ກະຊວງ ວທ ມອບໃບກຽດຕິຄຸນ ໃຫ້ບໍລິສັດ ສະຕາ ໂທລະຄົມ

04/08/2025 15:01
ຂປລ ຂປລ. ໃນວັນທີ 1 ສິງຫາ 2025 ຜ່ານມາ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ໄດ້ມອບໃບກຽດຕິຄຸນໃຫ້ ບໍລິສັດ ສະຕາ ໂທລະຄົມ ຫລື Unitel ເພື່ອສະແດງຄວາມຂອບໃຈ ແລະ ຍ້ອງຍໍໃນການປະກອບສ່ວນສະໜັບສະໜູນ ການຝຶກອົບຮົມ ການປະດິດຄິດແຕ່ງ ບົດປະພັນວັນນະຄະດີລາວ ປະຈຳປີ 2025

ຂປລ. ໃນວັນທີ 1 ສິງຫາ 2025 ຜ່ານມາ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ໄດ້ມອບໃບກຽດຕິຄຸນໃຫ້ ບໍລິສັດ ສະຕາ ໂທລະຄົມ ຫລື Unitel ເພື່ອສະແດງຄວາມຂອບໃຈ ແລະ ຍ້ອງຍໍໃນການປະກອບສ່ວນສະໜັບສະໜູນ ການຝຶກອົບຮົມ ການປະດິດຄິດແຕ່ງ ບົດປະພັນວັນນະຄະດີລາວ ປະຈຳປີ 2025 ເຊິ່ງເປັນກິດຈະກຳສຳຄັນໃນການສົ່ງເສີມ ແລະ ອະນຸລັກມໍລະດົກ ທາງວັດທະນະທຳຂອງຊາດ.

ກິດຈະກຳການຝຶກອົບຮົມດັ່ງກ່າວ ມີເປົ້າໝາຍເພື່ອສົ່ງເສີມຄວາມຮູ້, ຄວາມເຂົ້າໃຈ ແລະ ທັກສະດ້ານການປະພັນວັນນະຄະດີລາວ ໃຫ້ນັກຂຽນຣຸ່ນໃໝ່, ຄູ-ອາຈານ ແລະ ຜູ້ທີ່ສົນໃຈທົ່ວໄປ ໂດຍມີເນື້ອໃນ ກວມເອົາທັງດ້ານສິລະປະຂອງພາສາ, ເຕັກນິກການປະພັນ ແລະ ການອະນຸລັກຄຸນຄ່າຂອງວັນນະຄະດີດັ້ງເດີມ, ພ້ອມທັງການໝູນໃຊ້ໃນຍຸກດີຈິຕອນ. ນອກຈາກນີ້, ສໍາມະນາກອນຍັງໄດ້ລົງທະ ບຽນເຂົ້າຮ່ວມ ຜ່ານແອັບພລິເຄຊັນ LaoApp ເຊິ່ງເປັນສ່ວນໜຶ່ງ ຂອງການສະໜັບສະໜູນຂອງ Unitel.

Unitel ຜູ້ໃຫ້ບໍລິການດ້ານຄົມມະນາຄົມຊັ້ນນຳຂອງ ສປປ ລາວ ໄດ້ຮ່ວມສະໜັບສະໜູນການພັດທະນາ ທາງວັດທະນະທຳ, ພ້ອມທັງຢັ້ງຢືນຄວາມມຸ່ງໝັ້ນ ໃນການຮ່ວມຊຸກຍູ້ສັງຄົມລາວ, ທັງໃນດ້ານເຕັກ ໂນໂລຊີ, ການສຶກສາ ແລະ ວັດທະນະທຳ.
KPL

ຂ່າວອື່ນໆ

ads
ads

Top