ຂປລ
ຂປລ. ໃນລະຫວ່າງວັນທີ 14-15 ກໍລະກົດ 2025 ນີ້, ຄະນະຜູ້ແທນກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ນໍາໂດຍ ສະຫາຍ ພັນເອກ ໂຣເຊນໂກ ອາເລັກເຊ ຮອງຫົວໜ້າກົມອົບຮົມ ທະຫານເຂດຕາເວັນອອກ ກອງທັບສະຫະພັນ ຣັດເຊຍ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນຫລວງວຽງຈັນ

ຂປລ. ໃນລະຫວ່າງວັນທີ 14-15 ກໍລະກົດ 2025 ນີ້, ຄະນະຜູ້ແທນກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ນໍາໂດຍ ສະຫາຍ ພັນເອກ ໂຣເຊນໂກ ອາເລັກເຊ ຮອງຫົວໜ້າກົມອົບຮົມ ທະຫານເຂດຕາເວັນອອກ ກອງທັບສະຫະພັນ ຣັດເຊຍ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນຫລວງວຽງຈັນ ເພື່ອເສີມຂະຫຍາຍສາຍພົວພັນການຮ່ວມມືຍຸດທະສາດ ລະຫວ່າງ ສອງກອງທັບ ລາວ-ຣັດເຊຍ ບົນພື້ນຖານຄວາມສະເໝີພາບ, ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ໂດຍໄດ້ຮັບການຕ້ອນຮັບຈາກ ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ພ້ອມຄະນະ ໂດຍສອງຝ່າຍໄດ້ປຶກສາຫາລືຮ່ວມກັນ ກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງ, ເອກະພາບ ແລະ ຕົກລົງກັນ ສືບຕໍ່ຈັດຕັ້ງການຝຶກຊ້ອມ ຂັ້ນຍຸດທະວິທີຮ່ວມກັນ ພາຍໃຕ້ລະຫັດ ລາໂຣສ-2025 ໂດຍຍຶດໝັ້ນຕໍ່ຄໍາຂວັນທີ່ວ່າ: ຄຽງບ່າຄຽງໄຫລ່ຕໍ່ສູ້ເພື່ອສັນຕິພາບ ຄວາມໝັ້ນຄົງ ເຊິ່ງຈະຈັດຂຶ້ນຢູ່ ສປປ ລາວ ໃນທ້າຍປີ 2025 ນີ້.

ສະຫາຍ ພັນໂທ ອະນຸສິດ ຊູວົງສະຫວັດ ຮອງຫົວໜ້າພະແນກຍຸດທະວິທີ ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ຄະນະຮັບຜິດຊອບເນື້ອໃນ ໄດ້ລາຍງານການກະກຽມຮອບດ້ານ ໃນການຝຶກຊ້ອມດັ່ງກ່າວ ໃຫ້ຝ່າຍຣັດເຊຍ ຮັບຊາບ ແລະ ໄດ້ຮ່ວມກັນແລກປ່ຽນຄໍາເຫັນ, ທັງເອກະພາບຄືນກ່ຽວກັບເນື້ອໃນ, ວິທີການຝຶກຊ້ອມ, ລວມທັງວຽກງານຮັບປະກັນຮອບດ້ານ ແລະ ການເຄື່ອນໄຫວກິດຈະກໍາຮ່ວມກັນ ທາງດ້ານສິລະປະ-ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຕະຫລອດໄລຍະແຫ່ງການຝຶກຊ້ອມຮ່ວມກັນໃນຄັ້ງນີ້.

ການເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງຄະນະຜູ້ແທນກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ໃນຄັ້ງນີ້, ເປັນການປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ມີຄວາມໝາຍຢ່າງຍິ່ງ ອັນເປັນມູນເຊື້ອຂອງສອງຊາດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ກ້າວເຂົ້າສູ່ລວງເລິກ, ທັງເປັນການຍົກສູງຄວາມສາມາດ ແຫ່ງການສໍາພັນສູ້ຮົບ ລະຫວ່າງ ສອງກອງທັບ ລາວ-ຣັດເຊຍ, ຣັດເຊຍ-ລາວ ກຽມພ້ອມປະກອບສ່ວນ ໃນການປົກປັກຮັກສາສັນຕິພາບ, ອໍານາດອະທິປະໄຕ ແລະ ຜືນແຜ່ນ ດິນອັນຄົບຖ້ວນຂອງສອງຊາດ ໄວ້ໃຫ້ໝັ້ນຄົງຕະຫລອດໄປ.
ຂ່າວ: ສຸເວດ ສີດາຄຳ
KPL