ກະຊວງ ຖວທ ຈັດກິດຈະກຳວັນປູກຕົ້ນໄມ້ ຢູ່ສະຖານທີ່ທ່ອງທ່ຽວນໍ້າຕົກຕາດແກ້ງຍຸຍ ເມືອງວັງວຽງ

03/06/2025 19:48
Email Print 308
ຂປລ ຂປລ.ໃນໂອກາດສະເຫລີມສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 45 ປີ 1 ມິຖຸນາ 2025, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ນາງ ດາລານີ ພົມມະວົງສາ, ຮອງລັດກະຊວງ ຖວທ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ ຢູ່ສະຖານທີ່ທ່ອງທ່ຽວນໍ້າຕົກຕາດແກ້ງຍຸຍ ເມືອງວັງວຽງ ແຂວງວຽງຈັນ.



ຂປລ.ໃນໂອກາດສະເຫລີມສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 45 ປີ 1 ມິຖຸນາ 2025, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ
, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ນາງ ດາລານີ ພົມມະວົງສາ, ຮອງລັດກະຊວງ ຖວທ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ ຢູ່ສະຖານທີ່ທ່ອງທ່ຽວນໍ້າຕົກຕາດແກ້ງຍຸຍ ເມືອງວັງວຽງ ແຂວງວຽງຈັນ. ພ້ອມທັງຢ້ຽມຊົມກິດຈະກຳ ການທ່ອງ ທ່ຽວຂອງປະຊາຊົນບ້ານນາດ້ວງ ເພື່ອຊຸກຍູ້ກິດຈະກຳການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມຢູ່ບ້ານດັ່ງກ່າວ.




ການປູກຕົ້ນໄມ້ຄັ້ງນີ້
, ເປັນຂີດໝາຍອັນສໍາຄັນສະແດງໃຫ້ເຫັນເຖິງ ຄວາມສາມັກຄີ, ຄວາມເປັນຈິດໜຶ່ງໃຈດຽວ ຂອງພາກສ່ວນທີ່ກ່ຽວຂ້ອງ ຈາກພາກລັດ, ພາກທຸລະກິດ ແລະ ປະຊາຊົນທ້ອງຖິ່ນ ໃນການຊຸກຍູ້ສົ່ງເສີມ ແລະ ການສະໜັບສະໜູນຊຸມຊົນບ້ານນາດ້ວງ ແລະ ບ້ານໃກ້ຄຽງ ປົກປັກຮັກສາຊັບພະຍາກອນທໍາມະຊາດ, ປະ ກອບສ່ວນເຂົ້າໃນການພັດທະນາການທ່ອງທ່ຽວ. ການທີ່ມີຜືນປ່າທີ່ອຸດົມສົມບູນ, ມີຕົ້ນໄມ້ໃຫຍ່ທີ່ດົກໜາ, ມີອາ ກາດທີ່ສົດຊື່ນບໍລິສຸດ ແລະ ມີນໍ້າຕົກຕາດແກ້ງຍຸຍ ທີ່ສວຍງາມແຫ່ງນີ້ ຍ້ອນການປົກປັກຮັກສາ ຂອງປະຊາຊົນບ້ານນາດ້ວງ ແລະ ບ້ານໃກ້ຄຽງ ເຊິ່ງຊັບພະຍາກອນດັ່ງກ່າວ, ຈະນໍາຜົນປະໂຫຍດມາໃຫ້ປະຊາຊົນ ຢ່າງບໍ່ມີວັນບົກແຫ້ງ.




ຍ້ອນເຫັນໄດ້ທ່າແຮງດັ່ງກ່າວ
, ລັດຖະບານແຫ່ງ ສປປ ລາວ ກໍຄື ກະຊວງ ຖວທ ໄດ້ພະຍາຍາມຂົນຂວາຍແຫລ່ງທຶນ ເພື່ອຊ່ວຍປັບປຸງເສັ້ນທາງເຂົ້າເຖິງ ໄລຍະ 6 ​ກິໂລແມັດ ແລະ ປັບປຸງເຂດບໍລິການພາຍໃນບໍລິເວນນໍ້າຕົກຕາດແກ້ງຍຸຍ ໃຫ້ມີຄວາມສະດວກ, ສະອາດ, ປອດໄພ ແລະ ສວຍງາມ ແນໃສ່ໃຫ້ເປັນສະຖານທີ່ເພື່ອມາພັກຜ່ອນ, ເປັນແຫລ່ງຮຽນຮູ້ທາງທໍາມະຊາດ ໃຫ້ແກ່ຄົນໃນທ້ອງຖິ່ນ ແລະ ນັກທ່ອງທ່ຽວ.

ສໍາລັບຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້, ມີທັງໝົດ 235 ຕົ້ນ ເຊິ່ງປະກອບມີ: ຕົ້ນບາລະມີ, ຕົ້ນຫໍາງົວ, ຕົ້ນດອກປິບ, ຕົ້ນໝາກຂຽວ, ຕົ້ນເຟີນ, ຕົ້ນຝາງແດງ ແລະ ປູກຫຍ້າ ເພື່ອເພີ່ມພື້ນທີ່ສີຂຽວຈໍານວນໜຶ່ງ ໂດຍການສະໜັບສະໜູນຈາກ ໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2.

KPL

ຂ່າວອື່ນໆ

ads
ads

Top