ຂປລ
ກອງປະຊຸມ ປະຈຳປີ2025 ຂອງຄະນະ ກຳມະການໃຫ້ຄຳປຶກສາ ເວທີປຶກສາຫາລື ສຸດຍອດ ການຮ່ວມມື ສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ຈັດຂຶ້ນ ຢູ່ນະຄອນນິງໂປ ແຂວງເຈີ້ຈ່ຽງ ຂອງ ສປ ຈີນ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 15 ພຶດສະພານີ້, ກອງປະຊຸມ ປະຈຳປີ2025 ຂອງຄະນະ ກຳມະການໃຫ້ຄຳປຶກສາ ເວທີປຶກສາຫາລື ສຸດຍອດ ການຮ່ວມມື ສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ຈັດຂຶ້ນ ຢູ່ນະຄອນນິງໂປ ແຂວງເຈີ້ຈ່ຽງ ຂອງ ສປ ຈີນ. ບັນດາ ສະມາຊິກ ຄະນະກຳມະການ ດັ່ງກ່າວ ທີ່ເຂົ້າຮ່ວມ ກອງປະຊຸມ ໄດ້ປຶກສາຫາລື ໂດຍປິ່ນອ້ອມ ຫົວຂໍ້ຕົ້ນຕໍຄື “ຮ່ວມກັນສ້າງ ‘ໜຶ່ງແລວ ໜຶ່ງເສັ້ນທາງ’ ທີ່ມີຄຸນນະພາບສູງ, ສ້າງໂລກ ທີ່ເປີດກວ້າງ,ກວມລວມ, ເຊື່ອມໂຍງ ເຊື່ອມຈອດ ແລະ ພັດທະນາຮ່ວມກັນ”, ໂດຍໄດ້ລົງເລິກ ປຶກສາຫາລື ກ່ຽວກັບ ການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ”, ການເປີດເສລີ ແລະ ການອຳນວຍ ຄວາມສະດວກ ໃຫ້ແກ່ ການຄ້າ ແລະ ການລົງທຶນ, ການຮ່ວມມື ດ້ານເສດຖະກິດ ດີຈີຕອນ ກັບປັນຍາ ປະດິດ ແລະ ຫົວຂໍ້ອື່ນໆ. ຜູ້ແທນທີ່ເຂົ້າຮ່ວມ ກອງປະຊຸມ ເຫັນວ່າ: ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ ”ທີ່ ສປ ຈີນ ສະເໜີອອກມານັ້ນ ໄດ້ເພີ່ມຄວາມໝັ້ນຄົງ ໃຫ້ແກ່ ການພັດທະນາ ທົ່ວໂລກ ແລະ ເປັນກາລະໂອກາດ ອັນສຳຄັນ ເພື່ອຊຸກຍູ້ ການເຕີບໂຕ ຂອງເສດຖະກິດໂລກ ແລະ ສົ່ງເສີມ ຄວາມຈະເລີນ ຮຸ່ງເຮືອງ ຮ່ວມກັນຂອງໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL