ຂປລ
, ເວັບໄຊ ລັດຖະສະພາ ອີຣານ (ໄອຊີເອເອັນເອ) ອ້າງຕາມຄຳເວົ້າ ຂອງ ທ່ານ ຊັມ ເຊດດິນ ຮອສເຊນີ ປະທານ ຄະນະ ກຳມະທິການ ເສດຖະກິດ ລະບຸໃນ ກອງປະຊຸມ ຄະນະ ກຳມະທິການ ອະນຸມັດ ໃຫ້ເງິນເຣຍ ຊຶ່ງເປັນ ສະກຸນເງິນ ປະຈຳຊາດ ລວມເຖິງ ການນໍາເລກສູນ 4 ໂຕອອກຈາກ ທະນະບັດ.
ຂປລ. ອ້າງຕາມ ແຫລ່ງຂ່າວ ເອເອຟພີ: ວັນທີ 4 ສິງຫາ , ເວັບໄຊ ລັດຖະສະພາ ອີຣານ (ໄອຊີເອເອັນເອ) ອ້າງຕາມຄຳເວົ້າ ຂອງ ທ່ານ ຊັມ ເຊດດິນ ຮອສເຊນີ ປະທານ ຄະນະ ກຳມະທິການ ເສດຖະກິດ ລະບຸໃນ ກອງປະຊຸມ ຄະນະ ກຳມະທິການ ອະນຸມັດ ໃຫ້ເງິນເຣຍ ຊຶ່ງເປັນ ສະກຸນເງິນ ປະຈຳຊາດ ລວມເຖິງ ການນໍາເລກສູນ 4 ໂຕອອກຈາກ ທະນະບັດ. ພາຍໃຕ້ ລະບົບໃໝ່ນີ້ 1 ເຣຍ ຈະທຽບເທົ່າກັບ 10.000 ເຣຍ ຕາມມູນຄ່າ ໃນປັດຈຸບັນ ແລະ ຈະຖືກອອກແບບເປັນ 100 ເກຣັນ. ໂດຍຮ່າງກົດໝາຍ ສະບັບ ໃນປັດຈຸບັນ ຈະຕ້ອງຜ່ານ ການລົງມະຕິ ໂດຍ ລັດຖະສະພາ ແລະ ໄດ້ຮັບ ການອະນຸມັດ ຈາກ ສະພາອາຣັກ, ຊຶ່ງເປັນ ອົງກອນ ທີ່ມີ ອຳນາດ ໃນການ ກວດກາ ກົດໝາຍ . ຢ່າງໃດກໍ່ຕາມ ຍັງບໍ່ຮູ້ ແນ່ນອນວ່າ ການລົງມະຕິ ຈະເກີດ ຂຶ້ນເມື່ອໃດ. /
KPL