ລັດຖະບານ ມີຄວາມມຸ່ງໝັ້ນແກ້ໄຂບັນຫາສິ່ງແວດລ້ອມ

10/06/2025 14:07
Email Print 403
ຂປລ ຂປລ. ປັດຈຸບັນ, ປະຊາກອນໂລກ ໃນທຸກພາກພື້ນກໍາລັງຜະເຊີນໜ້າ ກັບສິ່ງທ້າທາຍນາໆປະການ ອັນເນື່ອງມາຈາກ ການເຊື່ອມໂຊມຂອງສິ່ງແວດລ້ອມ, ການສູນເສຍຄວາມຫລາກຫລາຍ ທາງດ້ານຊີວະນາໆພັນ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ເປັນຕົ້ນ ບັນຫາມົນລະພິດ, ໄພແຫ້ງ ແລ້ງ, ໄພນໍ້າຖ້ວມ ແລະ ອາກາດທີ່ຮ້ອນອົບເອົ້າ ນັບມື້ນັບເພີ່ມຂຶ້ນ.



ຂປລ. ປັດຈຸບັນ
, ປະຊາກອນໂລກ ໃນທຸກພາກພື້ນກໍາລັງຜະເຊີນໜ້າ ກັບສິ່ງທ້າທາຍນາໆປະການ ອັນເນື່ອງມາຈາກ ການເຊື່ອມໂຊມຂອງສິ່ງແວດລ້ອມ, ການສູນເສຍຄວາມຫລາກຫລາຍ ທາງດ້ານຊີວະນາໆພັນ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ເປັນຕົ້ນ ບັນຫາມົນລະພິດ, ໄພແຫ້ງ ແລ້ງ, ໄພນໍ້າຖ້ວມ ແລະ ອາກາດທີ່ຮ້ອນອົບເອົ້ານັບມື້ນັບເພີ່ມຂຶ້ນ. ເນື່ອງມາຈາກການຂະຫຍາຍຕົວຢ່າງໄວວາ ຂອງເສດຖະກິດໂລກ ໃນຊຸມປີຜ່ານມາ, ສັງຄົມເຮົາໄດ້ມີການຜະລິດ ແລະ ນໍາໃຊ້ຜະລິດຕະພັນ ທີ່ຜະລິດ ແລະ ຫຸ້ມຫໍ່ ດ້ວຍປລາສຕິກ ເພີ່ມຂຶ້ນ ໂດຍສະເພາະ ໃນບັນດາປະເທດທີ່ກຳລັງພັດທະນາ

ລວມທັງ ສປປ ລາວ.

​ ບັນຫາຂີ້ເຫຍື້ອປລາສຕິກ ສ່ວນໃຫຍ່ທີ່ຖືກຖິ້ມລົງນໍ້າ, ດິນ ແລະ ການຈູດເຜົາ ໄດ້ກໍໃຫ້ເກີດມົນລະພິດທາງອາກາດ, ດິນ ແລະ ນໍ້າ ນັບມື້ນັບຫລາຍ ແລະ ຮຸນແຮງຂຶ້ນ ອັນໄດ້ສົ່ງຜົນກະທົບຕໍ່ສຸຂະ ພາບຂອງສິ່ງທີ່ມີຊີວິດ ໂດຍສະເພາະຄົນເຮົາ. ຍິ່ງໄປກວ່ານັ້ນ, ການຈູດຍັງເປັນການປ່ອຍທາດອາຍພິດ ທໍາລາຍຊັ້ນບັນຍາກາດ ເຮັດໃຫ້ເກີດພາວະໂລກຮ້ອນ ດັ່ງທີ່ພວກເຮົາພວມຜະເຊີນນໍາກັນດັ່ງທຸກມື້ນີ້. ປະຊາຊົນລາວ ສ່ວນຫລາຍຍັງມີຄວາມຊິນເຄີຍ ໃນການນຳໃຊ້ປລາສຕິກ ເຂົ້າໃນການດຳລົງລົງຊີວິດປະ ຈຳວັນ ນັບມື້ມີຈຳນວນເພີ່ມຂຶ້ນ ໃນຄົວເຮືອນ, ສໍານັກງານ, ຫ້າງຮ້ານ, ຮ້ານອາຫານ, ໂຮງແຮມ ແລະ ຕາມສະຖານທີ່ທ່ອງທ່ຽວຕ່າງໆ ແຕ່ການຄຸ້ມຄອງ, ການນໍາກັບມາໃຊ້ຄືນ ແລະ ການທໍາລາຍຢ່າງຖືກວິທີ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ.

​ສານ​ຂອງ ທ່ານ ສອນ​ໄຊ ສີ​ພັນ​ດອນ ນາຍົກລັດຖະມົນຕີ ​ເນື່ອງ​ໃນໂອກາດ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ 5 ມິຖຸນາ 2025 ​ໄດ້​ໃຫ້​ຮູ້​ວ່າ: ໃນສະພາບການດັ່ງທີ່ກ່າວມານີ້, ລັດຖະບານ ກໍໄດ້ພະຍາຍາມຂົນຂວາຍຫລາຍວິທີທາງ ເພື່ອກໍາຈັດຂີ້ເຫຍື້ອໃຫ້ຖືກຕ້ອງຕາມເຕັກນິກວິທີການ ແລະ ນໍາກັບມາໃຊ້ຄືນໃຫ້ເກີດປະໂຫຍດສູງສຸດ ເພື່ອຫລຸດຜ່ອນບັນຫາສິ່ງແວດລ້ອມ. ລັດ ຖະບານ ມີຄວາມມຸ່ງໝັ້ນແກ້ໄຂບັນຫາສິ່ງແວດລ້ອມ ໂດຍໄດ້ກໍານົດໃນກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມສະບັບປັບປຸງ, ກໍານົດຄາດໝາຍໃນແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ສ້າງແຜນດໍາເນີນງານແຫ່ງຊາດ ກ່ຽວກັບການຄຸ້ມຄອງ ປລາສຕິກ ຂອງ ສປປ ລາວ ປີ 2024-2030 ໄປພ້ອມກັບການຜັນຂະຫຍາຍ ມາເປັນລະບຽບການ, ຄູ່ມືແນະນໍາ ເພື່ອຄວບຄຸມ, ຫລຸດຜ່ອນ ແລະ ກໍາຈັດຢ່າງຖືກວິທີ. ພ້ອມກັນນັ້ນ, ກໍໄດ້ເຊື່ອມສານວຽກງານສິ່ງແວດລ້ອມ ເຂົ້າໃນແຜນພັດທະນາຂອງຂະແໜງການຕ່າງໆ ເປັນຕົ້ນ ການສຶກສາ, ພື້ນຖານໂຄງລ່າງ, ກະສິກໍາ, ບໍ່ແຮ່, ພະລັງງານ, ທ່ອງທ່ຽວ ແລະ ອື່ນໆ ໃຫ້ແກ່ການຈັດຕັ້ງປະຕິບັດ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອແກ້ໄຂບັນຫາມົນລະພິດປລາສຕິກ ແລະ ຟື້ນຟູສະພາບແວດລ້ອມ ຢູ່ ສປປ ລາວ. ນອກຈາກນັ້ນ, ກໍມີຫລາຍໂຄງການໄດ້ຮັບການຈັດຕັ້ງປະຕິບັດ ຮ່ວມກັບຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການທີ່ບໍ່ຂຶ້ນກັບລັດຖະບານ, ອົງການຈັດຕັ້ງສັງຄົມ ເພື່ອປູກຈິດສໍານຶກ ໃຫ້ສັງຄົມ ແລະ ສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງ ແລະ ຫລຸດຜ່ອນມົນລະພິດຈາກປລາສຕິກ ກໍຄື ການປະກອບສ່ວນແກ້ໄຂຮ່ວມກັນ ກັບປະຊາຄົມໂລກ ໄປພ້ອມກັບການສົ່ງເສີມການພັດທະນາ ເສດຖະກິດໝູນວຽນ, ເສດຖະກິດສີຂຽວ ແລະ ຍຶນຍົງ ເຊິ່ງເປັນລະບົບເສດຖະກິດ ເພື່ອຫລຸດຜ່ອນສິ່ງເສດເຫລືອ ແລະ ໃຊ້ຊັບພະຍາກອນທີ່ມີຢູ່ ໃຫ້ເກີດປະໂຫຍດສູງສຸດ ແລະ ໃຫ້ມີຄວາມຍືນຍົງ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ເສດຖະກິດ-ສັງຄົມ ທີ່ຈະເລີນຮຸ່ງເຮືອງ ກັບການມີສິ່ງແວດລ້ອມທີ່ດີ ແມ່ນຄວາມ ມຸ່ງມາດປາຖະໜາອັນແຮງກ້າ ຂອງປະຊາຄົມໂລກ ແລະ ປະຊາຊົນລາວ ທັງຊາດ.

          ຕາມຂໍ້ມູນຫລ້າສຸດ ເຫັນວ່າການນຳໃຊ້ ປລາສຕິກໃນທົ່ວໂລກ ໄດ້ມີການເພີ່ມຂຶ້ນ ຫລາຍເທົ່າຕົວ ຈາກ 6,8 ລ້ານໂຕນ ໃນປີ 2000 ເປັນ 220 ລ້ານໂຕນ ໃນປີ 2024, ໃນນັ້ນ ມີພຽງແຕ່ 9% ຖືກນຳມາໃຊ້ຄືນໃໝ່, 12% ແມ່ນນຳໄປຈູດເຜົາ ແລະ 79% ແມ່ນຖືກນໍາໄປຝັງດິນ ໃນສະໜາມຂີ້ເຫຍື້ອ ແລະ ມີຈໍານວນໜຶ່ງຖືກຖິ້ມຊະຊາຍ ໂດຍບໍ່ມີການກໍາຈັດຢ່າງຖືກວິທີ ​ເຊິ່ງສິ່ງເສດເຫລືອຈາກປລາສຕິກ ມີການຍ່ອຍສະຫລາຍຍາກ ເຊິ່ງໂດຍທົ່ວໄປຈະໃຊ້ເວລາປະມານ 400-450 ປີ.

KPL

ຂ່າວອື່ນໆ

    • ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາການເມືອງ

      ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ

      6/19/2025 4:21:28 PM

      ຂປລ. ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຈັດຂຶ້ນວັນທີ 19 ມິຖຸນາ 2025 ທີ່ກະຊວງສຶກສາທິການ ແລະ ກິລາ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ ສູນກາງພັກ ຜູ້ປະຈຳການຄະນະເລ ຂາທິການສູນກາງພັກ, ຮອງປະທານປະເທດ, ມີຄະນະພັກກະຊວງ, ຫົວໜ້າກົມ, ຮອງກົມ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳຫລັກແຫລ່ງແຂວງວຽງຈັນການເມືອງ

      ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳຫລັກແຫລ່ງແຂວງວຽງຈັນ

      6/19/2025 4:17:01 PM

      ຂປລ. ຕອນບ່າຍວັນທີ 18 ມິຖຸນາ 2025 ທີ່ສະໂມສອນເມືອງເຟືອງ ແຂວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມການນຳ ແລະ ພະນັກງານຫລັກແຫລ່ງແຂວງວຽງຈັນ ຊຶ່ງນຳພາຄະນະຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ໂດຍທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ.

    • ທູດລາວຍື່ນສານຕາຕັ້ງຕໍ່ ປະທານາທິບໍດີແຫ່ງສະມາພັນທະລັດສະວິດການເມືອງ

      ທູດລາວຍື່ນສານຕາຕັ້ງຕໍ່ ປະທານາທິບໍດີແຫ່ງສະມາພັນທະລັດສະວິດ

      6/19/2025 3:58:28 PM

      ຂປລ. ໃນຕອນບ່າຍ ວັນທີ 17 ມິຖຸນາ 2025, ທີ່ນະຄອນຫລວງເບີນ, ສະມາພັນທະລັດ ສະວິດ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ນາງ ກາຣິນ ແຄເລີຊຸດເຕີ(Karin Keller Sutter) ປະທານາທິບໍດີແຫ່ງ ສະມາພັນທະລັດ ສະວິດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາສະມາພັນທະລັດສະວິດ

    • ປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມການເມືອງ

      ປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມ

      6/19/2025 3:54:13 PM

      ຂປລ. ພິທີປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈັດຂຶ້ນໃນວັນທີ 18 ມິຖຸ ນາ 2025 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ

    • ກະຊວງ ພບ ສະຫລຸບການປະຕິບັດວຽກງານ ແລະ ຜ່ານເອກະສານປັບປຸງກົງຈັກການຈັດຕັ້ງການເມືອງ

      ກະຊວງ ພບ ສະຫລຸບການປະຕິບັດວຽກງານ ແລະ ຜ່ານເອກະສານປັບປຸງກົງຈັກການຈັດຕັ້ງ

      6/19/2025 3:49:40 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ຈັດກອງປະຊຸມສະຫລຸບການ ຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ຜ່ານເອກະສານການປັບປຸງກົງຈັກການຈັດຕັ້ງ ພັກ-ລັດ ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີຄະນະພັກ, ຄະນະນຳກະຊວງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນກະຊວງ ພບ ເຂົ້າຮ່ວມ.

ads
ads

Top