ຂປລ
ອີງຕາມ ຂໍ້ມູນຫລ້າສຸດ ທີ່ ອົງການ ສ່ວຍສາອາກອນແຫ່ງຊາດຈີນ ເປີດເຜີຍ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຜ່ານມາ, ບັນດາວິສາຫະກິດ ສປຈີນ ມີລາຍຮັບ ຈາກການຈໍາໜ່າຍສິນຄ້າ ເພີ່ມຂຶ້ນ 15% ເມື່ອທຽບໃສ່ຈັງຫວະ
ຂປລ. ອ້າງຕາມແຫລ່ງຂ່າວ ຊີເອັມຈີ: ເມື່ອບໍ່ດົນມານີ້, ອີງຕາມ ຂໍ້ມູນຫລ້າສຸດ ທີ່ ອົງການ ສ່ວຍສາອາກອນແຫ່ງຊາດຈີນ ເປີດເຜີຍ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຜ່ານມາ, ບັນດາວິສາຫະກິດ ສປຈີນ ມີລາຍຮັບ ຈາກການຈໍາໜ່າຍສິນຄ້າ ເພີ່ມຂຶ້ນ 15% ເມື່ອທຽບໃສ່ຈັງຫວະ ການເຕີບໂຕລວມ ຂອງ ວິສາຫະກິດ ໃນທົ່ວປະເທດ ໃນຂະນະທີ່ ການພັດທະນາ ອຸດສາຫະກໍາ ການຜະລິດຂອງຈີນ ໄດ້ຮັບການ ຍົກລະດັບ ໃຫ້ມີ ຄຸນນະພາບສູງຂຶ້ນ ບົນພື້ນຖານ ຄວາມໝັ້ນທ່ຽງ. ສິ່ງດັ່ງກ່າວນີ້ ກາຍເປັນສິ່ງຄໍ້າປະກັນ ທີ່ສໍາຄັນ ໃນການຮັກສາ ການເຕີບໂຕ ຂອງ ເສດຖະກິດ ຈີນ.
ໂດຍສະເພາະ ລາຍຮັບ ຈາກການຈໍາໜ່າຍ ຂອງອຸດສາຫະກໍາ ເຕັກໂນໂລຊີສູງ ເພີ່ມຂຶ້ນ 14,3% ຊື່ງເປັນການຮັກສາ ຈັງຫວະ ການເຕີບໂຕ ຢ່າງວ່ອງໄວ. ສ່ວນຍອດມູນຄ່າ ການຈັດຊື້ອຸປະກອນ ກົນຈັກ ຂອງ ວິສາຫະກິດ ໃນທົ່ວປະເທດ ເພີ່ມຂຶ້ນ 11,1% ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີ 2024. ນອກຈາກນີ້, ນອກຈາກນັ້ນ, ຍອດມູນຄ່າການຈໍາໜ່າຍ ລະຫວ່າງ ແຂວງຕ່າງໆ ຂອງ ຈີນ ກວມເອົາ 40,7% ຂອງ ຍອດມູນຄ່າ ການຈໍາໜ່າຍ ຂອງ ວິສາຫະກິດ ໃນທົ່ວປະເທດ ເພີ່ມຂຶ້ນ 0,6% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2024./
KPL