ສປຊ ຮຽກຮ້ອງໃຫ້ອິດສະຣາແອນ ເປີດຊ່ອງທາງຊ່ວຍເຫລືອທັນທີ

16/05/2025 14:56
Email Print 251
ຂປລ ການປະທະກັນ ດ້ວຍກໍາລັງອາວຸດ ຢູ່ເຂດກາຊາ ໄດ້ຮຸນແຮງຂຶ້ນ ຢ່າງຕໍ່ເນື່ອງ, ເຮັດໃຫ້ປະຊາຊົນ ເສຍຊີວິດ ແລະ ບໍ່ມີທີ່ຢູ່ອາໄສ ຫລາຍຂຶ້ນກວ່າເກົ່າ, ພ້ອມທັງ ເຮັດໃຫ້ພື້ນຖານໂຄງລ່າງ ໄດ້ຮັບຄວາມເສຍຫາຍ ຢ່າງໜັກໜ່ວງນໍາອີກ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ,  ແຫລ່ງຂ່າວ ຈາກສໍານັກງານ ອົງການ ສະຫະ ປະຊາຊາດ (ສປຊ) ເພື່ອປະສານງານ ດ້ານມະນຸດສະທຳ ແຈ້ງໃຫ້ຮູ້ ໃນວັນທີ 15 ພຶດສະພານີ້ວ່າ: ການປະທະກັນ ດ້ວຍກໍາລັງອາວຸດ ຢູ່ເຂດກາຊາ ໄດ້ຮຸນແຮງຂຶ້ນ ຢ່າງຕໍ່ເນື່ອງ, ເຮັດໃຫ້ປະຊາຊົນ ເສຍຊີວິດ ແລະ ບໍ່ມີທີ່ຢູ່ອາໄສ ຫລາຍຂຶ້ນກວ່າເກົ່າ, ພ້ອມທັງ ເຮັດໃຫ້ພື້ນຖານໂຄງລ່າງ ໄດ້ຮັບຄວາມເສຍຫາຍ ຢ່າງໜັກໜ່ວງນໍາອີກ.ປັດຈຸບັນ, ມີພື້ນທີ່ປະມານ 71% ຂອງເຂດກາຊາ ຖືກຈັດເປັນເຂດຍົກຍ້າຍ ຫລື ເຂດຄວບຄຸມ ທາງການທະຫານ, ເຮັດໃຫ້ການເຄື່ອນໄຫວ ຊ່ວຍເຫລືອ ດ້ານມະນຸດສະທຳພົບຄວາມຫຍຸ້ງຍາກ ຢ່າງໜັກໜ່ວງ. ປັດຈຸບັນ, ຍັງມີລົດບັນທຸກ ເຄື່ອງຊ່ວຍເຫລືອ ດ້ານມະນຸດສະທຳ ປະມານ 9.000 ຄັນ ຕິດຄ້າງຢູ່ເຂດຊາຍແດນ. ອົງການສະຫະປະຊາຊາດ ຮຽກຮ້ອງ ໃຫ້ອິດສະຣາແອນ ຈົ່ງເປີດຊ່ອງທາງ ຊ່ວຍເຫລືອ ໃນທັນທີ ເພື່ອປ້ອງກັນ ບໍ່ໃຫ້ໄພພິບັດ ດ້ານມະນຸດສະທຳ ຮ້າຍແຮງຂຶ້ນຕື່ມອີກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top