ເຫລົ້າຂາວ ບ້ານພັ້ນ ສິນຄ້າຄຸນນະພາບດີ ຈາກແຂວງຊຽງຂວາງ

10/06/2025 11:33
Email Print 666
ຂປລ ບ້ານພັ້ນ ເມືອງແປກ ແຂວງຊຽງຂວາງ ເປັນອີກບ້ານໜຶ່ງທີ່ເຮັດອາຊີບການຜະລິດເຫລົ້າຂາວເປັນສິນຄ້າມາແຕ່ດົນນານ ຈົນມີຊື່ສຽງໂດ່ງດັງ ແຕ່ເມື່ອກ່ອນການຜະລິດຂອງປະຊາຊົນຍັງປະຖົມປະຖານເຮັດໃຫ້ລາຍຮັບບໍ່ຫລາຍຄືປັດຈຸບັນ ທີ່ມີໂຄງການ ກອຍກາເຂົ້າມາຊ່ວຍເຫລືອທາງດ້ານທຶນຮອນ ແລະ ຄວາມຮູ້ດ້ານວິຊາການເຮັດໃຫ້ປະຊາຊົນມີລາຍຮັບຢ່າງໝັ້ນຄົງ.

   *ບ້ານພັ້ນ ເມືອງແປກ ແຂວງຊຽງຂວາງ ເປັນອີກບ້ານໜຶ່ງທີ່ເຮັດອາຊີບການຜະລິດເຫລົ້າຂາວເປັນສິນຄ້າມາແຕ່ດົນນານຈົນມີຊື່ສຽງໂດ່ງດັງ ແຕ່ເມື່ອກ່ອນການຜະລິດຂອງປະຊາຊົນຍັງປະຖົມປະຖານເຮັດໃຫ້ລາຍຮັບບໍ່ຫລາຍຄືປັດຈຸບັນ ທີ່ມີໂຄງການ ກອຍກາເຂົ້າມາຊ່ວຍເຫລືອທາງດ້ານທຶນຮອນ ແລະ ຄວາມຮູ້ດ້ານວິຊາການເຮັດໃຫ້ປະຊາຊົນມີລາຍຮັບຢ່າງໝັ້ນຄົງ ສະເລ່ຍເດືອນໜຶ່ງປະມານ 5.000.000 ກີບຂຶ້ນໄປຕາມການຜະລິດ ແລະ ຄວາມຕ້ອງການຂອງຜູ້ບໍລິໂພກ.

    ນາງ ສົດ ຫົງພະລີ ຈາກກຸ່ມຜະລິດເຫລົ້າຂາວບ້ານພັ້ນ ໃຫ້ຮູ້ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ແລະ ຜະລິດຕະພັນກະສິກຳລາວ-ເກົາຫລີ   (Laos-Korea Agro Fair) ໃນທ້າຍອາທິດຜ່ານມາວ່າ: ອາຊີບຕົ້ມເຫລົ້າຂາວຂອງປະຊາຊົນບ້ານພັ້ນ ແມ່ນສືບທອດກັນມາປູ່ຍ່າຕາຍາຍຈົນເຖິງປັດຈຸບັນນີ້, ໃນເມື່ອກ່ອນແມ່ນບໍ່ໄດ້ເຮັດເປັນເສດຖະກິດ, ການຕ້ົມກ່ໍເຮັດດ້ວຍຕົນເອງແບບປະຖົມປະຖານຂັ້ນຕອນໃນການຜະລິດກໍ່ແບບດ່ັງເດີມຕົ້ມດ້ວຍຟືນຈາກທໍາມະຊາດ, ຜົນຜະລິດກໍ່ໄດ້ໜ້ອຍບ່ໍພຽງພໍ ກັບຄວາມຕ້ອງການຂອງຜູ້ບໍລິໂພກໃນສັງຄົມໂດຍສະເລ່ຍການຜະລິດຄອບຄົວລະ 50 ລິດຕໍ່ວັນ ເຊິ່ງໃຊ້ເວລາ ແລະ ໃຊ້ແຮງງານຄົນຫລາຍມາຊ່ວຍ ຈຶ່ງເຮັດໃຫ້ການຜະລິດບໍ່ເປັນຂະບວນການເທົ່າທ່ີຄວນ, ຈົນມາຮອດໄລຍະ 2-3 ປີຄືນຫລັງໄດ້ມີໂຄງການ ກອຍກາຈາກປະເທດເກົາຫລີ ເຂົ້າມາຊ່ວຍເຫລືອດ້ານທຶນຮອນໃນການສ້າງໂຮງເຮືອນ, ຈັດອຸປະກອນຕົ້ມເຫລົ້າໂດຍໃຊ້ພະລັງງານໄຟຟ້າເຊິ່ງໄດ້ເຮັດໃຫ້ການຜະລິດເຫລົ້າຂາວ ຂອງປະຊາຊົນພາຍໃນບ້ານພັ້ນ ສະດວກ, ສະບາຍ  ແລະ ງ່າຍຂຶ້ນ ຜົນຜະລິດກໍ່ໄດ້ຫລາຍຂຶ້ນ ໂດຍສະເລ່ຍຄອບຄົວລະ 500 ລິດຕໍ່ວັນ ເຊິ່ງໃຊ້ແຮງງານ ແລະ ເວລາໜ້ອຍລົງ ທີ່ສຳຄັນສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ຫລາຍຂຶ້ນກວ່າເມື່ອກ່ອນຫລາຍ ເຊິ່ງຈຸດນ້ີຕົນເອງກໍດີໃຈຫລາຍທ່ີມີໂຄງການດີໆແບບນີ້ເຂົ້າມາຊ່ວຍເຫລືອ ປະຊາຊົນໃຫ້ມີການຜະລິດເປັນສິນຄ້າຫລາຍຂ້ຶນ, ປະຊາຊົນກໍໃຫ້ຄວາມສົນໃຈຫລາຍຂຶ້ນເຊິ່ງພາຍໃນບ້ານກໍ່ມີຫລາຍຄອບຄົວ ທີ່ເຂົ້າມາເປັນສະມາຊິກກຸ່ມຜະລິດເຫລົ້າຂາວບ້ານພັ້ນຈົນເຮັດໃຫ້ປະຊາຊົນ ເຂດດັ່ງກ່າວມີລາຍຮັບຢ່າງໝັ້ນຄົງໂດຍສະເລ່ຍແລ້ວ ເດືອນໜຶ່ງສາມາດສ້າງລາຍຮັບ 5.000.000 ກີບຕໍ່ຄອບຄົວແຕ່ລາຍຮັບນີ້ກໍບໍ່ສະເໝີໄປ. ສໍາລັບຈຸດເດັ່ນຂອງເຫລົ້າຂາວບ້ານພັ້ນແມ່ນຄວາມຫອມ, ຄວາມນຸ່ມນວນເນື່ອງຈາກວ່າເຮົາເອົາເຂົ້າໄກ່ນ້ອຍມາເຮັດຈຶ່ງເຮັດໃຫ້ລົດຊາດຂອງເຫລົ້າແຊບກົມກ່ອມ ກິນແລ້ວບໍ່ບາດຄໍ.  

   ນາງ ສົດ ເວົ້າຕື່ມວ່າ : ການເຂົ້າຮ່ວມງານໃນຄັ້ງນີ້ຕົນເອງຮູ້ສຶກດີໃຈຫລາຍ ທີ່ໄດ້ນໍາເອົາຜະລິດຕະພັນມາຈໍາໜ່າຍເພື່ອໃຫ້ສັງຄົມໄດ້ຮູ້ຫລາຍຂຶ້ນ. ສະນັ້ນ, ຕ້ອງຂໍຂອບໃຈທາງໂຄງການກອຍກາທີ່ຊ່ວຍເຫລືອປະຊາຊົນກໍຄືກຸ່ມຜະລິດເຫລົ້າຂາວບ້ານພັ້ນ ເຖິງວ່າໂຄງການຈະສິ້ນສຸດພາຍໃນປີນີ້ກໍຕາມຕົນເອງ ແລະ ສະມາຊິກພາຍໃນກຸ່ມກໍ່ຈະສີືບຕໍ່ຜະລິດເຫລົ້າຂາວ ເພ່ືອສ້າງເສດຖະກິດຄອບຄົວໃຫ້ຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.

ໂດຍ: ມາລິດາ

KPL

ຂ່າວອື່ນໆ

ads
ads

Top