ເກີດອຸບັດເຫດ ເຮືອຊາວອົບພະຍົບຫລົ້ມ ຢູ່ເຂດທະເລ ເຢເມນ ເສຍຊີວິດເກືອບ 70 ຄົນ

04/08/2025 17:58
ຂປລ ເຈົ້າໜ້າທີ່ ສາທາລະນະສຸກ ຂອງ ລັດຖະບານ ເຢເມນ ແຈ້ງວ່າ : ເກີດອຸບັດເຫດເຮືອ ຊາວອົບພະຍົບ ອາຟຣິກາ ຫລົ້ມ ຢູ່ເຂດທະເລ ທາງພາກໃຕ້ ຂອງ ເຢເມນ ໃນຕອນຄໍ່າ ວັນທີ 2 ສິງຫານີ້ ເຮັດໃຫ້ມີ ຜູ້ເສຍຊີວິດເຖິງ 68 ຄົນ, ສູນຫາຍ 74 ຄົນ ແລະ ລອດຊີວິດ ຈຳນວນໜຶ່ງ.

ຂປລ. ອ້າງຕາມຂ່າວ ຊີເອັມຈີ: ເຈົ້າໜ້າທີ່ ສາທາລະນະສຸກ ຂອງ ລັດຖະບານ ເຢເມນ ແຈ້ງວ່າ : ເກີດອຸບັດເຫດເຮືອ ຊາວອົບພະຍົບ ອາຟຣິກາ ຫລົ້ມ ຢູ່ເຂດທະເລ ທາງພາກໃຕ້ ຂອງ ເຢເມນ ໃນຕອນຄໍ່າ ວັນທີ 2 ສິງຫານີ້ ເຮັດໃຫ້ມີ ຜູ້ເສຍຊີວິດເຖິງ 68 ຄົນ, ສູນຫາຍ 74 ຄົນ ແລະ ລອດຊີວິດ ຈຳນວນໜຶ່ງ.

ອີງຕາມ ແຈ້ງການ ຂອງ ພາກສ່ວນ ຄວາມໝັ້ນຄົງ ແຂວງອັບຢັນ ຂອງ ເຢເມນ ໃຫ້ຮູ້ວ່າ: ຜູ້ເສຍຊີວິດ ແລະ ຜູ້ລອດຊີວິດ ທັງໝົດ ລ້ວນແຕ່ແມ່ນ ຊາວເອທີໂອປີ. ເນື່ອງຈາກ ຖືກແຊ່ນໍ້າເປັນ ເວລາດົນນານ ແລະ ອິດເມື່ອຍທີ່ສຸດ, ປັດຈຸບັນ, ຜູ້ລອດຊີວິດ ຈໍານວນໜຶ່ງ ຍັງຢູ່ໃນພາວະອັນຕະລາຍ. ໃນຂະນະນີ້, ບັນດາເຈົ້າໜ້າທີ່ ກ່ຽວຂ້ອງ ຂອງທ້ອງ ຖິ່ນດັ່ງກ່າວ ພວມເລັ່ຊອກຫາ ຜູ້ປະສົບເຄາະຮ້າຍຕ່າງໆ. ນອກຈາກນີ້, ເຈົ້າໜ້າທີ່ລັດຖະບານ ເຢເມນ ຍັງລະບຸວ່າ: ອົງການຈັດຕັ້ງ ສາກົນ ເພື່ອການ ຍົກຍ້າຍ ຖິ່ນຖານ ແລະ ອົງການ ຈັດຕັ້ງ ເພື່ອມະນຸດສະທໍາອື່ນໆ ໄດ້ສົ່ງໜ່ວຍງານເຂົ້າຮ່ວມ ໃນການ ຄົ້ນຫາ ແລະ ກູ້ໄພ ພ້ອມທັງ ໃຫ້ການຊ່ວຍເຫລືອ ແກ່ຜູ້ລອດຊີວິດ ຢ່າງເລັ່ງດ່ວນ./

KPL

ຂ່າວອື່ນໆ

ads
ads

Top