ຂປລ
ຂປລ. ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄກມດ) ກະຊວງການຕ່າງປະເທດ ຈັດພິທີສະເຫລີມສະຫລອງ ວັນເດັກສາກົນ 1 ມິຖຸນາ, ວັນສົນທິສັນຍາວ່າດ້ວຍສິດທິເດັກ, ວັນເດັກໂລກ 20 ພະຈິກ ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງໃຫ້ເດັກທຸກຄົນ: ສິດທິເທົ່າທຽມກັນ, ອະນາຄົດທີ່ປອດໄພ” ໃນວັນທີ 2 ມິຖຸນາ 2025

ຂປລ. ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄກມດ) ກະຊວງການຕ່າງປະເທດ ຈັດພິທີສະເຫລີມສະຫລອງ ວັນເດັກສາກົນ 1 ມິຖຸນາ, ວັນສົນທິສັນຍາວ່າດ້ວຍສິດທິເດັກ, ວັນເດັກໂລກ 20 ພະຈິກ ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງໃຫ້ເດັກທຸກຄົນ: ສິດທິເທົ່າທຽມກັນ, ອະນາຄົດທີ່ປອດໄພ” ໃນວັນທີ 2 ມິຖຸນາ 2025 ໂດຍການເປັນປະທານຂອງ ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະນໍາກະຊວງ, ຄະນະກົມ, ຄະນະພະແນກ, ພະນັກງານ-ລັດຖະກອນພ້ອມດ້ວຍລູກ-ຫລານ ຂອງພະນັກງານ ກະຊວງການຕ່າງປະເທດ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ໄມທອງ ທໍາມະວົງສາ ໄດ້ຍົກໃຫ້ເຫັນ ປະຫວັດຄວາມເປັນມາຂອງວັນເດັກສາກົນ ແລະ ວັນສົນທິສັນຍາ ວ່າດ້ວຍສິດທິເດັກ ວັນເດັກໂລກ 20 ພະຈິກ 2025 ນັບແຕ່ອະດີດຈົນເຖິງປັດຈຸບັນ, ສະເພາະ ສປປ ລາວ ແມ່ນມີມູນເຊື້ອຈັດຕັ້ງ ສະເຫລີມສະຫລອງ ວັນເດັກສາກົນ ນັບແຕ່ສະໄໝຕໍ່ສູ້ກູ້ຊາດເປັນຕົ້ນມາ. ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຫັນຄວາມສຳຄັນຂອງເດັກ ເຊິ່ງປຽບເໝືອນໜໍ່ແໜງຂອງຊີວິດໃນມື້ນີ້ ເພື່ອກ້າວໄປເປັນອະນາ ຄົດອັນແຈ່ມໃສຂອງປະເທດຊາດໃນມື້ໜ້າ, ເດັກທຸກຄົນຕ້ອງໄດ້ຮັບການປົກປ້ອງ ແລະ ດູແລເບິ່ງແຍງເປັນພິເສດ, ເດັກມີສິດທິເທົ່າ ທຽມກັນທັງຍິງ ແລະ ຊາຍ ໃນທຸກໆດ້ານ ເປັນຕົ້ນ ສິດໃນການໄດ້ຮັບການສຶກສາ, ສິດໃນການສະ ແດງອອກ ແລະ ອື່ນໆ. ສະນັ້ນ, ຜູ້ປົກຄອງທຸກທ່ານ ຄວນເອົາໃຈໃສ່ເບິ່ງແຍງລູກຫລານຂອງຕົນ ພ້ອມໃຈກັນມີສະ ຕິປົກປ້ອງ ແລະ ປ້ອງກັນທຸກປະກົດການຫຍໍ້ທໍ້ ໃນສັງຄົມທີ່ບໍ່ເພິ່ງປາຖະໜາ ທີ່ອາດເກີດຂຶ້ນຕໍ່ກັບເດັກ.

ໃນພິທີດັ່ງກ່າວ, ໄດ້ຮັບຊົມ ການສະແດງສິລະປະ (ຮ້ອງເພງ, ເດີນແບບ) ແລະ ຖາມ-ຕອບ ຄວາມຮູ້ຮອບຕົວຂອງລູກຫລານ ພະນັກງານພາຍໃນ ກະຊວງການຕ່າງປະເທດ.

ຂ່າວ-ພາບ: ກຕທ
KPL