ສະໂລວາກີ ຖື ສສ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຢູ່ອາຊີ

16/05/2025 14:56
Email Print 253
ຂປລ ທ່ານ ຈູລາດ ບລານາ(Juraj Blanar)ລັດຖະມົນຕີ ຢັ້ງຢືນວ່າ ສະໂລວາກີ ຖື ສສ ຫວຽດນາມ ແມ່ນຄູ່ຮ່ວມມື ສຳຄັນ ແຖວໜ້າຢູ່ ອາຊີ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ວັນທີ15 ພຶດສະພານີ້, ທ່ານ ຈູລາດ ບລານາ(Juraj Blanar)ລັດຖະມົນຕີ ຢັ້ງຢືນວ່າ ສະໂລວາກີ ຖື ສສ ຫວຽດນາມ ແມ່ນຄູ່ຮ່ວມມື ສຳຄັນ ແຖວໜ້າຢູ່ ອາຊີ. ສະໂລວາກີ ປາດຖະໜາ ຢາກສືບຕໍ່ ຮ່ວມມືກັບ ສສ ຫວຽດນາມ ໃນການສະໜັບ ສະໜູນ ອອກສະໝັກ ຮັບເລືອກຕັ້ງ ດຳລົງໃນບັນດາກົນໄກ ສາກົນຄື: ສະພາສິດທິມະນຸດ, ອົງການພະລັງງານປະລາມານູສາກົນ. ຈາກນັ້ນ ທ່ານ ຟ້າມເຈື່ອງຢາງ ເອກອັກຄະລັດຖະທູດ ຫວຽດນາມ ເນັ້ນໜັກວ່າ ສສ ຫວຽດນາມ ຍາມໃດ ກໍ່ຖືເປັນສຳຄັນການພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ການຮ່ວມມື ໃນຫລາຍດ້ານກັບ ສະໂລວາກີ. ທ່ານ ເອກອັກຄະລັດຖະທູດ ກໍ່ຂໍສະແດງຄວາມຍິນດີ ຕໍ່ເລື່ອງອຳນາດການປົກຄອງປະເທດ ປະຈຳຖິ່ນ ຢັ້ງຢືນ ປະຊາຄົມ ຊາວຫວຽດນາມ ອາໄສຢູ່ ສະໂລວາກີ ແມ່ນຊົນເຜົ່າສ່ວນໜ້ອຍທີ 14 ແລະ ປາດຖະໜາ ຢາກໃຫ້ ສະໂລວາກີ ສືບຕໍ່ສ້າງເງື່ອນໄຂ ສະດວກ ເພື່ອໃຫ້ປະຊາຄົມຊາວຫວຽດນາມ ເຊື່ອມຕົວ, ພັດທະນາ, ພ້ອມທັງ ເປັນຂົວເຊື່ອມຕໍ່ ໃນການຊຸກຍູ້ການພົວພັນ ມິດຕະພາບ ລະຫວ່າງ ສອງປະເທດ ໃຫ້ໝັ້ນແກ່ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top