ຂປລ
ຂປລ. ເມື່ອບໍ່ດົນມານີ້, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມໃຫຍ່ຄະນະຜູ້ແທນ ຂອງອົງການສຸຂະພາບສັດສາກົນ ຄັ້ງທີ 92 ແລະ ກອງປະຊຸມ ລະດັບສູງລັດຖະມົນຕີ ຂອງບັນດາປະເທດສະມາຊິກ ອົງການສຸຂະພາບສັດສາກົນ ທີ່ນະຄອນປາຣີ ປະເທດຝຣັ່ງ.

ຂປລ. ເມື່ອບໍ່ດົນມານີ້, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມໃຫຍ່ຄະນະຜູ້ແທນ ຂອງອົງການສຸຂະພາບສັດສາກົນ ຄັ້ງທີ 92 ແລະ ກອງປະຊຸມ ລະດັບສູງລັດຖະມົນຕີ ຂອງບັນດາປະເທດສະມາຊິກ ອົງການສຸຂະພາບສັດສາກົນ ທີ່ນະຄອນປາຣີ ປະເທດຝຣັ່ງ.
ໃນໂອກາດນີ້, ທ່ານ ລິນຄຳ ດວງສະຫວັນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ອົງການສຸຂະພາບສັດສາກົນ ທີ່ໄດ້ປະຕິບັດພາລະບົດບາດ ເປັນຜູ້ນຳໃນຄວາມພະຍາຍາມຂອງໂລກ ໃນການປັບປຸງວຽກງານສຸຂະພາບສັດ ແລະ ສະຫວັດດີພາບສັດໃນຂົງເຂດທົ່ວໂລກ ໃນໄລຍະທີ່ຜ່ານມາ ແລະ ໄດ້ສະທ້ອນໃຫ້ເຫັນຄວາມພະຍາຍາມ ແລະ ຄວາມມຸ່ງໝັ້ນ ຂອງ ສປປ ລາວ ໃນຖານະປະເທດສະມາຊິກປະເທດໜຶ່ງ ໃນການສ້າງຄວາມເຂັ້ມແຂງ ໃຫ້ລະບົບການບໍລິການດ້ານສັດຕະວະແພດ, ຍົກລະ ດັບມາດຕະຖານ ແລະ ປັບປຸງວິທີປະຕິບັດ ຢູ່ໃນປະເທດຂອງຕົນ. ພ້ອມນີ້, ກໍໄດ້ສະແດງຄວາມຂອບ ໃຈ ຕໍ່ອົງການສຸຂະພາບສັດສາກົນ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ການສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ ເປັນຕົ້ນ ວຽກງານສ້າງຄວາມເຂັ້ມແຂງ ໃຫ້ແກ່ວິຊາການດ້ານສັດຕະວະແພດ ແລະ ສັດຕະວະແພດບ້ານ, ການຝຶກອົບຮົມ ແລະ ປັບປຸງຫ້ອງວິໄຈພະຍາດສັດ ແລະ ການແລກປ່ຽນຂໍ້ມູນຂ່າວສານ ຂອງການລະບາດຂອງພະຍາດສັດ ຢູ່ພາກພື້ນ ແລະ ທົ່ວໂລກ. ລັດຖະບານລາວ ຈະສືບຕໍ່ໃຫ້ການຮ່ວມມື ໃນການເຄື່ອນໄຫວວຽກງານ ເພື່ອປະກອບສ່ວນເຂົ້າໃນ ການປັບປຸງວຽກງານສຸຂະພາບສັດ, ສະຫວັດດີພາບສັດ ແລະ ການຄ້າຂາຍສັດທີ່ມີຄວາມປອດໄພ ຢູ່ໃນລະດັບພາກພື້ນ ແລະ ລະດັບໂລກ. ພ້ອມນັ້ນ, ກໍໄດ້ຮຽກຮ້ອງມາຍັງບັນດາປະເທດສະມາຊິກ ໃຫ້ການສະໜັບສະໜູນ ແລະ ເພີ່ມທະວີການຮ່ວມມືກັນ ເພື່ອບັນລຸຈຸດປະສົງ ແລະ ເປົ້າໝາຍ ທີ່ວາງໄວ້ຮ່ວມກັນ.

ໂອກາດດຽວກັນ, ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມ ລະດັບສູງລັດຖະມົນຕີ ຂອງບັນດາປະເທດສະມະຊິກ ເຊິ່ງມີບັນດາລັດຖະມົນຕີ, ຮອງລັດຖະມົນ ຕີກະສິກຳ ຂອງປະເທດສະມາຊິກ 23 ປະເທດເຂົ້າຮ່ວມ ເພື່ອແລກປ່ຽນຄວາມຄິດເຫັນ ໂດຍໄດ້ເນັ້ນໃສ່ 2 ບັນຫາຕົ້ນຕໍຄື: ຄວາມຄາດຫວັງຂອງປະເທດສະມາຊິກ ຕໍ່ອົງການສຸຂະພາບສັດສາກົນ ແລະ ແນວທາງທີ່ຈະເຮັດໃຫ້ວຽກງານສຸຂະພາບສັດ ກາຍເປັນອົງປະກອບສຳຄັນ ຂອງວຽກງານສຸຂະພາບໂດຍລວມຂອງໂລກ.
ໃນກອງປະຊຸມ ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຮູ້ກ່ຽວກັບ ຄວາມຄາດຫວັງຂອງ ສປປ ລາວ 4 ວຽກງານຕົ້ນຕໍ ຄື: ການສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບການບໍລິການດ້ານສັດຕະວະແພດ ໂດຍສະເພາະແມ່ນການຄວບຄຸມພະຍາດສັດຂ້າມແດນ ເປັນຕົ້ນແມ່ນພະຍາດໄຂ້ຫວັດສັດປີກ, ພະຍາດປາກເປື່ອຍລົງເລັບ, ພະຍາດອະຫິວາໝູອາຟຣິກາ ແລະ ອື່ນໆ ທີ່ສ້າງຜົນກະທົບອັນໃຫຍ່ຫລວງໃຫ້ແກ່ຜູ້ລ້ຽງສັດ; ໃຫ້ຄວາມສໍາຄັນຕໍ່ຄວາມເທົ່າທຽມກັນ ໃນການເຂົ້າເຖິງຊັບພະຍາກອນ ແລະ ເຕັກໂນໂລຊີ ເພື່ອເຮັດໃຫ້ປະເທດ ກໍາລັງພັດທະນາສາມາດກ້າວໄປທຽບທັນກັບມາດຕະ ຖານສາກົນ ໂດຍບໍ່ແບກຮັບພາລະໜັກເກີນໄປ; ບັນຈຸເອົາວຽກງານສຸຂະພາບໜຶ່ງດຽວ ເຂົ້າໃນແຜນຍຸດທະສາດ ຄັ້ງທີ 8 ຂອງອົງການສຸຂະພາບສັດສາກົນ ໂດຍເຊື່ອມໂຍງວຽກງານສຸຂະພາບສັດ ເຂົ້າກັບວຽກງານສຸຂະພາບຄົນ ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ເຊິ່ງຈະເປັນຜົນດີຕໍ່ເສດຖະກິດ ທີ່ເພິ່ງພາການກະສິກຳ ຂອງ ສປປ ລາວ; ໃຫ້ການສະໜັບສະໜູນ ທາງການເງິນ ແລະ ເຕັກນິກວິຊາການໃຫ້ ສປປ ລາວ ໃນການປັບປຸງລະບົບການເຝົ້າລະວັງພະຍາດສັດ ແລະ ຄວາມສາມາດໃນການບົ່ງມະຕິ ຂອງຫ້ອງວິໄຈ ໃນການກວດພົບພະຍາດແຕ່ຫົວທີ ແລະ ຕອບໂຕ້ຢ່າງມີປະສິດທິພາບ.

ພ້ອມກັນນັ້ນ, ທ່ານລັດຖະມົນຕີ ຍັງໄດ້ສະແດງວິໄສທັດຄື: ຕ້ອງໄດ້ສະໜັບສະໜູນ ໃຫ້ເພີ່ມການລົງທຶນໃສ່ໂຄງລ່າງພື້ນຖານ ແລະ ບຸກຄະລາກອນດ້ານສັດຕະວະແພດ ຕາມທີ່ໄດ້ກຳນົດໄວ້ ໃນຂອບວຽກງານດ້ານສຸຂະພາບສັດ ຂອງພາກພື້ນອາຊຽນ; ຕ້ອງໄດ້ສົ່ງເສີມການຮ່ວມມື ລະຫວ່າງ ພາກລັດ ແລະ ເອກະຊົນ ເພື່ອແກ້ໄຂບັນຫາການເຂົ້າເຖິງ ຢາວັກຊີນປ້ອງກັນພະຍາດສັດ ແລະ ລະບົບສາງເຢັນໃນການເກັບຮັກສາຢາ; ຊຸກຍູ້ໃຫ້ເວທີປະຊຸມຕ່າງໆ ເປັນຕົ້ນ ເວທີປະຊຸມຂອງສະຫະປະຊາຊາດ ວ່າດ້ວຍມາດຕະຖານຄວາມຍືນຍົງ ແລະ ເວທີປະຊຸມລະຫວ່າງ ພາຄີ(COP) ເພື່ອເນັ້ນໜັກເຖິງບົດ ບາດ ຂອງວຽກງານສຸຂະພາບສັດ ໃນການຫລຸດຜ່ອນຄວາມສ່ຽງ ຂອງພະຍາດຕິດຕໍ່ຈາກສັດສູ່ຄົນ ແລະ ການສູນເສຍຄວາມຫລາກຫລາຍ ທາງດ້ານຊີວະນາໆພັນ.
ຂ່າວ: ຂ່າວສານກະສິກຳ ປ່າໄມ້
KPL