ຂປລ
*ເມື່ອເອີ່ຍເຖິງບ້ານຂົວເຊ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ຫລາຍຄົນກໍຕ້ອງຄິດເຖິງອາຫານທີ່ຂຶ້ນຊື່ລືນາມປະຈຳທ້ອງຖິ່ນນັ້ນ, ໃຜໄດ້ກາຍໄປກາຍມາກໍ່ບໍ່ພາດທີ່ຕ້ອງໄດ້ແວ່ກິນປີ້ງປາ, ສົ້ມຜັກຊ້ຽນ ແລະ ແຈ່ວນໍ້າຜັກ

*ເມື່ອເອີ່ຍເຖິງບ້ານຂົວເຊ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ຫລາຍຄົນກໍຕ້ອງຄິດເຖິງອາຫານທີ່ຂຶ້ນຊື່ລືນາມປະຈຳທ້ອງຖິ່ນນັ້ນ, ໃຜໄດ້ກາຍໄປກາຍມາກໍ່ບໍ່ພາດທີ່ຕ້ອງໄດ້ແວ່ກິນປີ້ງປາ, ສົ້ມຜັກຊ້ຽນ ແລະ ແຈ່ວນໍ້າຜັກ ຢູ່ຮ້ານແມ່ບົວສະຫວັນ ບອກໄດ້ເລີຍວ່າແຊບຫລາຍ ເນື່ອງຈາກວ່າປາທີ່ເພີ່ນນໍາມາປີ້ງນັ້ນ ແມ່ນປາທຳມະຊາດຈາກນ້ຳເຊ ສົດໆໃໝ່ໆໃນທຸກມື້ ຈຶ່ງໄດ້ລົດຊາດທີ່ຫວານແຊບຊ້ອຍແບບວ່າກິນເຂົ້າໝົດແອບແບບບໍ່ຮູ້ເມື່ອພຸ້ນລະ! ອັນທີ່ເວົ້າມານີ້ ກໍ່ບໍ່ເວົ້າເຖິງໃຜແຕ່ເວົ້າເຖິງຜູ້ຂຽນເອງ ແລະ ຄະນະນັກຂ່າວຈາກສູນກາງ ບໍ່ວ່າຈະເປັນ ໜັງສືພິມ,ໂທລະພາບ ແລະ ວິທະຍຸ ທີ່ໄດ້ມີໂອກາດລົງໄປເຄື່ອນໄຫວເຮັດວຽກຮ່ວມກັບພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ ໃນການຕິດຕາມເອົາຂ່າວກ່ຽວກັບການປູກຝັງ-ລ້ຽງສັດໃນສອງເມືອງ ຄື ເມືອງ ເຊບັ້ງໄຟ ແລະ ເມືອງໜອງບົກ. ສະນັ້ນ, ຈຶ່ງໄດ້ມີໂອກາດມາແວ່ຊີມປີ້ງປາ, ສົ້ມຜັກຊ້ຽນ ກັບແຈ່ວນໍ້າຜັກ ຈັ່ງແມ່ນແຊບສົມເພີ່ນວ່າອີຫລີບໍ່ວ່າຈະເປັນປີ້ງປາ, ປີ້ງອົ່ວກົບ,ສົ້ມຜັກຊ້ຽນ, ແຈ່ວນໍ້າຜັກກັບເຂົ້າໜຽວຮ້ອນໆອ່ອນໆຈັງແມ່ນເຂົ້າກັນອໍ່າລໍ່າກິນຄໍາໃດກໍ່ບໍ່ຮູ້ຢາກເຊົານີ້ແລະ ເພິ່ນວ່າອາຫານພື້ນບ້ານຂອງລາວກິນຍາມໃດແຊບຍາມນັ້ນ.

ນາງ ບົວສະຫວັນ ສິມມະນີ ເຈົ້າຂອງຮ້ານປີ້ງປາ ໄດ້ເວົ້າສູ່ຟັງວ່າ: ຖ້າເວົ້າເຖິງເມືອງເຊບັ້ງໄຟຫລາຍໆຄົນກໍອາດຈະຄິດເຖິງປີ້ງປາ, ແຈ່ວນໍ້າຜັກ, ສົ້ມຜັກຊ້ຽນ ເນື່ອງຈາກວ່າເປັນອາຫານເອກະລັກທີ່ສ້າງພາບຈື່ໃຫ້ຫລາຍຄົນຄິດເຫັນເມືອງເຊບັ້ງໄຟ. ສະນັ້ນ, ຕົນເອງພາຍຫລັງຍົກຍ້າຍຈາກບ້ານໜອງບອນ ມາຢູ່ບ້ານຂົວເຊ ກໍຄິດຢາກຈະເຮັດອາຊີບໃດໜຶ່ງທີ່ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ຈຶ່ງຕັດສິນໃຈ ເຮັດອາຊີບຂາຍອາຫານປະເພດປີ້ງປາ, ກ້ອຍປາ ຍ້ອນມີເນື້ອທີ່ເໝາະສົມແດ່ຄືມີດິນໜ້າທາງ ເຊິ່ງຮ້ານປີ້ງປາໄດ້ເປີດມາແຕ່ປີ 1980 ເປັນຕົ້ນມາເຫັນວ່າໄດ້ຮັບຜົນຕອບຮັບດີຫລາຍລູກຄ້າທັງພາຍໃນແຂວງ ແລະ ຕ່າງແຂວງ ກໍ່ແວ່ວຽນມາບໍ່ຂາດສາຍຫລາຍຄົນຈົນກາຍມາເປັນຂາປະຈໍາຖ້າໄດ້ກາຍມາທາງເຊບັ້ງໄຟກໍ່ບໍ່ພາດຈະຕ້ອງມາແວ່ກິນຢູ່ທີ່ນີ້ ໂດຍອາຫານຫລັກກໍ່ຈະແມ່ນປະເພດປີ້ງກົບ, ປີ້ງປາໂຈກ, ປານາງ ແລະ ປາກົດ. ນອກນີ້, ກໍຍັງມີກ້ອຍປາ, ແກງປາ, ປະເພດຕໍາ ແລະ ທີ່ຂາດບໍ່ໄດ້ແມ່ນສົ້ມຜັກຊ້ຽນ. ສໍາລັບຈຸດດຶງດູດຂອງຮ້ານກໍ່ຕ້ອງແມ່ນອາຫານທີ່ສົດໃໝ່ໃນແຕ່ລະມື້, ຄວາມສະອາດ, ການບໍລິການທີ່ດີກໍເປັນສິ່ງທີ່ສໍາຄັນທີ່ເຮັດໃຫ້ລູກຄ້າປະທັບໃຈ, ອີກຢ່າງໜຶ່ງເລື່ອງອາຫານຖ້າປະເພດປີ້ງ ກໍຈະປີ້ງປາໃໝ່ໆກິນຮ້ອນໆເລີຍ ມັນຈຶ່ງແຊບ, ຊີ້ນຈະຫວານ ບວກກິນກັບເຂົ້າໜຽວຮ້ອນໆ, ແຈ່ວນໍ້າຜັກແມ່ນເຂົ້າກັນຫລາຍ ໂດຍນໍ້າຜັກບາງສ່ວນກໍ່ຮັບຊື້ຈາກປະຊາຊົນ, ບາງສ່ວນເຮັດເອງ ໂດຍຂັ້ນຕອນການເຮັດນໍ້າຜັກໃຫ້ແຊບນັ້ນ, ທໍາອິດຕ້ອງນໍາເອົາຜັກກາດຂິວທີ່ຕົ້ນແກ່ໆມາຕາກແດດແລ້ວບົ່ມນໍ້າ ກ່ອນຈະນໍາມາຝັກ ແລະ ຕໍາໃຫ້ລະອຽດປຸງດ້ວຍເກືອ, ແປ້ງນົວກ່ອນຈະມາຕົ້ມຂ້ຽວ ໂດຍໃຊ້ໄຟອ່ອນຈົນນ້ຳແຫ້ງແລ້ວຈຶ່ງກິນໄດ້. ສໍາລັບລາຄາອາຫານແມ່ນຈະປັບຂຶ້ນຕາມແຕ່ລະໄລຍະບໍ່ຄືກັນເຊິ່ງໄລຍະນີ້ປາຫລາຍແມ່ນລາຄາປີ້ງລະ100.000 ກີບ, ສົ້ມຜັກແມ່ນ 25.000-30.000 ກີບ.
ນາງ ບົວສະຫວັນ ເວົ້າເສີມອີກວ່າ: ກ່ອນທີ່ຮ້ານປີ້ງປາຂອງຂ້າພະເຈົ້າຈະມາເຖິງຈຸດນີ້ໄດ້ ທັງໝົດລ້ວນມາຈາກຄວາມດຸໝັ່ນຂະຫຍັນພຽນ, ຄວາມມານະອົດທົນ ຈຶ່ງສາມາດຜ່ານຜ່າຂໍ້ຫຍຸ້ງຍາກຕ່າງໆນາໆມາຈົນປະສົບຜົນ ສຳເລັດມາເຖິງທຸກມື້ນີ້ ແລະ ທີ່ສຳຄັນແມ່ນຄວາມພ້ອມພຽງຮຽງໜ້າຂອງສະມາຊິກໃນຄອບຄົວຊ່ວຍເຫລືອກັນຄົນໄມ້ລະມືຈຶ່ງເຮັດໃຫ້ທຸລະກິດຂະຫຍາຍໂຕ, ມີລູກຄ້າຫລັ່ງໄຫລເຂົ້າມາໃຊ້ບໍລິການຫລາຍຂຶ້ນ, ນັບແຕ່ປະກອບການທຸລະກິດດ້ານນີ້ມາເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນເລື້ອຍໆ, ມີອາຊີບທີ່ໝັ້ນຄົງສາມາດສ້າງລາຍຮັບໄດ້ຫລາຍລ້ານກີບຕໍ່ເດືອນ, ມີເງິນທຶນໝູນວຽນ, ມີເງິນເກັບເງິນທ້ອນຈຳນວນໜຶ່ງ. ພ້ອມດຽວກັນ, ກໍ່ເປັນການສ້າງເອກະລັກເຮັດໃຫ້ຄົນຮູ້ຈັກເມືອງເຊບັ້ງໄຟຜ່ານອາຫານຫລາຍຂຶ້ນກວ່າເກົ່າ ແລະ ທີ່ສຳຄັນຍັງເປັນການສົ່ງເສີມພໍ່ແມ່ປະຊາຊົນໃນເຂດດັ່ງກ່າວ ມີລາຍຮັບຈາກການເອົາປາມາຈຳໜ່າຍໃຫ້ຮ້ານຂອງພວກເຮົາ.
ເອົາເປັນວ່າ, ຖ້າຫາກທ່ານໃດ ໄດ້ກາຍໄປກາຍມາທາງເມືອງເຊບັ້ງໄຟ ຢາກໃຫ້ມາກິນປີ້ງປາ,ແຈ່ວນໍ້າຜັກ, ສົ້ມຜັກຊ້ຽນແຊບ ຮັບຮອງວ່າ ບໍ່ຜິດຫວັງແນ່ນອນ, ແຕ່ຫາກທ່ານໃດມີເວລາຈໍາກັດແຕ່ຢາກໄດ້ປີ້ງປາແຊບໆ ກໍ່ສາມາດສັ່ງຊື້ໄດ້ທີ່ເບີ 020 55750418.
ໂດຍ: ມາລີດາ

KPL