ຂປລ
ຂປລ. ຊຸດຝຶກອົບຮົມຫົວຂໍ້ສະເພາະ ສໍາລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3 ໄດ້ປິດລົງດ້ວຍຜົນສຳເລັດ ພາຍຫລັງຈັດຂຶ້ນ ໃນລະຫວ່າງວັນທີ 7-14 ກໍລະກົດ 2025, ມີຜູ້ເຂົ້າຮ່ວມທັງໝົດ 47 ສະຫາຍ, ຍິງ 3 ສະຫາຍ.

ຂປລ. ຊຸດຝຶກອົບຮົມຫົວຂໍ້ສະເພາະ ສໍາລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3 ໄດ້ປິດລົງດ້ວຍຜົນສຳເລັດ ພາຍຫລັງຈັດຂຶ້ນ ໃນລະຫວ່າງວັນທີ 7-14 ກໍລະກົດ 2025, ມີຜູ້ເຂົ້າຮ່ວມທັງໝົດ 47 ສະຫາຍ, ຍິງ 3 ສະຫາຍ. ໃນນັ້ນ, ຈາກ ສປປ ລາວ ຈໍານວນ 20 ສະຫາຍ, ຫວຽດນາມ 12 ສະຫາຍ ແລະ ກໍາປູເຈຍ 15 ສະຫາຍ ໂດຍມີ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະນຳຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະໂຄສະນາອົບຮົມສູນກາງພັກ, ກະຊວງປ້ອງກັນປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບັນດາຫົວໜ້າກົມ, ຮອງກົມ ແລະ ພະນັກງານຈາກພາກສ່ວນກ່ຽວຂ້ອງຂອງລາວ, ພ້ອມດ້ວຍສໍາມະນາກອນຈາກ 3 ພັກ ລາວ-ຫວຽດນາມ-ກຳປູເຈຍ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ລາຍງານກ່ຽວກັບ ຜົນສຳເລັດການຝຶກອົບຮົມຄັ້ງນີ້, ຊຶ່ງໃນໄລຍະການຝຶກອົບຮົມ ສໍາມະນາກອນ ນອກຈາກໄດ້ແລກປ່ຽນບົດຮຽນ ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະພັກ, ແຕ່ລະປະເທດແລ້ວ, ຍັງໄດ້ໄປຢ້ຽມຢາມສະຖານທີ່ປະຫວັດສາດ ແລະ ພື້ນຖານການຜະລິດຈຳນວນໜຶ່ງ ເປັນຕົ້ນ ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ, ຫໍພິພິທະພັນສິລະປະລາວ, ພະທາດຫລວງວຽງຈັນ, ປະຕູໄຊ, ຫໍພິພິທະພັນກອງທັບປະຊາຊົນລາວ, ບໍລິສັດສະຕາໂທລະຄົມ ເພື່ອໃຫ້ສຳມະນາກອນກຳໄດ້ທິດສະດີ ແລະ ປະສົມປະສານພຶດຕິກຳຕົວຈິງ. ພ້ອມນັ້ນ, ສຳມະນາກອນ ຍັງໄດ້ຢ້ຽມຢາມພື້ນຖານການຜະລິດ ແລະ ແຫລ່ງທ່ອງທ່ຽວທາງວັດທະນະທຳ, ທຳມະຊາດ ຈຳນວນໜຶ່ງຢູ່ເມືອງວັງວຽງ ແຂວງວຽງຈັນ ຕື່ມອີກ.

ໂອກາດນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ມີຄຳເຫັນໂອລົມ ໂດຍໄດ້ຕີລາຄາສູງ ຕໍ່ຜົນ ສຳເລັດຂອງຊຸດຝຶກອົບຮົມຄັ້ງນີ້ ແລະ ສະແດງຄວາມຊົມເຊີຍຕໍ່ສຳມະນາກອນ ທີ່ໄດ້ເອົາໃຈໃສ່ຕິດຕາມ, ຄົ້ນຄວ້າ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ແລະ ມີເນື້ອໃນອຸດົມສົມບູນ, ພ້ອມທັງໃຫ້ທິດຊີ້ນຳແກ່ຜູ້ເຂົ້າຮ່ວມຝຶກອົບຮົມ ໂດຍໄດ້ເນັ້ນໃນການສືບຕໍ່ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍການພົວພັນຮ່ວມມືຂອງ 3 ພັກ, 3 ຊາດ ລາວ-ຫວຽດນາມ-ກຳປູເຈຍ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ ພັກ, ລັດ ແລະ ປະຊາຊົນ 3 ປະເທດ ກໍຄື ເພື່ອພາລະກິດແຫ່ງການເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ພ້ອມນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ໃຫ້ກຽດມອບໃບຢັ້ງຢືນ ໃຫ້ສຳມະນາກອນ ທັງ 3 ພັກ ແລະ ອວຍພອນໃຫ້ສຳມະນາກອນທັງໝົດ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ປະຕິບັດໜ້າທີ່ອັນມີກຽດ ທີ່ ພັກ, ລັດ ມອບໝາຍໃຫ້ ແລະ ເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບທຸກປະການ.
ຂ່າວ: ຄຕພ
KPL