບອນຕໍ່າ, ຄະນະຜູ້ແທນລາວ ຍັງໄດ້ຍົກໃຫ້ເຫັນເຖິງແຜນນະ ໂຍບາຍດ້ານສິນເຊື່ອກາກບອນຂອງປະເທດ ແລະ ສິ່ງທ້າທາຍໃນການປັບປຸງ ແຜນງານປະກອບສ່ວນແກ້ໄຂ ບັນຫາ ການປ່ຽນແປງດິນຟ້າ ອາກາດແຫ່ງຊາດ (NDC) ສະບັບທີ 3.0 ທີ່ຕິດພັນກັບຂະແໜງພະລັງງານ.

ການເຂົ້າຮ່ວມເວທີສົນທະນາຄັ້ງນີ້, ຖືເປັນໂອກາດອັນດີໃນການແລກປ່ຽນ ແລະ ຖອດຖອນ ບົດຮຽນກັບບັນດາປະເທດ ສະມາຊິກອາຊຽນ, ພ້ອມທັງໄດ້ຮັບຮູ້ເປົ້າໝາຍ ແລະ ແຜນງານໃນການສົ່ງ ເສີມຄວາມສະເໝີພາບ ຍິງ-ຊາຍ ແລະ ການສ້າງນະໂຍບາຍ ພະລັງງານກາກບອນຕໍ່າໃນລະດັບພາກພື້ນ ເພື່ອນຳມາປັບໃຊ້ໃນການພັດທະນາ ຂະແໜງພະລັງງານຂອງ ສປປ ລາວ ຕໍ່ໄປ.

ຂໍ້ມູນ-ພາບ: ຂ່າວສານອຸດສາຫະກຳ ແລະ ການຄ້າ

KPL

ຂ່າວອື່ນໆ

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

ads
ads

Top