ຂປລ
*ຕະຫລອດໄລຍະການເຄື່ອນໄຫວປະຕິວັດຂອງປະທານ ສຸພານຸວົງ ໄດ້ເປັນຄັນທຸງໃນການເຕົ້າໂຮມຄວາມສາມັກຄີຂອງປວງຊົນລາວທັງຊາດ

*ຕະຫລອດໄລຍະການເຄື່ອນ ໄຫວປະຕິວັດຂອງປະທານ ສຸພານຸວົງ ໄດ້ເປັນຄັນທຸງໃນການເຕົ້າໂຮມ ຄວາມສາມັກຄີຂອງປວງ ຊົນລາວທັງຊາດ ເພິ່ນໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາປະສານສົມທົບຢ່າງກົມກຽວ ລະຫວ່າງຈິດໃຈຊາດອັນສູງສົ່ງກັບລັດທິມາກ-ເລນິນ, ແມ່ນຕົວແທນຂອງລັດທິຮັກຊາດ, ຮັກຜືນແຜ່ນດິນ, ເພິ່ນໄດ້ລົງໃກ້ຊິດຕິດແທດກັບການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ, ພ້ອມກັບບັນດາຊັ້ນຄົນ, ດຳເນີນການປະຕິວັດຕໍ່ສູ້ກູ້ຊາດເພື່ອຄວາມເປັນເອກະລາດ ແລະ ອິດ ສະລະພາບແຫ່ງຊາດ.
ປະທານ ສຸພານຸວົງ ຖືເອົາຄວາມສາມັກຄີເປັນອັນໜຶ່ງອັນດຽວຂອງປະຊາຊົນບັນດາເຜົ່າ ເປັນກ້ອນກຳລັງແຮງອັນມະຫາສານຂອງມະຫາຊົນ, ມີຄວາມເຊື່ອໝັ້ນຕໍ່ກຳລັງແຮງຂອງມະຫາຊົນໃນການຕໍ່ສູ້ກັບພວກລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່, ມີຄວາມເຊື່ອໝັ້ນໃນໄຊຊະນະຂອງການປະຕິວັດຊາດ ປະຊາທິປະໄຕ ອັນມີພັກຂອງຊັ້ນກຳມະກອນ ແລະ ຊາວນາ ໂດຍຍຶດຖືລັດທິມາກ-ເລນິນ ເປັນຜູ້ຈັດຕັ້ງ ແລະ ນຳພາ, ໃນກອງປະຊຸມໃຫຍ່ຜູ້ແທນປະຊາ ຊົນທົ່ວປະເທດໃນວັນທີ 13-15 ສິງຫາ 1950 ປະທານ ສຸພານຸວົງ ໄດ້ຮັບເລືອກຕັ້ງໃຫ້ເປັນປະທານສູນກາງແນວລາວອິດສະຫລະ ທັງເປັນລັດຖະເສນາປ້ອງກັນປະເທດ ( ລັດຖະມົນຕີປ້ອງກັນປະເທດ ) ກອງປະຊຸມດັ່ງກ່າວ ໄດ້ຮັບຮອງເອົາໂຄງການການເມືອງ 12 ຂໍ້ ເຊິ່ງສະເໜີໂດຍປະທານ ສຸພານຸວົງ, ພ້ອມດຽວກັນນັ້ນ ປະທານຍັງໄດ້ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ຈົ່ງສາມັກຄີກັນເຂົ້າເປັນອັນໜຶ່ງອັນດຽວດຳເນີນການຕໍ່ສູ້ກັບສັດຕູຜູ້ຮຸກຮານ ເພື່ອຍາດເອົາໄຊຊະນະມາສູ່ປະເທດຊາດ ໃນໄລຍະຕໍ່ມາ.
ປະທານ ສຸພານຸວົງ ເປັນຜູ້ມີ ບົດບາດສຳຄັນອັນພົ້ນເດັ່ນໃນການຮຽກຮ້ອງປຸກລະດົມຂົນຂວາຍ ບັນດາເຈົ້າກົກ, ເຈົ້າເຫລົ່າ, ຫົວໜ້າຊິງຊາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆເຂົ້າເປັນກ້ອນກຳລັງມະຫາສາມັກຄີກາຍເປັນກຳລັງສຳຄັນຂອງການປະຕິວັດ, ໂດຍອາໄສອິດທິພົນ ແລະ ບົດບາດຂອງປະທານໃນຖານະທີ່ເປັນເຊື້ອ ເຈົ້າຜູ້ມີນ້ຳໃຈຮັກຊາດອັນດູດດື່ມ, ໂດຍເຫັນໄດ້ຈາກພຶດຕິກຳຂອງການເສຍສະລະ ຄວາມສຸກໃນຊີວິດສ່ວນຕົວຂອງເພິ່ນໃນການກິ້ງເກືອກລີເລືອ ນຳຂະບວນການປະຕິວັດ, ອຸທິດເຫື່ອແຮງສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດເພື່ອຄວາມເປັນເອກະລາດແຫ່ງຊາດ ດ້ວຍທັດສະນະມະຫາຊົນທີ່ສາມາດເຂົ້າໄດ້ທຸກຊົນເຜົ່າ ແລະ ຊັ້ນຄົນໃນທົ່ວສັງຄົມລາວ, ນອກນັ້ນ ປະທານຍັງໄດ້ອອກແຮງເຄື່ອນໄຫວເຮັດວຽກງານການຕ່າງປະເທດ ເພື່ອເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດໃນທົ່ວໂລກ, ເຕົ້າໂຮມໄດ້ກຳລັງມະຫາສາມັກຄີພາຍໃນ ແລະ ສາມັກຄີກັບສາກົນອັນໄດ້ກາຍເປັນພື້ນຖານໃຫ້ແກ່ການສ້າງເປັນກຳລັງແຮງສັງລວມ ໂຄ້ນລົ້ມພວກລ່າເມືອງຂຶ້ນຜູ້ຮຸກຮານໃຫ້ປະລາໄຊ. ຊື່ສຽງຮຽງນາມ ແລະ ອິດທິພົນຂອງປະທານ ສຸພານຸວົງ ໄດ້ຕິດແໜ້ນກັບປະຫວັດສາດແຫ່ງ ຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າຕິດແໜ້ນກັບວຽກງານແນວໂຮມ, ເພິ່ນໄດ້ອຸທິດເຫື່ອແຮງສະຕິປັນຍາຂອງຕົນເພື່ອເຕົ້າໂຮມຄວາມສາມັກຄີ ຂອງປະຊາຊົນລາວບັນດາເຜົ່າຂອງບັນດາຊັ້ນຄົນ, ສາສະໜາ, ເພດໄວ, ໄດ້ຕັ້ງໜ້າເຊີດຊູນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ສ້າງຄວາມສາມັກຄີປອງດອງພາຍໃນຊາດ ແລະ ເຮັດສຳເລັດພາລະກິດຊາດຢ່າງສົມບູນ.
ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສົມບູນໃນວັນທີ 2 ທັນວາ 1975 ປະທານ ສຸພານຸວົງ ກໍຍັງສືບຕໍ່ເປັນຄັນທຸງເຕົ້າໂຮມຄວາມສາມັກຄີ ໃຫ້ແກ່ວຽກງານແນວໂຮມແຫ່ງຊາດ, ເຊິ່ງໃນວັນທີ 20 ກຸມພາ 1979 ກອງປະຊຸມໃຫຍ່ຜູ້ແທນແນວລາວຮັກຊາດ ໄດ້ໄຂຂຶ້ນຢູ່ທີ່ນະຄອນຫລວງວຽງຈັນ, ກອງປະຊຸມໄດ້ຕົກລົງປ່ຽນແນວລາວຮັກຊາດ ມາເປັນແນວລາວສ້າງຊາດ ແລະ ປະທານ ສຸພານຸວົງ ກໍໄດ້ເລືອກຕັ້ງໃຫ້ເປັນປະທານແນວລາວສ້າງຊາດ. ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ໄດ້ກ່າວສັນລະເສີນປະທານ ສຸພານຸວົງ ວ່າ: ໂດຍເດີນຕາມເສັ້ນທາງຂອງພັກຄວາມສາມາດ, ຄຸນນະທຳ ແລະ ອິດທິພົນຂອງສະຫາຍ ສຸພານຸວົງ ໄດ້ກາຍເປັນສິ່ງຊຸກຍູ້ປຸກລະດົມ ແລະ ດຶງດູດເອົາປະຊາຊົນລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆທັງພາຍໃນ ແລະ ຕ່າງປະເທດປະກອບສ່ວນສ້າງກ້ອນກຳລັງມະຫາສາມັກຄີ ເປັນອັນໜຶ່ງອັນດຽວໃນແນວໂຮມເອກະພາບແຫ່ງຊາດ, ເຊິ່ງອັນນັ້ນໄດ້ເປັນປັດໄຈອັນໜຶ່ງໃນຫລາຍໆປັດໄຈອັນສຳຄັນ ທີ່ຮັບປະກັນໃຫ້ແກ່ໄຊຊະນະຂອງການປະຕິວັດເຮົາໃນແຕ່ລະໄລຍະ.
KPL