ຂປລ
ຂປລ. ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເປີດຊຸດບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ໃຫ້ພະນັກງານນຳພາ-ຄຸ້ມຄອງ ຊຸດທີ XXI ປະຈຳປີ 2025 ຈຳນວນ 30 ສະຫາຍມາຈາກສູນກາງ 13 ສະຫາຍ ແລະ ທ້ອງຖິ່ນ 17 ສະຫາຍ ຍິງ 2 ສະຫາຍໃນວັນທີ 3 ມິຖຸນາ 2025

ຂປລ. ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເປີດຊຸດບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ໃຫ້ພະນັກງານນຳພາ-ຄຸ້ມຄອງ ຊຸດທີ XXI ປະຈຳປີ 2025 ຈຳນວນ 30 ສະຫາຍມາຈາກສູນກາງ 13 ສະຫາຍ ແລະ ທ້ອງຖິ່ນ 17 ສະຫາຍ ຍິງ 2 ສະຫາຍໃນວັນທີ 3 ມິຖຸນາ 2025 ໂດຍການເປັນປະທານຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະການຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ຄູອາຈານ ແລະ ພະນັກງານນໍາພາ-ຄຸ້ມຄອງ ທີ່ມາຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ສົງກາ ບຸນຄຸນ ຮັກສາການຫົວໜ້າການທະຫານ, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຜ່ານແຜນການເປີດຊຸດບຳລຸງວຽກງານ ປກຊ-ປກສ ໃຫ້ພະນັກງານນຳພາ-ຄຸ້ມຄອງຂອງສູນກາງ ແລະ ທ້ອງຖິ່ນ ໃນຄັ້ງນີ້, ເຊິ່ງເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍ ກໍຄືການປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃນໄລຍະໃໝ່ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກວາງອອກ ໃຫ້ປະກົດຜົນເປັນຈິງ, ເພື່ອແນໃສ່ເຮັດໃຫ້ພະນັກງານ ກຳໄດ້ເນື້ອໃນພື້ນຖານ ທາງດ້ານທິດສະດີ, ຫລັກການ ກ່ຽວກັບຍຸດທະສາດ ປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະ ຂົງເຂດວຽກງານອື່ນໆ ທີ່ມີການພົວພັນເຖິງວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກໍາແໜ້ນທັດສະນະ ແລະ ປະຕິບັດກົນໄກພັກນຳພາ ລັດຄຸ້ມຄອງ ທາງດ້ານວຽກງານ ປກຊ-ປກສ ຕິດພັນກັບ ການພັດທະນາ ເສດຖະກິດ-ສັງຄົມ, ການປະຕິບັດມະຕິ 3 ສ້າງຂອງກົມການເມືອງສູນກາງພັກ ເພື່ອເປັນການຍົກສູງຄວາມຮັບຜິດຊອບຄວາມເປັນເຈົ້າການ, ເອກະລາດ, ປະດິດສ້າງໃນການຄົ້ນຄວ້າຮ່ຳຮຽນທິດສະດີຫລັກການ, ສົມທຽບບົດຮຽນພຶດຕິກໍາຕົວຈິງຂອງອົງການ, ກົມກອງທ້ອງຖິ່ນທັງເປັນການປັບປຸງທັດສະນະ, ແນວທາງການພັດທະນາປະເທດຊາດ ໃຫ້ສອດຄ່ອງກັບຈຸດພິເສດຂອງອົງການ, ເນື້ອໃນອົບຮົມຄັ້ງນີ້ປະກອບມີ: ກຸ່ມເນື້ອໃນອົບຮົມຈຸດໜັກລວມມີ 17 ບົດ, ກຸ່ມເນື້ອໃນອົບຮົມເພີ່ມເຕີມຈໍານວນໜຶ່ງ, ຂຽນບົດເກັບກ່ຽວ, ເຊິ່ງໄລຍະເວລາການຝຶກອົບຮົມ 64 ວັນ.

ໂອກາດນີ້, ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ-ຄະນະບັນຊາ, ພະນັກງານຄູອາຈານ, ນັກສຶກສາທົ່ວວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ທີ່ໄດ້ເອົາໃຈໃສ່ກະກຽມຄວາມພ້ອມໃນທຸກດ້ານ ເຮັດໃຫ້ການເປີດຊຸດບຳລຸງວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນຄັ້ງນີ້ ທັນຕາມເວລາທີ່ໄດ້ກຳນົດໄວ້. ພ້ອມທັງຮຽກຮ້ອງໃຫ້ບັນດານັກຝຶກອົບຮົມ ຕ້ອງເຊື່ອມຊຶມກຳແໜ້ນໜ້າທີ່ການເມືອງຂອງຕົນເອງ, ເອົາໃຈໃສ່ຮັກສາທັດສະນະ, ບົດບາດ, ຕັ້ງໜ້າຄົ້ນຄວ້າຮ່ຳຮຽນ, ຖືເອົາໂອກາດນີ້ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງສູນກາງ, ທ້ອງຖິ່ນ, ສົມທຽບຢ່າງເລິກເຊິ່ງ ລະຫວ່າງທິດສະດີກັບພຶດຕິກຳ ແລະ ໃຫ້ສາມາດຖອດຖອນໄດ້ບົດຮຽນທີ່ມີຄຸນຄ່າ, ໃນເວລາຮໍ່າຮຽນຕ້ອງປະຕິບັດ ຂໍ້ກຳນົດ-ກົດລະບຽບຂອງກອງທັບ ໂດຍສະເພາະ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ວາງອອກໃຫ້ເຂັ້ມງວດ, ສາມາດກຳແໜ້ນເນື້ອໃນບົດຮຽນ ເພື່ອນຳໃຊ້ເຂົ້າໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ໃນຂອບເຂດທີ່ຕົນຮັບຜິດຊອບໃຫ້ມີປະສິດທິຜົນສູງ.
ຂ່າວ: ໄພນາລິນ
KPL