ສປຈີນ ເລັ່ງເຂັ້ມງວດກົດໝາຍການຄວບຄຸມການຂັບຂີ່ອັດສະລິຍະ

29/07/2025 18:15
Email Print 359
ຂປລ ຈີນ ຈະເພີ່ມຄວາມເຂັ້ມງວດ ໃນຂໍ້ບັງຄັບ ແລະ ການບໍລິຫານ ຈັດການລະບົບຂັບຂີ່ ເນື່ອງຈາກ ລະບົບ ຂັບຂີ່ອັດສະລິຍະ ທີ່ ຕິດຕັ້ງ ໃນ ຍານພາຫະນະ ປັດຈຸບັນນີ້ ຍັງບໍ່ສາມາດ ຂັບຂີ່ ອັດຕະໂນມັດໄດ້ຢ່າງແທ້ຈີງ, ໂດຍຜູ້ຂັບຂີ່ ຍັງຕ້ອງເປັນ ຜູ້ຮັບຜິດຊອບຫລັກ ໃນຂະນະຂັບຂີ່.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ຶອບໍ່ດົນມານີ້ ທ່ານ ຫວັງ ສຽງ ຜູ້ອຳນວຍການ ສຳນັກບໍລິຫານ ການຈັດການຈາລະຈອນ ສັງກັດ ກະຊວງ ຄວາມໝັ້ນຄົງ ສາທາລະນະ ຂອງຈີນ ກ່າວໃນງານ ຖະແຫລງຂ່າວ ທີ່ຈັດຂຶ້ນ ໂດຍສຳນັກງານ ຂໍ້ມູນຂ່າວສານ ແຫ່ງ ຄະນະລັດຖະມົນຕີຈີນ ລະບູວ່າ: ຈີນ ຈະເພີ່ມຄວາມເຂັ້ມງວດ ໃນຂໍ້ບັງຄັບ ແລະ ການບໍລິຫານ ຈັດການລະບົບຂັບຂີ່ ເນື່ອງຈາກ ລະບົບ ຂັບຂີ່ອັດສະລິຍະ  ທີ່ ຕິດຕັ້ງ ໃນ ຍານພາຫະນະ ປັດຈຸບັນນີ້ ຍັງບໍ່ສາມາດ ຂັບຂີ່ ອັດຕະໂນມັດໄດ້ຢ່າງແທ້ຈີງ, ໂດຍຜູ້ຂັບຂີ່ ຍັງຕ້ອງເປັນ ຜູ້ຮັບຜິດຊອບຫລັກ ໃນຂະນະຂັບຂີ່.

ທ່ານ ຫວັງ ສຽງ ກ່າວເນັ້ນວ່າ ຖ້າຫາກ ຜູ້ຂັບຂີ່ ປະມື ຈາກພວງມາໄລ ຫລື ລະສາຍຕາ ຈາກເສັ້ນທາງ ໃນຂະນະທີ່ ຂັບລົດ ບໍ່ພຽງແຕ່ ຈະເກີດຄວາມສ່ຽງຮ້າຍແຮງ ຕໍ່ຄວາມປອດໄພ ຕາມຖະໜົນ ແຕ່ຍັງອາດຈະນຳໄປສູ່ຄວາມຜິດທາງແພ່ງ, ການລົງໂທດ ຫລື ການດຳເນີນຄະດີທາງອາຍາ. ນອກຈາກນັ້ນ, ເຈົ້າໜ້າທີ່ ຕຳຫລວດ ຈະສະໜັບສະໜູນ ການປັບກົດໝາຍ ແລະ ຂໍ້ບັງຄັບ ເພື່ອສ້າງຄວາມຊັດເຈນ ກ່ຽວກັບ ການຄວບຄຸມ ຍານພາຫະນະ ດ້ວຍຕົນເອງ ໃນລະດັບເລີ່ມຕົ້ນ ແລະ ອື່ນໆ./

KPL

ຂ່າວອື່ນໆ

ads
ads

Top