ຂປລ
ຂປລ. ໃນວັນທີ 4 ກໍລະກົດ 2025 ຜ່ານມານີ້, ຄະນະຊີ້ນໍາວຽກງານຂໍ້ມູນຂ່າວສານ ດ້ານການຕ່າງປະເທດ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກ ກອມມູນິດຫວຽດນາມ (ອົງການປະຈໍາການຂອງຄະນະຊີ້ນໍາ ວຽກງານຂໍ້ມູນຂ່າວສານ ດ້ານການຕ່າງປະເທດ) ໄດ້ເປີດບັ້ນປະກວດທົ່ວປະເທດ ຄັ້ງທີ XI ຊີງລາງວັນດ້ານມູນຂ່າວສານ ດ້ານການຕ່າງປະທດ
ຂປລ. ໃນວັນທີ 4 ກໍລະກົດ 2025 ຜ່ານມານີ້, ຄະນະຊີ້ນໍາວຽກງານຂໍ້ມູນຂ່າວສານ ດ້ານການຕ່າງປະເທດ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກ ກອມມູນິດຫວຽດນາມ (ອົງການປະຈໍາການຂອງຄະນະຊີ້ນໍາ ວຽກງານຂໍ້ມູນຂ່າວສານ ດ້ານການຕ່າງປະເທດ) ໄດ້ເປີດບັ້ນປະກວດທົ່ວປະເທດ ຄັ້ງທີ XI ຊີງລາງວັນດ້ານມູນຂ່າວສານ ດ້ານການຕ່າງປະທດ ກໍຄື ປະກວດບັນດາບົດນິພົນ ແລະ ຜະລິດຕະພັນຂໍ້ມູນຂ່າວສານຕ່າງໆ ທີ່ໄດ້ລົງໃນພາຫະນະສື່ມວນຊົນ ໃນລະຫວ່າງວັນທີ 1 ກໍລະກົດ 2024 ຫາວັນທີ 30 ມິຖຸນາ 2025 ຜ່ານມາ.
ສຳລັບ ບົດນິພົນ ແລະ ຜະລິດຕະພັນຂໍ້ມູນຂ່າວສານຕ່າງໆ ທີ່ຈະສົ່ງເຂົ້າປະກວດ ແລະ ຜ່ານການຄັດເລືອກ ຕ້ອງເປັນບົດທີ່ໄດ້ລົງໃນໜ້າໜັງສືພິມ ຫລື ວາລະສານ ເປັນພາສາຫວຽດນາມ ແລະ ພາສາຕ່າງປະເທດ, ລາຍການໂທລະພາບ, ວິທະຍຸກະຈາຍສຽງ, ປື້ມ, ຮູບຖ່າຍ, ຜະລິດຕະພັນດີຈິຕອນ ແລະ ຜະລິດຕະພັນທີ່ມີມູນຄ່າດ້ານຂ່າວຕ່າງປະເທດ.
ໃນບັ້ນແຂ່ງຂັນດັ່ງກ່າວ, ພາກສ່ວນກ່ຽວຂ້ອງ ກໍຄື ສສ ຫວຽດນາມ ໄດ້ເປີດໂອກາດໃຫ້ ບັນດາສື່ມວນຊົນລາວ ທຸກຂະແໜງການ ແລະ ບຸກຄົນ ທີ່ມີຄວາມສົນໃຈ ສາມາດສົ່ງບົດນິພົນ ແລະ ຜະ ລິດຕະພັນຂໍ້ມູນຂ່າວສານຂອງຕົນ ທີ່ໄດ້ລົງໃນພາຫະນະສື່ມວນຊົນ ທັງສື່ສິ່ງພິມ ແລະ ສື່ເອເລັກໂຕຣນິກ ເປັນຕົ້ນ ໜັງສືພິມ, ໂທລະພາບ, ເວັບໄຊ ໃນລະຫວ່າງວັນທີ 1 ກໍລະກົດ 2024 ຫາວັນທີ 30 ມິຖຸນາ 2025 ຜ່ານມາ ສົ່ງເຂົ້າປະກວດ ເປັນຟາຍ ເອເລັກໂຕຣນິກ ເຂົ້າເວບໄຊ https: duthi.udn.vn ຫລື ສົ່ງໄປສະຖານີທູດຫວຽດນາມ ປະຈຳລາວ ຢູ່ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເພື່ອສົ່ງຕໍ່ໃຫ້ຄະນະຈັດຕັັ້ງຢູ່ ສສ ຫວຽດນາມ.
KPL